ລິຊາ ສ້າງປະຫວັດສາດ ກວາດລາຍໄດ້ທະລຸ 12.1 ລ້ານໂດລາ ໃນມະຫາກຳ 2026 FIFA World Cup

ລິຊາ ສິລະປິນສາວຊຸບເປີສະຕາລະດັບໂລກ ສ້າງປາກົດການໃໝ່ໃຫ້ກັບວົງການບັນເທີງ ແລະ ກິລາອີກຄັ້ງ ຫຼັງຈາກມີລາຍງານວ່າ ນາງສາມາດຟາດລາຍໄດ້ມະຫາສານປະມານ 12.1 ລ້ານໂດລາສະຫະລັດ ຈາກການສະແດງ ແລະ ການຮ່ວມງານກັບແບຣນດັງລະດັບໄຮເອັນ (High-value brand endorsements) ໃນລະຫວ່າງການຈັດງານມະຫາກຳບານໂລກ 2026 (2026 FIFA World Cup).

ຕາມການລາຍງານຂອງສຳນັກຂ່າວ The Sun ໄດ້ລະບຸວ່າ ລິຊາ ກາຍເປັນໜຶ່ງໃນຄົນດັງ ທີ່ມີລາຍໄດ້ສູງສຸດຈາກການປາກົດໂຕ ແລະ ມີສ່ວນຮ່ວມໃນທົວຣ໌ນາເມັ້ນບານລະດັບໂລກຄັ້ງນີ້.

“ເວທີ World Cup ໄດ້ຊ່ວຍຂະຫຍາຍຄວາມນິຍົມລະດັບໂລກຂອງ ລີຊາ ໃຫ້ຍິ່ງໃຫຍ່ຂຶ້ນໄປອີກ ພ້ອມທັງນຳພາໂຕນາງເຂົ້າສູ່ກຸ່ມຜູ້ຊົມກິລາສາຍແມນສະຕຣີມ (Mainstream sports audiences) ເຊິ່ງເປັນການເພີ່ມມູນຄ່າທາງການຄ້າມະຫາສານ ໃຫ້ກັບແບຣນອິນເຕີເເນຊັນນໍ້ທົ່ວໂລກ.”

ປະເດັນສຳຄັນທີ່ເຮັດໃຫ້ປະກົດການນີ້ໜ້າຈັບຕາເບິ່ງ:

1. ກ້າວຂ້າມສາຍງານສູ່ເວທີກິລາລະດັບໂລກ: ລິຊາ ບໍ່ໄດ້ຈຳກັດໂຕເອງຢູ່ພຽງແຕ່ວົງການ K-Pop ຫຼື ແຟຊັ່ນ ແຕ່ສາມາດປັກໝຸດຄວາມສຳເລັດໃນວົງການກິລາລະດັບໂລກໄດ້ຢ່າງງົດງາມ.

2. ມູນຄ່າທາງການຄ້າພຸ່ງສູງ: ການປາກົດຕົວໃນເວທີທີ່ມີຜູ້ຊົມຫຼາຍພັນລ້ານຄົນຍິ່ງຕອກຢ້ຳໃຫ້ແບຣນຊັ້ນນຳເຫັນເຖິງອິດທິພົນອັນມະຫາສານ.

3. ຕົວແທນຄວາມປັງລະດັບອິນເຕີ: ເປັນການພິສູດວ່າຊື່ຂອງ ລິຊາ, ເປັນແບຣນດັງທີ່ສາມາດສ້າງມູນຄ່າ ແລະ ດຶງດູດຄວາມສົນໃຈໄດ້ຈາກທຸກເພດທຸກໄວທົ່ວໂລກ

ແຫຼ່ງອ້າງອີງຂໍ້ມູນ: The Sun

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles