ສະມາຄົມສຽງແຄນລາວ ໄດ້ຈັດງານ ມະຫາກຳສຽງແຄນຈຳປາ ຄັ້ງທີ 1 ຂຶ້ນຢ່າງເປັນທາງການ ຢູ່ທີ່ຫໍວັດທະນະທຳແຫ່ງຊາດ, ນະຄອນຫຼວງວຽງຈັນ

ນະຄອນຫຼວງວຽງຈັນ, 27 ກໍລະກົດ 2026 – ສະມາຄົມສຽງແຄນລາວ ໄດ້ຈັດງານ ມະຫາກຳສຽງແຄນຈຳປາ ຄັ້ງທີ 1 ຂຶ້ນຢ່າງເປັນທາງການ ຢູ່ທີ່ຫໍວັດທະນະທຳແຫ່ງຊາດ, ນະຄອນຫຼວງວຽງຈັນ. ງານໃນຄັ້ງນີ້ຈັດຂຶ້ນເພື່ອອະນຸລັກ, ປົກປັກຮັກສາ ແລະ ເຜີຍແຜ່ມູນເຊື້ອ “ແຄນ ແລະ ສຽງແຄນລາວ” ເຊິ່ງເປັນມໍລະດົກວັດທະນະທຳອັນລ້ຳຄ່າຂອງຊາດ ແລະ ມໍລະດົກໂລກນາມມະທຳ ໃຫ້ມີຄວາມຍືນຍົງຄົງຢູ່ຄູ່ຄົນລາວຕະຫຼອດໄປ.

ງານດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມຈາກບັນດາທ່ານຜູ້ນຳຂັ້ນສູງ, ພະເຖລາ​ ນຸເຖລະ, ແຂກກຽດຕິຍົດ ແລະ ມວນຊົນຢ່າງພ້ອມພຽງ, ນຳໂດຍ:

ທ່ານ ທອງສະລິດ ມັງໜໍ່ເມກ – ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມ, ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ.​

ທ່ານ ອາດສະພັງທອງ ສີພັນດອນ – ເລຂາຄະນະພັກ, ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ.​

ທ່ານ ນາງ ອຳໄພວອນ ລ້ອມບຸນແພງ – ປະທານກຳມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ສະພາແຫ່ງຊາດ.​

ທ່ານ ພົນໂທ ແສງນວນ ໄຊຍະລາດ – ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ.​

ທ່ານ ພະຂັນໄຊ ສີຄັນໄຊ – ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ.​

ພ້ອມດ້ວຍບັນດາອະດີດການນຳຂັ້ນສູງ, ຄະນະສະມາຄົມສຽງແຄນລາວ, ກອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ແລະ ຕາງໜ້າຈາກແຂວງອ້ອມຂ້າງ.

ໃນພິທີ, ທ່ານ ຈະເລີນ ເຢຍປາວເຮີ ໄດ້ຂຶ້ນລາຍງານເຖິງປະຫວັດຄວາມເປັນມາອັນຍາວນານວ່າ: “ແຄນ ແລະ ສຽງແຄນ ແມ່ນຕິດພັນກັບວິຖີຊີວິດຂອງຄົນລາວມາຫຼາຍກວ່າ 3,000 ປີ ໂດຍເກີດຈາກພູມປັນຍາອັນລ້ຳຄ່າຂອງບັນພະບຸລຸດລາວ. ເພື່ອສືບທອດ ແລະ ອະນຸລັກມູນເຊື້ອດັ່ງກ່າວ, ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ຕາງໜ້າໃຫ້ລັດຖະບານ) ໄດ້ຖືເອົາມື້ຄົບຮອບວັນເກີດ 85 ປີ ຂອງ ປະທານ ໄກສອນ ພົມວິຫານ (13 ທັນວາ 2005) ເປັນມື້ສ້າງຕັ້ງສະໂມສອນສິລະປະແຄນລາວ ຫຼື ສະມາຄົມສຽງແຄນລາວ ໃນປັດຈຸບັນ.”

1. ເພື່ອສືບສານ, ເຜີຍແຜ່ ແລະ ອະນຸລັກແຄນລາວ ໃນຖານະມໍລະດົກໂລກນາມມະທຳ ໂດຍ UNESCO ໃຫ້ຄົງຢູ່ຕະຫຼອດໄປ.

2. ເພື່ອສ້າງຂະບວນການຟົດຟື້ນ ກະກຽມໃຫ້ແກ່ການດຳເນີນ ກອງປະຊຸມໃຫຍ່ ຄັ້ງທີ V ຂອງສະມາຄົມສຽງແຄນລາວ ທີ່ຈະຈັດຂຶ້ນໃນຕໍ່ໜ້າ.

ທ່ານ ຄຳພັນ ເໝືອນສິດທິດາ (ປະທານສະມາຄົມສຽງແຄນລາວ) ໄດ້ເປັນຕາງໜ້າມອບ “ແຄນ” ໃຫ້ກັບບັນດາທ່ານຜູ້ນຳຂັ້ນສູງ ເພື່ອເປັນສັນຍາລັກແຫ່ງການຮັກສາ ແລະ ສືບທອດ.

ທ່ານ ນາງ ຈຳພອນ ວົງສາ (ຫົວໜ້າກົມວັດທະນະທຳ ແລະ ສິລະປະການສະແດງ) ໄດ້ປະກອບຄຳເຫັນກ່ຽວກັບປະຫວັດ, ຄວາມໝາຍ, ແລະ ເສັ້ນທາງການຮັບຮອງສຽງແຄນລາວເປັນມໍລະດົກໂລກ ໂດຍ UNESCO.

ພາຍໃນງານຍັງມີການສະແດງປະເພດຕ່າງໆ ເຊັ່ນ:

ການເປົ່າແຄນວົງໝູ່ຍິງ-ຊາຍ ແລະ ການສະແດງ “ຟ້ອນສຽງແຄນລາວ”

ຂັບຊຳເໜືອຕ້ອນຮັບອວຍພອນ ແລະ ຂັບຊຳເໜືອແຄນມໍລະດົກລາວ.​

ຟ້ອນແມ່ຍິງລາວບັນດາເຜົ່າ, ຟ້ອນແຄນມົ້ງ, ລຳລ່ອງ “ຂອງຊື່ວ່າແຄນ”, ແລະ ລຳເຕີ້ຍພາມ່ວນ

ນອກຈາກນີ້, ພາຍໃນງານຍັງມີ ການວາງສະແດງ ແລະ ຈັດຈຳໜ່າຍສິນຄ້າລາວ, ເຮັດໃຫ້ບັນຍາກາດອຸດົມສົມບູນ​ ໄປດ້ວຍຄວາມຄຶກຄື້ນ, ມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມພາກພູມໃຈໃນວັດທະນະທຳຊາດ!

ທີ່ມາ: ວຽງຈັນໃໝ່

​Lao Youth​ ​Radio​ FM​90​MHz

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles