ມະນິລາ, 21 ກໍລະກົດ 2026 – ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດ ແລະ ບັນດາກອງປະຊຸມສຳຄັນ ໃນກອບກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ຢ່າງເປັນທາງການ ໂດຍການເປັນປະທານຂອງ ທ່ານ ນ. ມາ ເຕເຣຊາ ລາຊາໂຣ, ລັດຖະມົນຕີຕ່າງປະເທດ ຟີລິບປິນ
1. ກອງປະຊຸມແບບຄົບຄະນະ (Plenary)
ເສີມສ້າງຄວາມເຂັ້ມແຂງ: ປຶກສາຫາລືການຂັບເຄື່ອນ ວິໄສທັດປະຊາຄົມອາຊຽນ 2045 ແລະ ການຮັດແໜ້ນຄວາມຮ່ວມມືກັບພາຍນອກ.
ຂະຫຍາຍພັນທະມິດໃໝ່:
ຍິນດີຕ້ອນຮັບ ລິດຕົວນີ, ໂປໂລຍ, ຣູມານີ ແລະ ຊູແອດ ທີ່ຈະເຂົ້າຮ່ວມເປັນພາຄີ ສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ (TAC).
ເຫັນດີຮັບເອົາ ຕວັກກີ ເປັນຄູ່ຮ່ວມເຈລະຈາ, ພ້ອມທັງຮັບເອົາ ເຢຍລະມັນ ແລະ ກາຕາ ເປັນຄູ່ຮ່ວມຂະແໜງການອາຊຽນ.
ສິດທິມະນຸດ: ຮັບຊາບບົດລາຍງານປະຈຳປີ 2026 ຂອງຄະນະກຳມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ (AICHR) ແລະ ຮັບຮອງແຜນວຽກບູລິມະສິດ.
ບົດບາດຂອງ ສປປ ລາວ: ໃນນາມປະເທດປະສານງານ ອາຊຽນ-ການາດາ, ລາວໄດ້ລາຍງານຄວາມຄືບໜ້າການສ້າງ ແຜນປະຕິບັດງານ ອາຊຽນ-ການາດາ ສະບັບໃໝ່ (2026-2030).
ການຮັບຮອງເອກະສານ: ຮັບຮອງເອົາຖະແຫຼງການຮ່ວມ AMM ຄັ້ງທີ 59, ຖະແຫຼງການກ່ຽວກັບສະພາບການໃນຕາເວັນອອກກາງ ແລະ ເອກະສານກ່ຽວກັບເງື່ອນໄຂການເປັນຄູ່ຮ່ວມທາງການ.
2. ກອງປະຊຸມແບບວົງແຄບ (Retreat)
ບັນຫາມຽນມາ: ທົບທວນການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນຳອາຊຽນ ເຊິ່ງເຫັນວ່າ ມີຄວາມຄືບໜ້າຢ່າງເປັນຮູບປະທຳ.
ຄວາມທ້າທາຍພາກພື້ນ-ສາກົນ: ແລກປ່ຽນທັດສະນະຢ່າງກົງໄປກົງມາ ໃນບັນຫາທີ່ສັງຄົມກຳລັງໃຫ້ຄວາມສົນໃຈ ເປັນຕົ້ນແມ່ນ ວິກິດການພະລັງງານ, ອາຊະຍາກຳຂ້າມຊາດ, ການຫຼອກລວງທາງອອນລາຍ (Scams), ໄພພິບັດທຳມະຊາດ ແລະ ສະພາບການໃນຕາເວັນອອກກາງ.
3. ກອງປະຊຸມປຶກສາຫາລືບໍ່ເປັນທາງການ ແບບເປີດກວ້າງ
ຮັບຟັງການລາຍງານຈາກ ລັດຖະມົນຕີຕ່າງປະເທດ ຟີລິບປິນ ໃນນາມຜູ້ຕາງໜ້າພິເສດຂອງປະທານອາຊຽນ ປີ 2026 ກ່ຽວກັບຄວາມຄືບໜ້າໃນການແກ້ໄຂບັນຫາມຽນມາ.
ຮ່ວມກັນກຳນົດທິດທາງໃນຕໍ່ໜ້າ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນຳອາຊຽນ ໃຫ້ມີປະສິດທິພາບຍິ່ງຂຶ້ນ.
ທີ່ມາ: ກະຊວງການຕ່າງປະເທດ
Lao Youth Radio FM90MHz


