ລາວ ເຝົ້າລະວັງ! ພາຍຸດີເປຣຊັນເຂດຮ້ອນ ຈະເຄື່ອນທີ່ເຂົ້າຫວຽດນາມ 21-22 ສິງຫານີ້

ສູນອຸຕຸນິຍົມ ແລະ ອຸທົກກະສາດແຫ່ງຊາດ​ຫວຽດນາມ​ ລາຍ​ງານວ່າ ພາຍຸດີເປຣຊັນເຂດຮ້ອນ ທີ່ເວລານີ້ເຄື່ອນຕົວຢູ່ທາງທິດກະເວັນອອກຂອງເກາະໄຫ່ໜານ ປະເທດຈີນ​ (ຂໍ້ມູນເວລາ 07:00 ໂມງເຊົ້າຂອງວັນພະຫັດນີ້) ກຳລັງເຄື່ອນຕົວໄປທາງທິດຕາເວັນຕົກ ດ້ວຍຄວາມໄວ 5-10 ກິໂລແມັດຕໍ່ຊົ່ວໂມງ,​ ຄວາມໄວຂອງລົມ 49 ກິໂລແມັດຕໍ່ຊົ່ວໂມງ ແລະ ລົມແຮງສູງສຸດເຖິງ 74 ກິໂລແມັດຕໍ່ຊົ່ວໂມງ.

ທິດທາງການເຄື່ອນຕົວຂອງລົມ ໃນ 24 ຊົ່ວໂມງຕໍ່ໜ້າ ພາຍຸຈະຍັງເຄື່ອນທີ່ໄປທາງທິດຕາເວັນຕົກຢ່າງຕໍ່ເນື່ອງ ຜ່ານຕອນເໜືອຂອງເກາະໄຫ່ໜານ ໂດຍຄວາມຮຸນແຮງຈະຍັງຄົງທີ່. ຈາກນັ້ນ ໃນຊ່ວງເຊົ້າຂອງວັນເສົາ (22 ສິງຫາ) ຄາດວ່າພາຍຸຈະຊ້າລົງ ແລະ ປ່ຽນທິດທາງໄປທາງທິດຕາເວັນຕົກສ່ຽງເໜືອ ມຸ່ງໜ້າສູ່ເຂດຕາເວັນອອກຂອງອ່າວຕອງກິນ. ຜູ້ຊ່ຽວຊານດ້ານອຸຕຸນິຍົມເຕືອນວ່າ ເມື່ອພາຍຸເຄື່ອນເຂົ້າສູ່ບໍລິເວນອ່າວຕອງກິນ ອາດຈະທະວີຄວາມຮຸນແຮງຂຶ້ນ ເຮັດໃຫ້ມີລົມແຮງສູງສຸດ 50-61 ກິໂລແມັດຕໍ່ຊົ່ວໂມງ, ລົມແຮງເຖິງ 75-88 ກິໂລແມັດຕໍ່ຊົ່ວໂມງ ແລະ ເຮັດໃຫ້ເກີດຄື້ນລົມແຮງໃນທະເລສູງ 2-3 ແມັດ ຕັ້ງແຕ່ວັນທີ 21 ສິງຫາເປັນຕົ້ນໄປ.

ທາງດ້ານຄະນະກຳມະການອຳນວຍການປ້ອງກັນໄພພິບັດແຫ່ງຊາດ ໄດ້ປະກາດໃຫ້ທຸກໜ່ວຍງານ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ເຝົ້າລະວັງຕິດຕາມສະພາບອາກາດຢ່າງໃກ້ຊິດ ພ້ອມທັງເຂັ້ມງວດໃນການຄຸ້ມຄອງການສັນຈອນທາງທະເລ. ສຳລັບປີນີ້ ໃນທະເລຈີນໃຕ້ໄດ້ມີພາຍຸໃຫຍ່ເກີດຂຶ້ນແລ້ວ 2 ຄັ້ງ ຄື: ພາຍຸໄຕ້ຝຸ່ນ ໄມສັກ” (Maysak) ໃນຊ່ວງຕົ້ນເດືອນກໍລະກົດ ທີ່ພັດເຂົ້າຝັ່ງແຂວງກວາງນິງ ແລະ ພາຍຸໄຕ້ຝຸ່ນ “ນູນ” (Noul) ໃນຊ່ວງທ້າຍເດືອນກໍລະກົດ. ທັງນີ້ ເຈົ້າໜ້າທີ່ຄາດການວ່າ ພາຍຸດີເປຣຊັນໃນເຂດນີ້ຈະຍັງຄົງມີຄວາມຖີ່​ ຍາວໄປຈົນເຖິງເດືອນກັນຍາ.

​ທີ່ມາ: VN​ EXPRESS

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles