ກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດພິທີທໍາລາຍສິນຄ້າ ທີ່ບໍ່ໄດ້ມາດຕະຖານ, ປອມແປງລອກຮຽນແບບ ແລະ ລະເມີດເຄື່ອງໝາຍການຄ້າ ຂອງຍີ່ຫໍ້ SKF ເປັນສິນຄ້າເພດ: ອາໄຫລ່ລົດ ຈໍານວນທັງໝົດ 12,634 ອັນ ລວມມູນຄ່າ 3,446,800,000 ກີບ. ຄະນະເຈົ້າໜ້າທີ່ກວດກາການຄ້າ ກົມການຄ້າພາຍໃນ ໄດ້ສົມທົບກັບເຈົ້າໜ້າທີ່ຕຳຫຼວດເສດຖະກິດ ກົມຕຳຫຼວດເສດຖະກິດ ແລະ ບໍລິສັດທີ່ປຶກສາ ກົດໝາຍທີ່ກ່ຽວຂ້ອງ ໄດ້ລົງກວດກາ ແລະ ຍຶດສິນຄ້າ ຈາກຮ້ານຄ້າເປົ້າໝາຍ ຈໍານວນ 4 ຮ້ານຢູ່ທີ່ໃນ ນະຄອນຫຼວງວຽງຈັນ.
ເຊິ່ງສິນຄ້າທີ່ນໍາມາທໍາລາຍນີ້ ແມ່ນບໍ່ໄດ້ຮັບປະກັນທາງດ້ານຄຸນນະພາບ, ບໍ່ໄດ້ຮັບມາດຕະຖານ, ເປັນປອມແປງລອກຮຽນແບບສິນຄ້າ ແລະ ເປັນການລະເມີດເຄື່ອງໝາຍການຄ້າ. ເປັນການສ້າງຄວາມສັບສົນໃຫ້ ກັບຜູ້ຊົມໃຊ້ ຊຶ່ງເປັນການລະເມີດກົດໝາຍວ່າດ້ວຍ ປົກປ້ອງຜູ້ຊົມໃຊ້, ກົດໝາຍວ່າດ້ວຍຊັບສິນທາງປັນຍາ ແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງ ການນໍາໃຊ້ສິນຄ້າທີ່ບໍ່ໄດ້ຮັບມາດຕະຖານນີ້ອາດຈະສົ່ງຜົນເຮັດໃຫ້ພາຫະນະ ເປ່ເພ, ເຮັດໃຫ້ຊັບສິນເສຍຫາຍ, ສົ່ງຜົນກະທົບຕໍ່ການດໍາລົງຊີວິດ ອາດຈະເຮັດໃຫ້ໄດ້ຮັບບາດເຈັບ ຫຼື ຮ້າຍແຮງ ໄປກວ່ານັ້ນເຖິງຂັ້ນເສຍຊີວິດກໍເປັນໄດ້. ພ້ອມກັນນັ້ນ, ຍັງສົ່ງຜົນກະທົບຕໍ່ຜູ້ທີ່ເຄື່ອນໄຫວດໍາເນີນທຸລະກິດທີ່ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ.
ໃນຕໍ່ໜ້າ ຄະນະເຈົ້າໜ້າທີ່ການຄ້າ ໃນຂອບເຂດທົ່ວປະເທດ ແມ່ນຈະໄດ້ເພີ່ມທະວີການເອົາໃຈໃສ່ຕິດຕາມກວດກາຕ້ານ ແລະ ສະກັດກັ້ນການຄ້າສິນຄ້ານອກລະບົບທຸກຮູບແບບ, ການເຄື່ອນໄຫວດໍາເນີນທຸລະກິດ ທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ, ການຈໍາໜ່າຍສິນຄ້າປອມແປງລອກຮຽນ, ສິນຄ້າບໍ່ໄດ້ ມາດຕະຖານ ແລະ ການຕິດລາຄາສິນຄ້າເປັນເງິນຕາຕ່າງປະເທດ.
ພ້ອມກັນນີ້, ກໍຮຽກຮ້ອງມາຍັງ ທົ່ວສັງຄົມ ທັງພາກລັດ ແລະ ເອກະຊົນ ລວມທັງປວງຊົນລາວທັງຊາດ ຈົ່ງຊ່ວຍກັນ ຊົມໃຊ້, ຊຸກຍູ້ ແລະ ສົ່ງເສີມ ຫົວໜ່ວຍທຸລະກິດທີ່ເຄື່ອນໄຫວຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການ, ຖ້າຫາກພົບເຫັນການເຄື່ອນໄຫວທາງທຸລະກິດທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ຈົ່ງຊ່ວຍກັນແຈ້ງ ຫຼືໃຫ້ເບາະແສແຫຼ່ງຂ່າວເຖິງ ກົມການຄ້າພາຍໃນ ຫຼື ແຈ້ງຜ່ານສາຍດ່ວນ 1510 ປົກປ້ອງຜູ້ ຊົມໃຊ້.
ທີ່ມາ: ຂ່າວສານອຸດສາຫະກຳ ແລະ ການຄ້າ


