2026 ລາວ ຕິດອັນດັບ 2 ຂອງປະເທດທີ່ມີຄວາມສຸກທີ່ຍືນຍົງໃນພູມີພາກເອເຊຍຕາເວັນອອກ ແລະ ເອເຊຍຕາເວັນອອກສ່ຽງໃຕ້

ຈາກການລາຍງານດັດຊະນີ Happy Planet Index (HPI) ປະຈຳປີ 2026 ໄດ້ເຜີຍຜົນການຈັດອັນດັບຄວາມສຸກທີ່ຍືນຍົງຂອງປະເທດໃນພູມີພາກເອເຊຍຕາເວັນອອກ ແລະ ເອເຊຍຕາເວັນອອກສ່ຽງໃຕ້ ໂດຍພິຈາລະນາຈາກຄວາມພໍໃຈໃນການດຳລົງຊີວິດ, ອາຍຸຍືນ ແລະ ການໃຊ້ຊັບພະຍາກອນສິ່ງແວດລ້ອມຢ່າງຄຸ້ມຄ່າ,​ ໂດຍຄັດມາຈາກ 4 ປັດໄຈຫຼັກ:

1. ຄວາມພໍໃຈໃນການດຳລົງຊີວິດ (Life Satisfaction):

ປະຊາຊົນມີຄວາມຮູ້ສຶກພໍໃຈກັບວິຖີຊີວິດ, ຄວາມເປັນຢູ່, ແລະ ຄວາມສົມດຸນໃນການໃຊ້ຊີວິດປະຈຳວັນ.

ວິຖີຊີວິດທີ່ບໍ່ແອອັດ ຫຼື ເລັ່ງລັດເກີນໄປ ເມື່ອທຽບກັບເມືອງໃຫຍ່ໃນຫຼາຍປະເທດ.

2​. ອາຍຸສະເລ່ຍ (Life Expectancy):

ສຸຂະພາບ ແລະ ອາຍຸສະເລ່ຍຂອງປະຊາຊົນຢູ່ໃນເກນທີ່ດີ.

​ການເຂົ້າເຖິງອາຫານ ແລະ ປັດໄຈພື້ນຖານໃນການດຳລົງຊີວິດທີ່ອຸດົມສົມບູນ.

3. ຜົນກະທົບຕໍ່ສິ່ງແວດລ້ອມຕ່ຳ (Ecological Footprint):

ນີ້ແມ່ນປັດໄຈທີ່ສຳຄັນທີ່ສຸດ​ ທີ່ເຮັດໃຫ້ລາວໄດ້ຄະແນນສູງ: ການໃຊ້ຊັບພະຍາກອນທຳມະຊາດ, ການປ່ອຍກ໊າດຄາບອນ, ແລະ ມົນລະພິດ ຂອງລາວ ເມື່ອທຽບໃສ່ຕໍ່ຫົວຄົນ ແມ່ນມີປະລິມານຕ່ຳຫຼາຍ.

​ປະຊາຊົນຍັງມີວິຖີຊີວິດທີ່ໃກ້ຊິດກັບທຳມະຊາດ ແລະ ບໍ່ໄດ້ທຳລາຍສິ່ງແວດລ້ອມຫຼາຍເກີນໄປ.

4 . ຄວາມສະເໝີພາບດ້ານຄວາມສຸກ (Inequality of Outcomes):

ຄວາມແຕກຕ່າງດ້ານຄວາມສຸກ ແລະ ອາຍຸຍືນຂອງຄົນໃນປະເທດບໍ່ໄດ້ຫ່າງກັນຫຼາຍເກີນໄປ.

ແລ້ວເປັນຫຍັງປະເທດລວຍໆ (ເຊັ່ນ: ສິງກະໂປ) ຈຶ່ງໄດ້ອັນດັບຕ່ຳ?

ປະເທດທີ່ພັດທະນາແລ້ວ ຫຼື ລວຍຫຼາຍ ເຖິງວ່າປະຊາຊົນຈະມີຄວາມສຸກ ແລະ ອາຍຸຍືນ ແຕ່ເຂົາເຈົ້າໃຊ້ພະລັງງານ, ຊັບພະຍາກອນ, ແລະ ປ່ອຍມົນລະພິດສູງຫຼາຍ (Ecological Footprint ສູງ).

ຜົນການຈັດອັນດັບ ມີດັ່ງນີ້:

ຟີລິບປິນ – ອັນດັບ 1 (ຄະແນນ 59.3).

ສປປ ລາວ – ອັນດັບ 2 (ຄະແນນ 58..

ຫວຽດນາມ – ອັນດັບ 3 (ຄະແນນ 58.1).

ໄທ – ອັນດັບ 4 (ຄະແນນ 57.1).

ຍີ່ປຸ່ນ – ອັນດັບ 5 (ຄະແນນ 54.6).

ອິນໂດເນເຊຍ – ອັນດັບ 6 (ຄະແນນ 53.4).

ຈີນ – ອັນດັບ 7 (ຄະແນນ 52.2).

ສ.​ເກົາຫຼີ – ອັນດັບ 8 (ຄະແນນ 48.1).

ມາເລເຊຍ – ອັນດັບ 9 (ຄະແນນ 48.1).

ກຳປູເຈຍ – ອັນດັບ 10 (ຄະແນນ 47.4).

ມຽນມາ – ອັນດັບ 11 (ອັນດັບ 11 (ຄະແນນ 44.7).

ສິງກະໂປ – ອັນດັບ 12 (ຄະແນນ 38.2).

ມົງໂກລີ – ອັນດັບ 13 (ຄະແນນ 34.2).

ສປປ ລາວ ສາມາດຄວ້າຄະແນນໄດ້ເຖິງ 58.8 ຄະແນນ ເຊິ່ງເປັນອັນດັບ 2 ຂອງພູມີພາກ ເປັນຮອງພຽງແຕ່ ຟີລິບປິນ (59.3 ຄະແນນ) ເທົ່ານັ້ນ. ຕົວເລກນີ້ສະທ້ອນໃຫ້ເຫັນເຖິງຄວາມສົມດຸນໃນການດຳລົງຊີວິດຂອງປະຊາຊົນລາວ ທີ່ມີລະດັບຄວາມພໍໃຈໃນຊີວິດ ແລະ ຄວບຄູ່ໄປກັບການຮັກສາສິ່ງແວດລ້ອມ ແລະ ການໃຊ້ລະບົບນິເວດ (Ecological Footprint) ໃນລະດັບທີ່ຕ່ຳ ແລະ ເໝາະສົມ.

​ກຸ່ມຜູ້ໂດດເດັ່ນ (ຄະແນນເກີນ 53.0): ນອກຈາກ ຟີລິບປິນ ແລະ ລາວ ແລ້ວ ຍັງມີ ຫວຽດນາມ, ໄທ, ຍີ່ປຸ່ນ ແລະ ອິນໂດເນເຊຍ ທີ່ສາມາດຮັກສາຄະແນນຄວາມສຸກ ແລະ ການດຳລົງຊີວິດໃນລະດັບທີ່ດີ.

​ກຸ່ມປານກາງ: ຈີນ, ສ.​ເກົາຫຼີ, ມາເລເຊຍ ແລະ ກຳປູເຈຍ ຢູ່ໃນກຸ່ມລະດັບກາງ.

​ກຸ່ມທີ່ມີຄະແນນຕ່ຳສຸດ: ມຽນມາ, ສິງກະໂປ ແລະ ມົງໂກລີ ໄດ້ຮັບຄະແນນຕ່ຳກວ່າໝູ່ ເຊິ່ງສະທ້ອນໃຫ້ເຫັນເຖິງຄວາມທ້າທາຍໃນການສ້າງຄວາມສົມດຸນລະຫວ່າງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ລະດັບຄວາມພໍໃຈໃນການດຳລົງຊີວິດ.

ດັດຊະນີ HPI ນີ້ ຖືເປັນເຄື່ອງມືສຳຄັນທີ່ຊີ້ໃຫ້ເຫັນວ່າ ການສ້າງຄວາມສຸກຂອງປະຊາຊົນບໍ່ໄດ້ຂຶ້ນກັບການເຕີບໂຕທາງເສດຖະກິດພຽງຢ່າງດຽວ ແຕ່ຕ້ອງດຳເນີນໄປຄວບຄູ່ກັບການຮັກສາຊັບພະຍາກອນທຳມະຊາດຢ່າງຍືນຍົງ.

​ທີ່ມາ: Seasia​ Stats

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles