ອີງຕາມຂໍ້ມູນການສຳຫຼວດຫຼ້າສຸດຈາກອົງການແຮງງານລະຫວ່າງຊາດ (ILO) ທີ່ຖືກເຜີຍແຜ່ໂດຍ Seasia Stats ໄດ້ເປີດເຜີຍສະຖິຕິ “ຊົ່ວໂມງເຮັດວຽກສະເລ່ຍຕໍ່ອາທິດ ຂອງບັນດາປະເທດໃນອາຊຽນ” (ຈັດອັນດັບຈາກນ້ອຍໄປຫາຫຼາຍ).
ຜົນການສຳຫຼວດພົບວ່າ ປະເທດລາວ ຕົກຢູ່ໃນອັນດັບທີ 5 ຂອງອາຊຽນ ໂດຍມີຊົ່ວໂມງການເຮັດວຽກສະເລ່ຍ ຢູ່ທີ່ 41.5 ຊົ່ວໂມງຕໍ່ອາທິດ. ຕົວເລກນີ້ສະທ້ອນໃຫ້ເຫັນວ່າ ແຮງງານໃນລາວມີຊົ່ວໂມງເຮັດວຽກທີ່ເກືອບທຽບເທົ່າມາດຕະຖານສາກົນ 40 ຊົ່ວໂມງຕໍ່ອາທິດ.
ມາສ່ອງເບິ່ງຊົ່ວໂມງເຮັດວຽກສະເລ່ຍຂອງ 11 ປະເທດໃນອາຊຽນ:
ຕີມໍ ເລສເຕ (Timor-Leste): 34.9 ຊົ່ວໂມງ/ອາທິດ (ອັນດັບ 1 – ນ້ອຍທີ່ສຸດ).
ອິນໂດເນເຊຍ (Indonesia): 40.0 ຊົ່ວໂມງ/ອາທິດ (ອັນດັບ 2).
ກຳປູເຈຍ (Cambodia): 40.4 ຊົ່ວໂມງ/ອາທິດ (ອັນດັບ 3).
ຟີລິບປິນ (Philippines): 40.6 ຊົ່ວໂມງ/ອາທິດ (ອັນດັບ 4).
ລາວ (Laos): 41.5 ຊົ່ວໂມງ/ອາທິດ (ອັນດັບ 5).
ຫວຽດນາມ (Vietnam): 41.6 ຊົ່ວໂມງ/ອາທິດ (ອັນດັບ 6).
ໄທ (Thailand): 42.3 ຊົ່ວໂມງ/ອາທິດ (ອັນດັບ 7).
ສິງກະໂປ (Singapore): 42.6 ຊົ່ວໂມງ/ອາທິດ (ອັນດັບ .
ມຽນມາ (Myanmar): 44.7 ຊົ່ວໂມງ/ອາທິດ (ອັນດັບ 9).
ມາເລເຊຍ (Malaysia): 44.7 ຊົ່ວໂມງ/ອາທິດ (ອັນດັບ 10).
ບຣູໄນ (Brunei): 46.0 ຊົ່ວໂມງ/ອາທິດ (ອັນດັບ 11 – ຫຼາຍທີ່ສຸດ).
ຈາກສະຖິຕິ ເຫັນໄດ້ວ່າປະເທດທີ່ແຮງງານເຮັດວຽກໜັກ ຫຼື ມີຊົ່ວໂມງເຮັດວຽກຫຼາຍທີ່ສຸດແມ່ນ ປະເທດບຣູໄນ ສູງເຖິງ 46 ຊົ່ວໂມງຕໍ່ອາທິດ, ໃນຂະນະທີ່ ຕີມໍ ເລສເຕ ເປັນປະເທດທີ່ມີຊົ່ວໂມງເຮັດວຽກສະເລ່ຍໜ້ອຍທີ່ສຸດ ເຊິ່ງບໍ່ເຖິງ 35 ຊົ່ວໂມງຕໍ່ອາທິດ.
ທີ່ມາ: Seasia Stats


