ພະແນກ ອຄ ນວ ອອກແຈ້ງການຫ້າມສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການຕາມລຳພັງໃຈ ຝ່າຝືນຖືກປັບໃໝ ແລະ ອາຍັດສິນຄ້າ

ນະຄອນຫຼວງວຽງຈັນ, 21 ກໍລະກົດ 2026 – ພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການຫ້າມການສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການຕາມລຳພັງໃຈ ເພື່ອຄວບຄຸມລາຄາສິນຄ້າ ແລະ ຄ່າບໍລິການໃຫ້ເປັນໄປຕາມລະບຽບກົດໝາຍ ບົນພື້ນຖານກົນໄກເສດຖະກິດຕະຫຼາດທີ່ລັດເປັນຜູ້ຄຸ້ມຄອງ ແລະ ດັດສົມ.

ແຈ້ງການລະບຸວ່າ ມາດຕະການດັ່ງກ່າວມີຈຸດປະສົງເພື່ອບໍ່ໃຫ້ຜູ້ປະກອບການສວຍໂອກາດຂຶ້ນລາຄາສິນຄ້າ ຫຼື ຄ່າບໍລິການໂດຍບໍ່ມີເຫດຜົນ ອັນເປັນການເອົາປຽບຜູ້ບໍລິໂພກ ແລະ ອາດສົ່ງຜົນກະທົບຕໍ່ຄ່າຄອງຊີບ ແລະ ຄວາມເປັນຢູ່ຂອງປະຊາຊົນ.

ເນື້ອໃນສຳຄັນຂອງແຈ້ງການ ມີດັ່ງນີ້:

1. ຫ້າມກັກຕຸນສິນຄ້າ ແລະ ຫ້າມຂຶ້ນລາຄາຕາມລຳພັງໃຈ

ຜູ້ປະກອບການ ແລະ ພໍ່ຄ້າແມ່ຄ້າ ຕ້ອງນຳສິນຄ້າອອກຈຳໜ່າຍ ແລະ ໃຫ້ບໍລິການຕາມລາຄາປົກກະຕິທີ່ເຄີຍປະຕິບັດມາ ຫ້າມກັກຕຸນສິນຄ້າ ຫຼື ສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການຕາມລຳພັງໃຈ ພ້ອມຮ່ວມມືຮັກສາປະລິມານສິນຄ້າໃຫ້ພຽງພໍ ບໍລິການດ້ວຍຄວາມເປັນທຳ ແລະ ຮ່ວມຮັກສາສະຖຽນລະພາບລາຄາ.

2. ສິນຄ້າຕ້ອງມີຄຸນນະພາບ ແລະ ຕິດປ້າຍລາຄາເປັນເງິນກີບ

ສິນຄ້າທີ່ນຳມາຈຳໜ່າຍຕ້ອງຮັບປະກັນຄຸນນະພາບ ແລະ ຄວາມປອດໄພ ພ້ອມຕິດປ້າຍລາຄາເປັນເງິນກີບຢ່າງຊັດເຈນ. ຫ້າມນຳສິນຄ້າເສຍຄຸນ, ໝົດອາຍຸ ຫຼື ບໍ່ມີສະຫຼາກພາສາລາວມາຈຳໜ່າຍ. ສ່ວນກະຕ່າຂອງຂວັນ ຫຼື ກະຕ່າອວຍພອນ ຕ້ອງລະບຸຊື່ຮ້ານ, ທີ່ຢູ່ ແລະ ເບີໂທຕິດຕໍ່ ເພື່ອອຳນວຍຄວາມສະດວກໃນການກວດກາ.

3. ຫ້າມນຳເຂົ້າ ແລະ ຈຳໜ່າຍໝາກກະໂພກ ແລະ ວັດຖຸທີ່ມີສຽງແຕກທຸກຊະນິດ

ແຈ້ງການກຳນົດໃຫ້ຫ້າມນຳເຂົ້າ ແລະ ຈຳໜ່າຍໝາກກະໂພກ ລວມທັງວັດຖຸທີ່ມີສຽງແຕກທຸກຊະນິດຢ່າງເດັດຂາດ.

4. ຜູ້ຝ່າຝືນຈະຖືກດຳເນີນການຕາມກົດໝາຍ

ຫາກເຈົ້າໜ້າທີ່ລົງກວດກາພົບວ່າ ມີຫົວໜ່ວຍທຸລະກິດ ຫຼື ຜູ້ປະກອບການລາຍໃດ ລະເມີດແຈ້ງການສະບັບນີ້ ຈະຖືກດຳເນີນມາດຕະການຕາມກົດໝາຍ ໂດຍອາດຖືກຕັກເຕືອນ, ອົບຮົມ, ປັບໃໝ ຫຼື ອາຍັດສິນຄ້າ ຕາມແຕ່ລະກໍລະນີ.

5. ເລັ່ງລົງກວດກາທົ່ວ 9 ເມືອງ

ພະແນກ ອຄ ໄດ້ມອບໃຫ້ຂະແໜງການຄ້າພາຍໃນ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າ ທັງ 9 ເມືອງ ເພີ່ມທະວີການໂຄສະນາ, ເຜີຍແຜ່ ແລະ ລົງກວດກາຫົວໜ່ວຍວິສາຫະກິດຢ່າງເຂັ້ມງວດ ໂດຍສຸມໃສ່ສິນຄ້າຄວບຄຸມ, ສິນຄ້າອຸປະໂພກ-ບໍລິໂພກ, ໂຮງແຮມ, ຮ້ານອາຫານ ແລະ ໂຮງຮຽນ ເພື່ອປ້ອງກັນການກັກຕຸນສິນຄ້າ ຫຼື ຂຶ້ນລາຄາໂດຍບໍ່ເໝາະສົມ.

ພະແນກ ອຄ ນະຄອນຫຼວງວຽງຈັນ ລະບຸວ່າ ແຈ້ງການສະບັບນີ້ ມີຜົນບັງຄັບໃຊ້ນັບແຕ່ວັນລົງນາມເປັນຕົ້ນໄປ ໂດຍໃຫ້ທຸກພາກສ່ວນຮ່ວມມືປະຕິບັດຢ່າງເຂັ້ມງວດ ແລະ ລາຍງານຜົນການດຳເນີນງານເປັນໄລຍະ ເພື່ອຮັກສາສະຖຽນລະພາບລາຄາ ແລະ ຄຸ້ມຄອງຜົນປະໂຫຍດຂອງຜູ້ບໍລິໂພກຢ່າງມີປະສິດທິຜົນ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles