ຈີນ ກຽມປ່ອຍຈະຫຼວດສາງເອີ໋ 7 ສູ່ອະວະກາດໃນວັນທີ 24 ສິງຫາ 2026 ນີ້

​ເມື່ອວັນທີ 19 ສິງຫາ 2026 ທີ່ຜ່ານມາ (ເວລາ 09:18 ໂມງ ຕາມເວລາທ້ອງຖິ່ນ), ຈະຫຼວດ Long March 5 Y14 ໄດ້ຖືກເຄື່ອນຍ້າຍເຂົ້າສູ່ຖານປ່ອຍ ຢູ່ທີ່ສູນປ່ອຍຍານອະວະກາດ ເຫິວນຊາງ (Wenchang) ແຂວງໄຫ່ໜານ ທາງຕອນໃຕ້ຂອງປະເທດຈີນ​ ​ ເປັນທີ່ຮຽບຮ້ອຍແລ້ວ ເພື່ອເປີດສາກພາລະກິດສຳຫຼວດດວງຈັນຄັ້ງປະຫວັດສາດ “Chang’e 7” (ສາງເອີ໋ 7) ທີ່ມີກຳນົດຈະປ່ອຍໂຕສູ່ອະວະກາດໃນວັນທີ 24 ສິງຫາ 2026 ນີ້.

ມາຮູ້ຈັກກັບພາລະກິດ Chang’e 7 ແລະ ຈະຫຼວດ Long March 5

ຈະຫຼວດ Long March 5 Y14: ເປັນໜຶ່ງໃນຈະຫຼວດຂົນສົ່ງທີ່ມີປະສິດທິພາບສູງສຸດຂອງຈີນ ມີຄວາມສູງເກືອບ 57 ແມັດ (ທຽບເທົ່າຕຶກ 20 ຊັ້ນ) ອອກແບບມາເພື່ອຂົນສົ່ງຍານອະວະກາດຂະໜາດໃຫຍ່ ແລະ ມີນ້ຳໜັກຫຼາຍ.

​ເປົ້າໝາຍສຳຄັນ: ມຸ່ງເນັ້ນການສຳຫຼວດ ຂົ້ວໂລກໃຕ້ຂອງດວງຈັນ (Lunar South Pole) ເພື່ອສຶກສາສະພາບແວດລ້ອມ, ຊັບພະຍາກອນ, ແລະ ຄົ້ນຫານ້ຳ ຫຼື ນ້ຳກ້າມ ຢູ່ບໍລິເວນກົ້ນຂຸມອຸກກາບາດທີ່ແສງອາທິດສ່ອງບໍ່ເຖິງ,​ ສຶກສາສະພາບແວດລ້ອມຂອງລັງສີບໍລິເວນວົງໂຄຈອນຮອບດວງຈັນ.

ສຶກສາຄວາມສຳພັນລະຫວ່າງ ດວງອາທິດ, ໂລກ, ແລະ ດວງຈັນ.

​ສ່ວນປະກອບ 4 ຢ່າງຂອງຍານ: ປະກອບມີ ຍານໂຄຈອນ (Orbiter), ຍານລົງຈອດ (Lander), ໂລເວີສຳຫຼວດພື້ນຜິວ (Rover), ແລະ ຍານສຳຫຼວດແບບເຕັ້ນ/ກະໂດດ (Hopper) ທີ່ສາມາດເຂົ້າເຖິງພື້ນທີ່ຊັ້ນ ແລະ ເຂດເງົາມືດຖາວອນໄດ້.

​ສ່ວນຄວາມພ້ອມ: ຍານສຳຫຼວດ Chang’e 7 ແລະ ຈະຫຼວດ Long March 5 Y14 ໄດ້ຂົນສົ່ງມາເຖິງສູນປ່ອຍຕັ້ງແຕ່ເດືອນເມສາ ແລະ ກໍລະກົດ ທີ່ຜ່ານມາ. ໃນປະຈຸບັນ, ລະບົບທຸກຢ່າງຢູ່ໃນສະພາບພ້ອມໃຊ້ງານ 100%. ທີມວິສະວະກອນກຳລັງຢູ່ໃນຂັ້ນຕອນການກວດເຊັກລະບົບສຸດທ້າຍ, ທົດສອບການທຳງານຮ່ວມກັນ, ແລະ ກຽມອັດສີດເຊື້ອເພີງ ກ່ອນທີ່ຈະຍິງສົ່ງສູ່ອະວະກາດຢ່າງເປັນທາງການໃນວັນທີ 24 ສິງຫານີ້!

ມາຮ່ວມຕິດຕາມ ແລະ ສົ່ງແຮງໃຈໃຫ້ກັບພາລະກິດສຳຫຼວດອະວະກາດຄັ້ງສຳຄັນຂອງພູມິພາກເຮົາໄປພ້ອມໆກັນ!

ທີ່ມາ: NARIT​ ສະຖາບັນວິໄຈດາລາສາດແຫ່ງປະເທດໄທ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles