ສານຝັນສູ່ສະໜາມເຈລີກ! ເຍົາວະຊົນ U10 ສະໂມສອນ ມັດສະດ້າ ຈີບີ ຄວ້າແຊ້ມທີ່ປະເທດຍີ່ປຸ່ນຢ່າງສົມກຽດ

ຈິບະ, ປະເທດຍີ່ປຸ່ນ — ຫຼັງຈາກທີ່ໄດ້ຕັ້ງເປົ້າໝາຍ ແລະ ພະຍາຍາມມາຕະຫຼອດໄລຍະ 2 ປີ, ໃນທີ່ສຸດທັບນັກເຕະເຍົາວະຊົນຮຸ່ນອາຍຸບໍ່ເກີນ 10 ປີ (U10) ຈາກສະໂມສອນບານເຕະ ມັດສະດ້າ ຈີບີ (Mazda GB FC) ກໍສາມາດສ້າງຜົນງານອັນໂດດເດັ່ນ ຄວ້າແຊ້ມການແຂ່ງຂັນໄດ້ສຳເລັດ ພ້ອມທັງສານຝັນໃຫ້ບັນດານັກເຕະນ້ອຍໄດ້ລົງສຳຜັດພື້ນຫຍ້າຂອງສະໜາມຮອງຮັບການແຂ່ງຂັນລະດັບ ເຈລີກ (J.League) ຢ່າງເຕັມພາກພູມ.

ຄວາມສຳເລັດໃນຄັ້ງນີ້ ໄດ້ຖືກຈາລຶກຂຶ້ນທີ່ສະໜາມກິລາ ຟູກູດະ ອີເລັກໂທຣນິກ ອາຣີນາ (Fukuda Electronic Arena) ໃນເມືອງຈິບະ ປະເທດຍີ່ປຸ່ນ. ທາງສະໂມສອນໄດ້ເປີດເຜີຍວ່າ ເສັ້ນທາງກວ່າຈະກ້າວມາເຖິງຈຸດນີ້ ບໍ່ແມ່ນເລື່ອງງ່າຍ; ບັນດານັກເຕະເຍົາວະຊົນຕ້ອງຜ່ານການຝຶກຊ້ອມຢ່າງໜັກໜ່ວງ, ພັດທະນາຕົນເອງຢ່າງຕໍ່ເນື່ອງ ແລະ ຍັງຕ້ອງໄດ້ລົງແຂ່ງຂັນໃນລາຍການທີ່ແບກອາຍຸຫຼາຍລາຍການ ເພື່ອທົດສອບ ແລະ ກ້າວຂ້າມຂີດຈຳກັດຂອງພວກເຂົາເອງ. ຂັນລາງວັນໃນມື້ນີ້ ຈຶ່ງຖືເປັນສິ່ງທີ່ສົມກັບຄວາມທຸ່ມເທຢ່າງແທ້ຈິງ.

ໃນໂອກາດແຫ່ງຄວາມປິຕິຍິນດີນີ້, ຕົວແທນຂອງສະໂມສອນບານເຕະ ມັດສະດ້າ ຈີບີ ໄດ້ກ່າວສະແດງຄວາມຂອບໃຈຢ່າງສຸດຊຶ້ງ ໂດຍມອບຄວາມສຳເລັດດັ່ງກ່າວໃຫ້ກັບແຟນບານ “ຝູງຟີນິກ” ທຸກຄົນ. ພ້ອມດຽວກັນນັ້ນ, ຍັງໄດ້ເນັ້ນຢໍ້າເຖິງບົດບາດສຳຄັນຂອງບັນດາພໍ່ແມ່ ແລະ ຜູ້ປົກຄອງ ທີ່ຄອຍມອບໂອກາດ, ມີຄວາມອົດທົນ ແລະ ເອົາໃຈໃສ່ສະໜັບສະໜູນບຸດຫຼານຂອງຕົນມາໂດຍຕະຫຼອດ ຈົນເຮັດໃຫ້ຄວາມຝັນກາຍເປັນຈິງໄດ້ໃນທີ່ສຸດ.

ນອກຈາກນີ້, ຜົນງານດັ່ງກ່າວຍັງເກີດຂຶ້ນໄດ້ຈາກການສະໜັບສະໜູນຂອງຫຼາຍພາກສ່ວນ ທີ່ຮ່ວມກັນຊຸກຍູ້ການພັດທະນາກິລາບານເຕະເຍົາວະຊົນ ອາທິ: MAZDA LAOS, PAPON SPORTSWEAR, MKB, VARI, KA Kimberley Apartment, NIKSAN GROUP, VIP fitness, 895 studio, GB logistic, Narlabs Asia, Liqui Moly Laos ແລະ TotalEnergies.

ການຄວ້າແຊ້ມໃນຄັ້ງນີ້ ບໍ່ພຽງແຕ່ເປັນຜົນສຳເລັດຂອງສະໂມສອນເທົ່ານັ້ນ, ແຕ່ຍັງເປັນການສ້າງແຮງບັນດານໃຈທີ່ສຳຄັນ ໃຫ້ແກ່ເຍົາວະຊົນຮຸ່ນຕໍ່ໄປ ໃນການກ້າວເດີນຕາມຄວາມຝັນໃນເສັ້ນທາງກິລາບານເຕະອາຊີບໃນອະນາຄົດ.

ທີ່ມາ: Mazda Laos GB FC

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles