ເມືອງຄູນຄຳ ແຂວງຄຳມ່ວນ ມີຝົນຕົກໜັກຕິດຕໍ່ກັນເປັນເວລາ 05 ວັນແລ້ວ ວັນທີ 07 ກໍລະກົດ 2026 ເຮັດໃຫ້ລະດັບນ້ຳເພີ່ມຂື້ນຫຼາຍ, ການນຳເມືອງຄູນຄຳ ນຳທີມໂດຍ ທ່ານ ຄຳປ່ຽນ ມະນີຄຳ ກຳມະການພັກແຂວງ ເລຂາພັກເມືອງຄູນຄຳ, ທ່ານ ພົມມະລາ ຄານລາຫວັນ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງຄູນຄຳ, ຄະນະກຳ ມະການຄຸ້ມຄອງໄພພິບັດຂັ້ນເມືອງ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ໄດ້ພ້ອມກັນລົງຕິດຕາມສະພາບຢ່າງໃກ້ຊິດ.
ການລົງຕິດຕາມໃນຄັ້ງນີ້ພົບວ່າລະດັບນ້ຳເພີ່ມຂຶ້ນຫຼາຍຈົນເຮັດໃຫ້ເສັ້ນທາງສັນຈອນຄູນຄຳ-ກອງລໍ ເຂດບ້ານນາຄຳ ລົງຫາບ້ານນາກາງຖືກຕັດຂາດລົດນ້ອຍໃຫຍ່ ບໍ່ສາມາດໄປມາໄດ້ ນ້ຳກໍ່ເລີ່ມໄຫຼ ເຂົ້າເຮືອນຮອດຊັ້ນລຸ່ມເຮືອນຂອງປະຊາຊົນເຂດບ້ານນາກາງ, ບ້ານແກ້ງ ແລະ ບ້ານມ່ວງນ້ຳສາງ, ໄຮ່ນາບາງສ່ວນຖືກນ້ຳຖ້ວມ, ສ່ວນເຂດບ້ານໜອງຮາງເກົ່າແມ່ນຖືກນ້ຳຖ້ວມ ການສັນຈອນຖືກຕັດຂາດ ປະຈຸບັນປະຊາຊົນແມ່ນນຳໃຊ້ເຮືອຈັກເລັ່ງນຳສັດ ແລະ ຊັບສິນມີຄ່າອອກຈາກສະຖານທີ່ດັ່ງກ່າວ ໄປໄວ້ບ່ອນທີ່ປອດໄພ.
ການລົງຕິດຕາມໃນຄັ້ງນີ້ ການນຳຂອງເມືອງຄູນຄຳ ໄດ້ໃຫ້ອົງການປົກຄອງບ້ານ, ຂະແໜງ ການທີ່ກ່ຽວຂ້ອງ ເຝົ້າລະວັງຕະຫຼອດ 24 ຊົ່ວໂມງ ຖ້າຫາກລະດັບນ້ຳຍັງເພີ່ມຂຶ້ນ ໃຫ້ແຈ້ງປະຊາຊົນອົບພະຍົບອອກຈາກບ່ອນທີ່ມີຄວາມສ່ຽງໂດຍໄວ, ແລະ ແຈ້ງໃຫ້ເມືອງຮັບຊາບ ເພາະໃນປະຈຸບັນເຮືອຈັກຂອງເມືອງກໍ່ທຽບທ່າກຽມ ພ້ອມຊ່ວຍ ເຫຼືອປະຊາຊົນຢ່າງເຕັມຄວາມສາມາດ ແລະ ການລົງຕິດຕາມໃນຄັ້ງນີ້ການນຳເມືອງຄູນຄຳ ຍັງໄດ້ມອບເຄື່ອງບໍລິໂພກຈຳ ນວນໜຶ່ງໃຫ້ແກ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມອີກດ້ວຍ.
ທີ່ມາ: Khammouane News


