ກາຍເປັນອີກໜຶ່ງເລື່ອງລາວສຸດພາກພູມໃຈຂອງຊາດ! ເມື່ອນ້ອງໆ ນັກຮຽນຕົວແທນຈາກ ສູນ VF Learning Center ຈຳນວນ 9 ນ້ອງ ສາມາດສ້າງຜົນງານຢ່າງໂດດເດັ່ນໃນເວທີລະດັບພາກພື້ນ ດ້ວຍການຄວ້າ ລາງວັນອັນດັບ 3 ຈາກການແຂ່ງຂັນຫຸ່ນຍົນເຍົາວະຊົນນານາຊາດ (IYRC ASEAN: International Youth Robot Competition – ASEAN) ທີ່ຈັດຂຶ້ນຢູ່ Universiti Putra Malaysia ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ ໃນລະຫວ່າງວັນທີ 25–26 ກໍລະກົດ 2026 ຜ່ານມາ.
ຜົນງານຫຸ່ນຍົນສຸດເຈ໋ງ A.R.M.O.R.
ການແຂ່ງຂັນໃນຄັ້ງນີ້ມີຜູ້ເຂົ້າຮ່ວມຫຼາຍກວ່າ 800 ຄົນ ຈາກຫຼາກຫຼາຍປະເທດໃນອາຊຽນ, ຈີນ ແລະ ອິນເດຍ. ເຊິ່ງໃນປະເພດຫຼັກ (Main Game Event) ທີມນັກຮຽນລາວ 4 ນ້ອງ ໄດ້ຮ່ວມມືກັນສ້າງສັນຜົນງານຫຸ່ນຍົນ All-Terrain Remote Multi-Operational Robot (A.R.M.O.R.) ຈົນສາມາດຄວ້າອັນດັບ 3 ໃນລາຍການ Open Category Creative Design ມາຄອງໄດ້ຢ່າງງົດງາມ.
ຜົນງານດັ່ງກ່າວໄດ້ຮັບຄວາມຊົມເຊີຍຢ່າງຫຼວງຫຼາຍຈາກຄະນະກຳມະການ ທັງໃນດ້ານຄວາມຄິດສ້າງສັນ, ຄວາມແປກໃໝ່ ແລະ ປະສິດທິພາບການໃຊ້ງານ.
4 ນ້ອງ ທີ່ຄວ້າລາງວັນທີ 3 ປະກອບມີ:
ນາງ ແອວລາ ວົງສະຫວັດ
ທ້າວ ອານົນ ຫຼວງໂຄດ
ທ້າວ ທະວີຊັບ ອາໄພຍະວົງ
ນາງ ທິບພາພອນ ຄູນທະວົງ
ທ່ານນາງ ສຸກຖາວອນ ວົງສະຫວັນ, ຜູ້ອຳນວຍການສູນ VF Learning Center ໄດ້ສະແດງຄວາມຍິນດີ ແລະ ຍ້ອງຍໍຊົມເຊີຍນ້ອງໆ ທັງ 9 ຄົນ ທີ່ໄດ້ທຸ່ມເທຄວາມພະຍາຍາມຢ່າງໜັກ. ພ້ອມທັງສະແດງຄວາມຂອບໃຈຢ່າງເລິກເຊິ່ງເຖິງບັນດາຜູ້ປົກຄອງ ທີ່ໃຫ້ການສະໜັບສະໜູນ ແລະ ເປັນກຳລັງໃຈຢູ່ຄຽງຂ້າງນ້ອງໆ ມາໂດຍຕະຫຼອດ ຈົນເຮັດໃຫ້ຄວາມສຳເລັດອັນຍິ່ງໃຫຍ່ນີ້ເກີດຂຶ້ນໄດ້.
ຂໍ້ມູນ-ຮູບພາບ: ສູນ VF Learning Center, Edu Sport TV online
: Lao Youth Radio FM90MHz


