ນານນິງ, ສປ ຈີນ: ຄະນະນັກຂ່າວແມ່ຍິງ ພ້ອມດ້ວຍບຸກຄະລາກອນສື່ມວນຊົນ ແລະ ພະນັກງານລັດຖະບານ ຈາກ 🇱🇦ສປປ ລາວ, 🇲🇲 ມຽນມາ ແລະ 🇮🇩ອິນໂດເນເຊຍ ລວມທັງໝົດ 27 ທ່ານ ໄດ້ເຂົ້າຮ່ວມກອງປະຊຸມສໍາມະນາພາຍໃຕ້ຫົວຂໍ້ “Seminar for Female Multimedia Journalists from ASEAN Countries” ເຊິ່ງຈັດຂຶ້ນທີ່ເມືອງນານນິງ ເຂດປົກຄອງຕົນເອງກວາງຊີຈ້ວງ ສປ ຈີນ 🇨🇳
ການສໍາມະນາຄັ້ງນີ້ ມີເປົ້າໝາຍເພື່ອຍົກລະດັບຂີດຄວາມສາມາດຂອງບຸກຄະລາກອນສື່ເພດຍິງ ໃຫ້ກ້າວທັນກັບວິວັດທະນາການດ້ານເຕັກໂນໂລຊີສື່ສານມວນຊົນລະດັບສາກົນ .
ຕະຫຼອດໄລຍະການຝຶກອົບຮົມ, ຜູ້ເຂົ້າຮ່ວມໄດ້ເຈາະເລິກ ແລະ ຖອດຖອນບົດຮຽນຮ່ວມກັນໃນ 10 ຫົວຂໍ້ຫຼັກ ທີ່ກວມເອົາທັງພາກທິດສະດີ, ເຕັກໂນໂລຊີ ແລະ ການພັດທະນາບົດບາດຍິງ-ຊາຍ ດັ່ງນີ້:
🇨🇳 ການຮຽນຮູ້ບໍລິບົດ ແລະ ຄວາມກ້າວໜ້າຂອງຈີນ: ສຶກສາສະພາບພື້ນຖານ ແລະ ຈຸດພິເສດດ້ານການພັດທະນາຂອງເຂດປົກຄອງຕົນເອງກວາງຊີຈ້ວງ ເພື່ອເປັນຄວາມຮູ້ພື້ນຖານໃນການເຂົ້າໃຈການເຕີບໂຕຂອງພາກພື້ນ.

ການປ່ຽນແປງ ແລະ ຈຸດຢືນຂອງສື່ແມ່ຍິງ: ຖອດບົດຮຽນພາຍໃຕ້ແນວຄິດ “ການປ່ຽນແປງຕົວຕົນ ແຕ່ບໍ່ປ່ຽນແປງຈຸດຢືນ” (Changing identity, Unchanging anchor) ເພື່ອສົ່ງເສີມການເຕີບໂຕຂອງນັກສື່ສານເພດຍິງໃນເວທີສາກົນ.
ເຕັກນິກການຜະລິດສື່ແບບຄົບວົງຈອນ: ເຈາະເລິກຂະບວນການຜະລິດຂ່າວ ແລະ ການບໍລິຫານຈັດການສື່ແບບຫຼາກຫຼາຍ (Converged Media Operation).
ການສື່ສານຂ້າມວັດທະນະທຳ: ຮ່ວມຖອດຖອນບົດຮຽນ ທີ່ຄະນະສື່ສານມວນຊົນ ມະຫາວິທະຍາໄລຊົນເຜົ່າກວາງຊີ (Guangxi Minzu University) ກ່ຽວກັບແນວຄິດດ້ານວັດທະນະທຳຂອງ ທ່ານ ສີ ຈິ້ນຜິງ ແລະ ຍຸດທະສາດການສື່ສານຂ້າມວັດທະນະທຳ.
ການເກັບກຳຂ່າວໃນຍຸກອໍມີເດຍ (All-Media): ຮຽນຮູ້ລະບົບການເຮັດວຽກຂອງສື່ມວນຊົນຈີນ ແລະ ເຕັກນິກການລົງພື້ນທີ່ເກັບຂໍ້ມູນເພື່ອຜະລິດເນື້ອຫາຮູບແບບສື່ປະສົມ.
ການສ້າງຂີດຄວາມສາມາດ ແລະ ການຮ່ວມມື: ການພັດທະນາສັກກາຍະພາບການສື່ສານລະດັບຊາດ, ການປັ້ນບຸກຄະລາກອນສື່ໃນສະຖາບັນການສຶກສາ ແລະ ການສົ່ງເສີມການແລກປ່ຽນ-ຮ່ວມມື ກັບບັນດາປະເທດອາຊຽນ.

ປັນຍາປະດິດ (AI) ກັບນະວັດຕະກຳສື່: ສຶກສາການນຳໃຊ້ເຕັກໂນໂລຊີ AI ເຂົ້າໃນການຂັບເຄື່ອນ ແລະ ສ້າງນະວັດຕະກຳໃໝ່ ໃຫ້ແກ່ການປະສົມປະສານສື່ວິທະຍາສາດ ແລະ ເຕັກໂນໂລຊີ.
ນະວັດຕະກຳຈາກມຸມມອງຂອງແມ່ຍິງ: ການຫັນເອົາຜົນສຳເລັດທາງວິທະຍາສາດ ແລະ ເຕັກໂນໂລຊີ ມາຜັນຂະຫຍາຍໃຫ້ເກີດຜົນໃນພາກອຸດສາຫະກຳ ໂດຍຜ່ານທັດສະນະຂອງເພດຍິງ.
ພາບລັກຂອງນັກວິຊາຊີບແມ່ຍິງໃນສື່: ການສ້າງມູນຄ່າ ແລະ ສົ່ງເສີມພາບລັກຄວາມເປັນມືອາຊີບຂອງແມ່ຍິງ (Female professional image) ໃນວົງການສື່ສານມວນຊົນ.
ສື່ໃໝ່ກັບຫ້ອງສະໝຸດອັດສະລິຍະ: ການນຳໃຊ້ສື່ຍຸກໃໝ່ ເຂົ້າໃນການພັດທະນາຫ້ອງສະໝຸດ ເພື່ອສ້າງປະສົບການການອ່ານແບບອັດສະລິຍະ (Smart Reading Experience).
ກອງປະຊຸມສໍາມະນາໃນຄັ້ງນີ້ ບໍ່ພຽງແຕ່ເປັນການຍົກລະດັບທັກສະດ້ານເຕັກນິກ, ການນຳໃຊ້ AI ແລະ ສື່ດິຈິຕອນເທົ່ານັ້ນ, ແຕ່ຍັງເປັນຂີດໝາຍສຳຄັນໃນການສ້າງເຄືອຂ່າຍ, ແລກປ່ຽນທັດສະນະ ແລະ ຍົກສູງບົດບາດຂອງແມ່ຍິງໃນການເປັນຜູ້ນຳພາດ້ານການສື່ສານ ເພື່ອຮັດແໜ້ນຄວາມເຂົ້າອົກເຂົ້າໃຈ ແລະ ການຮ່ວມມືອັນດີງາມ ລະຫວ່າງ ອາຊຽນ ສປ ຈີນ ໃຫ້ມີຄວາມຍືນຍົງໃນອະນາຄົດ.

Nanning, China: A delegation of female journalists, along with media personnel and government officials from 🇱🇦 Laos, 🇲🇲 Myanmar, and 🇮🇩 Indonesia—totaling 27 participants—attended the “Seminar for Female Multimedia Journalists from ASEAN Countries” held in Nanning, Guangxi Zhuang Autonomous Region, China 🇨🇳.
This seminar aimed to elevate the capacity of female media professionals, ensuring they keep pace with the evolution of global mass communication technology .
Throughout the training, participants dove deep and shared lessons across 10 core topics covering theory, technology, and gender development:
🇨🇳 Understanding China’s Context and Progress: Studying the fundamental conditions and unique development aspects of the Guangxi Zhuang Autonomous Region to build a baseline for understanding regional growth.

Changes and the Anchor of Women’s Media: Drawing lessons under the concept of “Changing identity, Unchanging anchor” to promote the growth of female communicators on the international stage.
End-to-End Media Production Techniques: Taking a deep dive into news production processes and Converged Media Operation.
Cross-Cultural Communication: Exchanging insights at the School of Journalism and Mass Communication, Guangxi Minzu University, regarding Xi Jinping’s cultural thoughts and strategies for cross-cultural communication.
Reporting in the All-Media Era: Learning the workflow of Chinese media and field reporting techniques to produce multimedia content.
Capacity Building and Cooperation: Developing national communication potential, grooming media personnel within academic institutions, and promoting exchanges and cooperation with ASEAN countries.

Artificial Intelligence (AI) and Media Innovation: Studying the application of AI technology to drive and create new innovations for integrating science, technology, and media.
Innovation from a Female Perspective: Transforming scientific and technological achievements into industrial development through a female lens.
Professional Image of Women in Media: Building value and promoting the professional image (Female professional image) of women in the mass media industry.

New Media and Smart Libraries: Utilizing new media to develop libraries to create a Smart Reading Experience.
This seminar was not only about upgrading technical skills, AI utilization, and digital media, but it also marked a significant milestone in networking, exchanging perspectives, and empowering women as communication leaders. This will further strengthen mutual understanding and the beautiful cooperation between ASEAN China for a sustainable future.


