ເປີດເຄັດລັບຄົນອາຍຸຍືນ 100 ປີ ບໍ່ມີສູດລັດ ແຕ່ແມ່ນ “ພຶດຕິກຳທີ່ສະສົມມາຕະຫຼອດຊີວິດ”

ນັກວິທະຍາສາດຕັ້ງຄຳຖາມກັນມາຢ່າງຍາວນານວ່າ: ຖ້າເຮົາຢາກມີອາຍຸຢືນຍາວເຖິງ 100 ປີ, ມັນມີ “ເຄັດລັບສູດເດັດ” ຫຼື ຢາວິເສດອັນໃດອັນໜຶ່ງທີ່ເຮັດໄດ້ເລີຍບໍ່?

ແຕ່ຜົນການສຶກສາທາງວິທະຍາສາດຫຼ້າສຸດກັບໃຫ້ຄຳຕອບທີ່ຕ່າງອອກໄປ ການມີອາຍຸຢືນຍາວບໍ່ໄດ້ເກີດຈາກອາຫານຊະນິດໃດຊະນິດໜຶ່ງ, ຢາວິເສດ, ຫຼື ຢີນ (Gene) ພຽງໂຕດ່ຽວ, ແຕ່ມັນແມ່ນ ຜົນລວມຂອງການສະສົມປັດໄຈເລັກໆ ນ້ອຍໆ ຫຼາຍດ້ານຕະຫຼອດຊ່ວງຊີວິດ ບໍ່ວ່າຈະແມ່ນກຳມະພັນ, ວິຖີການດຳລົງຊີວິດ, ສຸຂະພາບຈິດ ແລະ ສະພາບແວດລ້ອມທີ່ເອື້ອອຳນວຍ.

ງານວິໄຈນີ້ໄດ້ຮັບການນຳໂດຍ Shaima Ibrahim ນັກເພສັດຊະວິທະຍາ ຈາກມະຫາວິທະຍາໄລອາເມຣິກັນ ແຫ່ງໄຄໂຣ (American University in Cairo) ປະເທດອີຢິບ. ທີມງານໄດ້ທົບທວນງານວິໄຈກ່ຽວກັບຜູ້ມີອາຍຸ 100 ປີຂຶ້ນໄປ ແລະ ຜູ້ມີອາຍຸເກີນ 110 ປີ ເຖິງ 124 ສະບັບ, ຄວບຄຸມໄລຍະເວລານານກວ່າ 55 ປີ ກ່ອນຈະຖືກຕີພິມໃນວາລະສານ Discover Public Health ຢ່າງເປັນທາງການ.

ຜົນການສຶກສາພົບວ່າ ຄົນທີ່ອາຍຸຢືນເປັນພິເສດມັກມີຄວາມແຕກຕ່າງໃນລະດັບຈຸລັງເມື່ອທຽບໃສ່ຄົນທົ່ວໄປ:

1. ລະບົບຊ້ອມແຊມ DNA ເຮັດວຽກຢ່າງມີປະສິດທິພາບສູງ.

2. ໄມໂຕຄອນເດຣຍ ເຊິ່ງເປັນແຫຼ່ງສ້າງພະລັງງານຂອງຈຸລັງ ມີຄວາມແຂງແຮງ.

3. ການຮັກສາຄວາມສົມດຸນ: ຄວບຄຸມການອັກເສບໃນຮ່າງກາຍໄດ້ດີ, ມີລະບົບເຜົາຜານທີ່ຫຼຸດຄວາມສ່ຽງຂອງໂລກຊະລາ ແລະ ຮັກສາສະໝອງໃຫ້ແຈ່ມໃສໄດ້ດີ.

4. ກຳມະພັນ: ບໍ່ມີ “ຢີນອາຍຸຢືນ” ພຽງໂຕດ່ຽວ, ແຕ່ເກີດຈາກການເຮັດວຽກຮ່ວມກັນຂອງຢີນຫຼາຍໆ ຕຳແໜ່ງທີ່ຄ່ອຍໆເສີມກັນ.

ກຳມະພັນອາດມີຜົນ ແຕ່ພຶດຕິກຳແມ່ນສິ່ງທີ່ເຮົາ “ເລືອກໄດ້” ຜູ້ອາຍຸຢືນເກີນ 100 ປີໃນຫຼາຍປະເທດມັກມີພຶດຕິກຳທີ່ຄ້າຍຄືກັນດັ່ງນີ້:

1. ເນັ້ນກິນພືດ-ຜັກເປັນຫຼັກ: ເລືອກອາຫານຈາກທຳມະຊາດ.

2. ເຄື່ອນໄຫວຮ່າງກາຍຕະຫຼອດ: ບໍ່ໄດ້ອອກກຳລັງກາຍໜັກ ແຕ່ເຄື່ອນໄຫວຜ່ານກິດຈະກຳປະຈຳວັນ ເຊັ່ນ: ການຍ່າງ ຫຼື ການເຮັດສວນ.

3. ບໍ່ສູບຢາ: ຫຼີກລ່ຽງສານພິດທີ່ທຳລາຍຮ່າງກາຍ.

4. ມີສາຍສຳພັນທີ່ອົບອຸ່ນ: ຮັກສາຄວາມສຳພັນທີ່ແໜ້ນແຟ້ນກັບຄອບຄົວ ແລະ ຊຸມຊົນ.

ນອກຈາກກາຍແຂງແຮງແລ້ວ ຈິດໃຈກໍຕ້ອງເຂັ້ມແຂງ ຄົນກຸ່ມນີ້ມັກມີ ຄວາມຍືດຢຸນທາງຈິດໃຈສູງ, ຮັບມືກັບຄວາມເຄັ່ງຄຽດ ແລະ ຄວາມປ່ຽນແປງໄດ້ດີ, ມີຄວາມວິຕົກກັງວົນຕ່ຳ ເຮັດໃຫ້ຫຼຸດຜົນກະທົບຈາກ “ຄວາມເຄັ່ງຄຽດຊໍ້າເຮື້ອ” ທີ່ຄ່ອຍໆ ທຳລາຍສຸຂະພາບໄລຍະຍາວ.

ນັກວິໄຈໄດ້ແບ່ງຜູ້ອາຍຸຢືນອອກເປັນ 3 ກຸ່ມຕາມລັກສະນະສຸຂະພາບ:

1. ກຸ່ມຜູ້ລອດພົນ ເກືອບບໍ່ເຄີຍພົບພະຍາດຊໍ້າເຮື້ອສຳຄັນເລີຍ.

2. ເລີ່ມປ່ວຍຊ້າກວ່າຄົນທົ່ວໄປຫຼາຍ (ປ່ວຍຊ່ວງສັ້ນໆ ກ່ອນເສຍຊີວິດ).

3. ກຸ່ມຢູ່ຮ່ວມກັບໂລກ: ແມ້ຈະເປັນໂລກຕັ້ງແຕ່ນ້ອຍ ແຕ່ສາມາດຄວບຄຸມອາການ ແລະ ໃຊ້ຊີວິດຢ່າງມີຄຸນນະພາບໄດ້ດົນນານຫຼາຍສິບປີ.

ແຫຼ່ງຂໍ້ມູນອ້າງອີງ: Discover Public Health Shaima Ibrahim, American University in Cairo (AUC), Egypt.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles