ກະຊວງອຸດສາຫະກຳ ແລະ ການຄ້າ ສັ່ງຫ້າມນຳເຂົ້າ ແລະ ຈຳຫນ່າຍ ສະກວິດຊີ (Squishy)

ນະຄອນຫຼວງວຽງຈັນ, ວັນທີ 28 ກໍລະກົດ 2026 — ຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການສະບັບເລກທີ 2682/ຫອຂ ເພື່ອຄຸ້ມຄອງ ແລະ ປ້ອງກັນສຸຂະພາບຂອງຜູ້ບໍລິໂພກ ໂດຍສະເພາະແມ່ນ ເດັກນ້ອຍ ຫຼັງຈາກກວດພົບວ່າ ເຄື່ອງຫຼິ້ນບີບອັດ ຫຼື “ສະກວິດຊີ (Squishy)” ທີ່ນຳເຂົ້າມາຈາກຕ່າງປະເທດ ມີການປົນເປື້ອນ ສານເຄມີອັນຕະລາຍຮ້າຍແຮງ.

ຈາກການກວດສອບພົບວ່າ ຊັ້ນນອກຂອງເຄື່ອງຫຼິ້ນດັ່ງກ່າວມີ ສານເບນຊິນ (Benzene) ຕິດຄ້າງໃນປະລິມານທີ່ເລກເກີນມາດຕະຖານທີ່ກຳນົດໄວ້.

ຜົນກະທົບ: ເຮັດໃຫ້ເກີດການລະຄາຍເຄືອງຕໍ່ດວງຕາ, ດັງ, ລຳຄໍ, ນຳໄປສູ່ການແພ້ຢ່າງຮຸນແຮງ.

ອັນຕະລາຍໄລຍະຍາວ: ອາດເປັນສາເຫດໃຫ້ເກີດ ພະຍາດມະເຮັງບາງຊະນິດ (ໂດຍສະເພາະມະເຮັງເມັດເລືອດຂາວ).

ມາດຕະການ ແລະ ທິດທາງຈັດຕັ້ງປະຕິບັດ:

1. ຫ້າມນຳເຂົ້າ ແລະ ຈຳໜ່າຍ: ຫ້າມບັນດາຫົວໜ່ວຍທຸລະກິດ, ຜູ້ປະກອບການ, ຜູ້ຮ່ວມນຳເຂົ້າ, ຜູ້ຂາຍສົ່ງ ແລະ ຂາຍຍ່ອຍ ລະດົມນຳເຂົ້າ ຫຼື ຈຳໜ່າຍເຄື່ອງຫຼິ້ນ Squishy ທີ່ບໍ່ໄດ້ມາດຕະຖານ ແລະ ບໍ່ມີການຢັ້ງຢືນຄວາມປອດໄພໃນທົ່ວປະເທດຢ່າງເດັດຂາດ.

2. ລົງກວດກາ ແລະ ປາບປາມ: ມອບໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ/ນະຄອນຫຼວງວຽງຈັນ ສົມທົບກັບ ຂະແໜງສາທາລະນະສຸກ, ຕຳຫຼວດເສດຖະກິດ, ອຳນາດການປົກຄອງທ້ອງຖິ່ນ ລົງກວດກາມັກຈະຕາມຕະຫຼາດ, ຮ້ານມິນິມາດ, ຮ້ານຂາຍເຄື່ອງຫຼິ້ນ, ສຸມກວດສິນຄ້າ ແລະ ຊ່ອງທາງການຂາຍອອນລາຍ.

3. ມາດຕະການລົງໂທດ: ຖ້າພົບເຫັນການລະເມີດ ຈະຖືກເຕືອນ, ຢຶດ, ອາຍັດ, ທຳລາຍສິນຄ້າ ແລະ ປັບໃໝຕາມລະບຽບກົດໝາຍຢ່າງເຂັ້ມງວດ.

4. ເລັ່ງແຈ້ງເຕືອນສັງຄົມ: ເພີ່ມການໂຄສະນາແຈ້ງເຕືອນໄພຜ່ານສື່ມວນຊົນ ແລະ ເພຈ ສະມາຄົມປົກປ້ອງຜູ້ບໍລິໂພກ (ຫຼື ສາຍດ່ວນ 1510) ເພື່ອໃຫ້ຜູ້ປົກຄອງ ແລະ ສັງຄົມ ຫຼີກລ່ຽງການຊື້ເຄື່ອງຫຼິ້ນປະເພດນີ້ໃຫ້ເດັກນ້ອຍຢ່າງເດັດຂາດ.

ຄຳແນະນຳສຳລັບຜູ້ປົກຄອງ: ຫຼີກລ່ຽງການຊື້ເຄື່ອງຫຼິ້ນບີບອັດ Squishy ທີ່ບໍ່ມີສະຫຼາກຢັ້ງຢືນຄວາມປອດໄພຊັດເຈນໃຫ້ລູກຫຼານຫຼິ້ນ ເພື່ອຄວາມປອດໄພຂອງເດັກນ້ອຍ!

ສາຍດ່ວນປົກປ້ອງຜູ້ບໍລິໂພກ 1510

​Lao Youth​ Radio​ FM​90​MHz​

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles