ພາຍຸ Narra ເຄື່ອນທີ່ຜ່ານພາກເໜືອຂອງຫວຽດນາມ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 1 ຄົນ

​ຮ່າໂນ້ຍ (VnExpress) — ພາຍຸ Narra (ພາຍຸຫົວທີ 4 ທີ່ພັດເຂົ້າທະເລຈີນໃຕ້ໃນປີນີ້) ໄດ້ກໍ່ໃຫ້ເກີດຝົນຕົກໜັກ, ນ້ຳຖ້ວມຂັງ ແລະ ດິນເຈື່ອນຢ່າງຮຸນແຮງໃນຫຼາຍພື້ນທີ່ທາງພາກເໜືອຂອງປະເທດຫວຽດນາມ. ຕາມການລາຍງານຈາກກົມກວດກາ ແລະ ຈັດການໄພພິບັດຫວຽດນາມ ໄດ້ຢືນຢັນວ່າ ມີຜູ້ເສຍຊີວິດແລ້ວ 1 ລາຍ ເປັນຊາຍອາຍຸ 27 ປີ ຍ້ອນເຫດການດິນເຈື່ອນທັບເຮືອນ.

ອິດທິພົນຂອງພາຍຸດັ່ງກ່າວໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງ:

ເຮືອນຊານຖືກທຳລາຍ ແລະ ເພພັງ 205 ຫຼັງ, ຖືກນ້ຳຖ້ວມຂັງຫຼາຍກວ່າ 2,500 ຫຼັງ (ໂດຍສະເພາະຢູ່ແຂວງ Lang Son ແມ່ນມີບາງເຂດນ້ຳຖ້ວມສູງເກືອບຮອດຊັ້ນ 2 ຂອງເຮືອນ).

ເຈົ້າໜ້າທີ່ໄດ້ເລັ່ງອົບພະຍົບປະຊາຊົນຫຼາຍກວ່າ 2,965 ຄອບຄົວ ອອກຈາກເຂດສ່ຽງໄພຢ່າງຮີບດ່ວນ ໃນແຂວງ Lang Son, Quang Ninh, Bac Ninh ແລະ Thanh Hoa.

ເນື້ອທີ່ເຮັດກະສິກຳຖືກນ້ຳຖ້ວມ ແລະ ເສຍຫາຍ 7,877 ເຮັກຕາ, ສັດລ້ຽງ (ງົວ, ຄວາຍ, ສັດປີກ) ຕາຍຫຼາຍກວ່າ 6,100 ໂຕ.

ເກີດດິນເຈື່ອນ ແລະ ນ້ຳຖ້ວມຂັດຂວາງການສັນຈອນຫຼາຍກວ່າ 35 ຈຸດ, ເສັ້ນທາງຫຼວງ 1B, 4A, 4B, 31 ແລະ ທາງຫຼວງທ້ອງຖິ່ນຖືກຕັດຂາດ.

​ປັດຈຸບັນ, ທະຫານ, ຕຳຫຼວດ ແລະ ເຈົ້າໜ້າທີ່ທ້ອງຖິ່ນ ໄດ້ລະດົມກຳລັງລົງພື້ນທີ່ຕະຫຼອດ 24 ຊົ່ວໂມງ ເພື່ອຊ່ວຍເຫຼືອປະຊາຊົນ, ແຈກຢາຍອາຫານ ຕິດຕັ້ງປ້າຍເຕືອນເຂດອັນຕະລາຍ ແລະ ຟື້ນຟູການຄົມມະນາຄົມຂົນສົ່ງ ໃຫ້ກັບມາໃຊ້ງານໃຫ້ໄດ້ໄວທີ່ສຸດ.

​ທີ່ມາ: VN​ EXPRESS

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles