ໃນວັນທີ 19 ສິງຫາ 2026 ນີ້ເຈົ້າໜ້າທີ່ສະເພາະກິດກະຊວງ ປ້ອງກັນຄວາມສະຫງົບ ໄດ້ລົງກວາດລ້າງ ກຸ່ມແກ້ງກໍ່ອາຊະຍາກໍາທາງດ້ານອິນເຕີເນັດ ແລະ ການພະນັນອອນລາຍ ຢູ່ຫ້ອງການ ໂຣໂຢລສະແຄລ ບ້ານ ໜອງດ້ວງ ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ.
ຜ່ານການກວດຄົ້ນຂອງເຈົ້າໜ້າທີ່ ພົບເຫັນເປົ້າໝາຍ 7 ຄົນ, ຍິງ 5 ຄົນ ທີ່ເປັນພົນລະເມືອງລາວ ໃນຖານະລູກຈ້າງ, ຜ່ານການສືບສວນ-ສອບສວນໃນເບື້ອງຕົ້ນ ຜູ້ຖືກຫາຮັບສາລະພາບວ່າ: ໄດ້ເຮັດໜ້າທີ່ ເປັນແອັດມິນຕອບແຊດ ເວບພະນັນທາງອອນລາຍ ຢ່າງແທ້ຈິງ ເຊິ່ງໄດ້ເຄື່ອນໄຫວມາແຕ່ເດືອນ 4 ປີ 2026 ເປັນຕົ້ນມາ.
ເຄື່ອງຂອງກາງ ມີຈໍຄອມພິວເຕີ້ 62 ໜ່ວຍ, ຄອມພິວເຕີ້ ໂນດບຸກ 13 ໜ່ວຍ, ໂທລະສັບມືຖື 41 ໜ່ວຍ, ເຄສຄອມ 4 ໜ່ວຍ; ປັດຈຸບັນ, ເຈົ້າໜ້າທີ່ກໍາລັງດໍາເນີນການສືບສວນ-ສອບສວນ ຂະຫຍາຍຜົນເພື່ອຊອກຫາຫົວໂປ່ໂຕການ ແລະ ຜູ້ຮ່ວມຂະບວນການມາດໍາເນີນຄະດີຕາມລະບຽບກົດໝາຍ; ຕໍ່ກັບເຫດການດັ່ງກ່າວ; ເຈົ້າໜ້າທີ່ຂໍສະແດງຄວາມຂອບໃຈມາຍັງປະຊາຊົນ ແລະ ພົນລະເມືອງດີ ທີ່ໄດ້ສະໜອງຂໍ້ມູນຂ່າວສານອັນເປັນປະໂຫຍດ ຈົນນຳໄປສູ່ການບຸກມ້າງຂະບວນການດັ່ງກ່າວໄດ້ສຳເລັດ.
ພ້ອມດຽວກັນນີ້, ກໍ່ຂໍຮຽກຮ້ອງໃຫ້ປະຊາຊົນຈົ່ງມີສະຕິລະວັງຕົວໃນການໃຊ້ສື່ສັງຄົມອອນລາຍ, ຢ່າຕົກເປັນເຫຍື່ອຂອງກຸ່ມອາຊະຍາກຳ ແລະ ຢຸດຫຼິ້ນການພະນັນອອນລາຍທຸກຮູບແບບ. ຖ້າພົບເຫັນບຸກຄົນ, ກຸ່ມຄົນ ຫຼື ສະຖານທີ່ຕ້ອງສົງໄສເຄື່ອນໄຫວຜິດຕໍ່ກົດໝາຍ, ສາມາດແຈ້ງຕໍ່ເຈົ້າໜ້າທີ່ໄດ້ໂດຍດ່ວນ ຫຼື ໂທຜ່ານສາຍດ່ວນ 1533 ໄດ້ຕະຫຼອດ 24 ຊົ່ວໂມງ.
ທີ່ມາ: ກົມສື່ມວນຊົນ ປກສ


