ວັນທີ 21 ກໍລະກົດ 2026 – ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ທີ່ ນະຄອນຫຼວງມະນິລາ, ສາທາລະນະລັດ ຟິລິບປິນ, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະຫາລືທະວີພາຄີກັບ ສົມເດັດ ເຈົ້າຊາຍ ອັບດູລ ມາທີນ ໂບລເກຍ (His Royal Highness Prince Abdul Mateen Bolkiah), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ບຣູໄນ ດາຣູຊາລາມ.
ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຊົມເຊີຍຢ່າງອົບອຸ່ນ ໃນໂອກາດທີ່ ເຈົ້າຊາຍ ອັບດູລ ມາທີນ ໂບລເກຍ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ບຣູໄນ ດາຣູຊາລາມ ພ້ອມທັງໄດ້ສະເໜີ ເຊື້ອເຊີນ ເຈົ້າຊາຍ ສະເດັດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນເວລາທີ່ສະດວກ.
ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ຂອບໃຈຢ່າງຈິງໃຈຕໍ່ ລັດຖະບານ ແລະ ປະຊາຊົນ ບຣູໄນ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ຢ່າງຕໍ່ເນື່ອງ ໂດຍສະເພາະການພັດທະນາຊັບພະຍາກອນມະນຸດ, ເຊັ່ນດຽວກັນກັບການສະໜັບສະໜູນການເປັນປະທານອາຊຽນຂອງລາວ ໃນປີ 2024 ທີ່ຜ່ານມາ.
ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຕະຫຼອດໄລຍະກວ່າ 30 ປີ (ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນປີ 1993) ເຊິ່ງໄດ້ຮັບການເພີ່ມພູນຄູນສ້າງຢ່າງຕໍ່ເນື່ອງ ຜ່ານການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງ:
ປີ 2022: ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມລັດຖະກິດ ທີ່ ບຣູໄນ.
ປີ 2023: ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ເດີນທາງຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ເພື່ອສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ ໄດ້ ຍົກລະດັບສາຍພົວພັນ ເປັນ “ຄູ່ຮ່ວມຍຸດທະສາດ”.
ນອກຈາກນີ້, ທັງສອງປະເທດຍັງໄດ້ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະໃນຂອບອາຊຽນ.
ສອງຝ່າຍໄດ້ຢືນຢັນທີ່ຈະສືບຕໍ່ຮ່ວມມືກັນຢ່າງໃກ້ຊິດ ເພື່ອເສີມຂະຫຍາຍການຮ່ວມມືໃນຫຼາຍດ້ານ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ ເປັນຕົ້ນແມ່ນ:
ການເຊື່ອມໂຍງ-ເຊື່ອມຈອດ
ພະລັງງານສະອາດ
ການທ່ອງທ່ຽວ
ການສຶກສາ
ການກະກຽມໃຫ້ແກ່ການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງໃນອະນາຄົດ.
ທີ່ມາ: ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ
Lao Youth Radio FM90MHz


