ມີໄອເດຍດ້ານທຸລະກິດກະສິກຳແລ້ວບໍ່—ຫຼື ມີຄວາມສົນໃຈຢາກຈະລິເລີ່ມມັນຂຶ້ນມາ?

ປ່ຽນຈາກຄວາມຄິດໃຫ້ກາຍເປັນທຸລະກິດຈິ່ງກັບໂຄງການຝຶກອົບຮົມໂດຍເນັ້ນການປະຕິບັດຕົວຈິງໃນການລິເລີ່ມທຸລະກິດກະສິກຳສຳລັບໄວໜຸ່ມ ຢູ່ຫຼວງພະບາງ ປະຈຳປີ 2026!

ໃຊ້ເວລາ 5 ມື້ຂອງການຝຶກອົບຮົມທີ່ເນັ້ນການປະຕິບັດຕົວຈິງແມ່ນໄດ້ຖືກອອກແບບມາເພື່ອໄວໜຸ່ມຜູ້ທີ່ຢາກສະແຫວງຫາໂອກາດດ້ານທຸລະກິດໃນຂະແໜ່ງກະສິກຳ, ພັດທະນາໄອເດຍຂອງເຂົາເຈົ້າ ແລະ ເລີ່ມລົງມືເຮັດຈາກບາດກ້າວແລກສູ່ການສ້າງທຸລະກິດກະສິກຳເປັນຂອງຕົນເອງ. 🚀

ວັນທີໃນການຝຶກອົບຮົມ: 4–8 ກັນຍາ 2026

ສະຖານທີ່: ຫຼວງພະບາງ

ອາຍຸ: 18–35 ປີ

ໃຜທີ່ສາມາດສະໝັກໄດ້ແດ່?

ພວກເຮົາຍິນດີຕ້ອນຮັບໄວໜຸ່ມທີ່:

  • ມີອາຍຸ 18–35 ປີ
  • ສາມາດເຂົ້າຮ່ວມການຝຶກອົບຮົມແບບເຕັມເວລາໄດ້ທັງ 5 ມື້
  • ອາໄສຢູ່ພາຍໃນແຂວງຫຼວງພະບາງ
  • ມີຄວາມສົນໃຈໃນຂະແໜ່ງກະສິກຳ ຫຼື ທຸລະກິດກະສິກຳ
  • ຕ້ອງການພັດທະນາໄອເດຍທຸລະກິດຂອງເຂົາເຈົ້າ

ຢາກຮຽນຮູ້, ຢາກສ້າງສັນຜົນງານ ແລະ ຢາກຮຽນຮູ້ສິ່ງໃໝ່ໆ

ທ່ານບໍ່ຈຳເປັນຕ້ອງມີທຸລະກິດມາກ່ອນ!

ນີ້ແມ່ນໂຄງການຝຶກອົບຮົມສຳລັບຜູ້ເລີ່ມຕົ້ນຈາກສູນ, ເຖິງແມ່ນວ່າທ່ານຈະມີແຕ່ໄອເດຍຢູ່—ຫຼື ກຳລັງມອງຫາສິ່ງໃດສິ່ງໜື່ງຢູ່—ທ່ານກໍສາມາດສະໝັກເຂົ້າມາໄດ້ເລີຍ.

ທ່ານຈະໄດ້ຮຽນຮູ້ຫຍັງແດ່?

ໃນລະຫວ່າງການຝຶກອົບຮົມ, ທ່ານຈະໄດ້ຮຽນຮູ້ຜ່ານການປະຕິບັດກິດຈະກຳຕົວຈິງ, ລວມທັງ:

ວິທີສ້າງ ແລະ ພັດທະນາໄອເດຍທຸລະກິດ

ໄດ້ໄປທັດສະນະສຶກສາ & ສຳຫຼວດຕະຫຼາດ

ການພັດທະນາສິນຄ້າຕົວຢ່າງ

ນຳສະເໜີໄອເດຍທຸລະກິດຂອງທ່ານ

ມີໂອກາດໄດ້ຮັບເງິນລາງວັນຈາກທີມທີ່ຊະນະການນຳສະເໜີໄອເດຍທຸລະກິດ

ຈະສະໝັກໄດ້ແນວໃດ

ມື້ກຳນົດເປີດຮັບສະໝັກ: 26 ສິງຫາ 2026

ມື້ສຸດທ້າຍຂອງການປະກາດຜົນ: 28 ສິງຫາ 2026

ສະແກນຄິວອາໂຄດຢູ່ໃນໃບປິວ ແລະ ສະໝັກໄດ້ທັນທີ!

ສຳລັບນັກສຶກສາຈາກມະຫາວິທະຍາໄລ ສຸພານຸວົງ:

ຈະໄດ້ມີການແຍກການຝຶກອົບຮົມໃຫ້ ເຊິ່ງຈະໄດ້ຈັດຂຶ້ນພາຍໃນເດືອນຕຸລາ 2026 ນີ້.

ໂຄງການ IYA (ການບົ່ມເພາະຜູ້ປະກອບການດ້ານທຸລະກິດກະສິກຳສຳລັບໄວໜຸ່ມ, ນັບຕັ້ງແຕ່ປີ 2022) : ມຸ່ງຫວັງໃຫ້ໄວໜຸ່ມໄດ້ຄົ້ນພົບໂອກາດທີ່ຫຼາກຫຼາຍ, ໄດ້ມີການກໍ່ຕັ້ງທຸລະກິດໃໝ່ໆ ແລະ ໄດ້ສ້າງຄຸນຄ່າໃຫ້ແກ່ເຂດຊຸມຊົນຂອງຕົນເອງ.

ຮ່ວມຈັດຕັ້ງໂດຍ: ສູນບົ່ມເພາະທຸລະກິດ ລາວ-ເກົາຫຼີ (LKBIC), ມະຫາວິທະຍາໄລ ສຸພານຸວົງ

ສະໜັບສະໜູນໂດຍ: ອົງການວອນເດີສ໌ ສາກົນ & ກອງທຶນຊຸມຊົນແຫ່ງ ສ. ເກົາຫຼີ

ມາເລີ່ມທຸລະກິດກະສິກຳຂອງທ່ານໄປກັບພວກເຮົາ!

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles