ອັດຕາເງິນເຟີ້ ປະຈຳເດືອນກໍລະກົດ 2026 ປັບໂຕສູງຂຶ້ນເລັກໜ້ອຍມາຢູ່ທີ່ 7.6%

ອັດຕາເງິນເຟີ້ ປະຈຳເດືອນກໍລະກົດ 2026 ປັບໂຕສູງຂຶ້ນເລັກໜ້ອຍມາຢູ່ທີ່ 7.6% (ຂະນະທີ່ເດືອນມິຖຸນາ ຢູ່ທີ່ 7.4%). ເມື່ອທຽບໃສ່ເດືອນຜ່ານມາ ລາຄາສິນຄ້າໂດຍລວມ ເພີ່ມຂຶ້ນ 0.7% ເຊິ່ງສາເຫດຕົ້ນຕໍ ແມ່ນມາຈາກການປັບໂຕສູງຂຶ້ນຂອງຄ່າໄຟຟ້າ, ຄ່າເດີນທາງ-ຂົນສົ່ງ ແລະ ສິນຄ້າກະສິກຳຕາມລະດູການ.

ອີງຕາມບົດລາຍງານ ຈາກສູນສະຖິຕິແຫ່ງຊາດ, ການເພີ່ມຂຶ້ນຂອງອັດຕາເງິນເຟີ້ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ​ແມ່ນມີປັດໄຈຈາກຫຼາຍໝວດສິນຄ້າ ເຊັ່ນ: ໝວດພະລັງງານ ແລະ ທີ່ພັກອາໄສ, ໝວດການຮັກສາສຸຂະພາບ ແລະ ຢາ, ໝວດການສຶກສາ, ໝວດຄົມມະນາຄົມ, ໝວດຮ້ານອາຫານ-ໂຮງແຮມ, ເຄື່ອງນຸ່ງຫົ່ມ ແລະ ສິນຄ້າບໍລິໂພກອື່ນໆ.

ດັດສະນີລາຄາສິນຄ້າ ແລະ ບໍລິການ ທີ່ປັບໂຕສູງຂຶ້ນມີຄື:

ຄ່າໄຟຟ້າ: ເພີ່ມຂຶ້ນສູງເຖິງ 91.5%.

ຄ່າໂດຍສານລົດເມ: ເພີ່ມຂຶ້ນ 41.5%.

ນ້ຳມັນເຊື້ອໄຟ: ເຖິງວ່າຈະປັບຫຼຸດລົງເລັກໜ້ອຍເມື່ອທຽບໃສ່ເດືອນຜ່ານມາ, ແຕ່ຍັງສູງກວ່າໄລຍະດຽວກັນຂອງປີຜ່ານມາເຖິງ 30%.​

ເຂົ້າສານໜຽວ: ເພີ່ມຂຶ້ນ 3% (ພ້ອມດ້ວຍສິນຄ້າກະສິກຳອື່ນໆ ທີ່ປັບລາຄາຕາມລະດູການ).​

ເຖິງແມ່ນວ່າຕົວເລກອັດຕາເງິນເຟີ້ລວມ ເດືອນກໍລະກົດ 2026 ຈະຫຍັບຂຶ້ນພຽງ 0.2% ຈາກເດືອນມິຖຸນາ, ແຕ່ເມື່ອພິຈາລະນາຄ່າໃຊ້ຈ່າຍທີ່ຈຳເປັນໃນຊີວິດປະຈຳວັນ ເປັນຕົ້ນແມ່ນ ຄ່າໄຟຟ້າ, ຄ່າເດີນທາງ, ຄ່າຢາປົວພະຍາດ ແລະ ຄ່າເລົ່າຮຽນ ລ້ວນແຕ່ປັບໂຕສູງຂຶ້ນຢ່າງຮອບດ້ານ.

ສະພາບການດັ່ງກ່າວ ຍັງເປັນສິ່ງທ້າທາຍໃຫຍ່ຕໍ່ຄ່າຄອງຊີບ ເຊິ່ງບັງຄັບໃຫ້ທຸກຄົວເຮືອນຕ້ອງໄດ້ບໍລິຫານຈັດການ ແລະ ວາງແຜນການໃຊ້ຈ່າຍຢ່າງຮັດກຸມ ແລະ ປະຢັດມັດທະຍັດກວ່າເກົ່າ.

ທີ່ມາ: ກະຊວງການເງິນ

​Lao Youth​ ​Radio​ FM​90​MHz

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles