ໂອດອບລາວ ຂະຫຍາຍຕົວ! ອະນຸຍາດນຳໃຊ້ກາໝາຍແລ້ວ 433 ຫົວໜ່ວຍ ມີ 1,541 ຜະລິດຕະພັນ

ມາຮອດປະຈຸບັນ ວັນທີ 30 ມິຖຸນາ 2026 ສາມາດອອກອະນຸຍາດນຳໃຊ້ກາໝາຍໂອດອບໄດ້ທັງໝົດ 433 ຫົວໜ່ວຍ, ມີ 1,541 ຜະລິດຕະພັນສິນຄ້າ, ກວມເອົາ 397 ບ້ານ ໃນ 126 ເມືອງ ທົ່ວປະເທດ.

📊 ໃນນັ້ນ, ຫັດຖະກຳ ກວມ 48% ມີ 210 ຫົວໜ່ວຍ ແລະ 990 ຜະລິດຕະພັນ; ອາຫານ ແລະ ເຄື່ອງດື່ມ ກວມ 45% ມີ 193 ຫົວໜ່ວຍ ແລະ 458 ຜະລິດຕະພັນ; ຢາພື້ນເມືອງ ກວມ 7%; ສ່ວນ ບໍລິການ ແລະ ໂອດອບໃນຮູບແບບບໍລິການ ກວມ 1% ມີ 1 ຫົວໜ່ວຍ.

📈 ສຳລັບໄລຍະ 2020-2025 ສາມາດອອກອະນຸຍາດນຳໃຊ້ກາໝາຍໂອດອບໄດ້ຈຳນວນ 209 ຫົວໜ່ວຍ ແລະ 699 ຜະລິດຕະພັນ.

ຂໍ້ມູນດັ່ງກ່າວສະທ້ອນໃຫ້ເຫັນເຖິງຈຳນວນສິນຄ້າ ແລະ ຫົວໜ່ວຍໂອດອບທີ່ໄດ້ຮັບອະນຸຍາດນຳໃຊ້ກາໝາຍເພີ່ມຂຶ້ນ ແລະ ຂະຫຍາຍຄອບຄຸມໄປຍັງຫຼາຍພື້ນທີ່ທົ່ວປະເທດ.

🌾 ການພັດທະນາໂອດອບ ເປັນອີກຂະແໜງສຳຄັນໃນການສົ່ງເສີມສິນຄ້າທ້ອງຖິ່ນ, ຫັດຖະກຳ, ອາຫານ ແລະ ຜະລິດຕະພັນຈາກຊຸມຊົນ ໃຫ້ມີການຮັບຮອງດ້ວຍກາໝາຍ ແລະ ມີໂອກາດຂະຫຍາຍສູ່ຕະຫຼາດຫຼາຍຂຶ້ນ.

ທີ່ມາ: ຂ່າວສານ ອຸດສາຫະກຳ ແລະ ການຄ້າ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles