ໃນຂະນະທີ່ຫຼາຍຄົນກຳລັງຍ່າງຢູ່ໜ້າເຮືອນ ຫຼື ໄປໂຮງຮຽນຕາມປົກກະຕິ ອາດມີກຸ່ມຄົນບໍ່ຫວັງດີ ກຳລັງຫາໂອກາດ ເພື່ອຫຼອກລວງ ຫຼື ນຳພາເຫຍື່ອໄປສູ່ການຄ້າມະນຸດ.
ການຄ້າມະນຸດບໍ່ແມ່ນເລື່ອງໄກຕົວ ແລະ ສາມາດເກີດຂຶ້ນໄດ້ກັບທຸກຄົນ ໂດຍສະເພາະເດັກນ້ອຍ ແລະ ໄວໜຸ່ມ. ຄວາມປະໝາດພຽງຊົ່ວຂະນະ ອາດນຳໄປສູ່ການສູນເສຍອັນໃຫຍ່ຫຼວງ.
ຈົ່ງຈື່ໄວ້:
ຢ່າເຊື່ອຄົນແປກໜ້າງ່າຍເກີນໄປ
ຫຼີກລ້ຽງການເດີນທາງຄົນດຽວໃນບ່ອນປ່ຽວ
ແຈ້ງຄອບຄົວ ຫຼື ໝູ່ເພື່ອນທຸກຄັ້ງເມື່ອຈະເດີນທາງ
ຖ້າພົບເຫັນພຶດຕິກຳທີ່ໜ້າສົງໄສ ໃຫ້ແຈ້ງເຈົ້າໜ້າທີ່ທັນທີ ແລະ ການລະມັດລະວັງ ຄືເກາະປ້ອງກັນທີ່ດີທີ່ສຸດ.
ຮ່ວມກັນຕ້ານການຄ້າມະນຸດ ເພື່ອອະນາຄົດທີ່ປອດໄພຂອງເດັກ ແລະ ເຍົາວະຊົນລາວ!
ດ້ວຍຄວາມຮ່ວມໄຍຈາກ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ສະຫະພາບ ເອີຣົບ ປະຈໍາ ສປປ ລາວ, ອົງການເພື່ອການພັດທະນາ ແລະ ການຮ່ວມມືຂອງສະວິດເຊີແລນ (SDC) ແລະ ສະຖານທູດເຢຍລະມັນ ປະຈໍາ ສປປ ລາວ.
#HumanTraffickingAwareness#Youthsafety#DigitalSafety#StopScams#EUinLaos


