ກ້າວສຳຄັນຂອງວົງການ EV ລາວ! PTT (ລາວ) ຈັບມື BlueDot ເຊັນ MOU ສຶກສາຮ່ວມທຶນຂະຫຍາຍສະຖານີສາກທົ່ວປະເທດ

ໃນວັນທີ 2 ກໍລະກົດ 2026 ນີ້​ ບໍລິສັດ ພີທີທີ (ລາວ) ຈຳກັດ (PTT LAO) ແລະ ບໍລິສັດ ລາວທານີກົນຈັກໜັກ ຈຳກັດຜູ້ດຽວ (BlueDot) ໄດ້ຮ່ວມກັນລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ພາຍໃຕ້ “ໂຄງການສຶກສາຄວາມເປັນໄປໄດ້ໃນການຮ່ວມລົງທຶນຂະຫຍາຍພື້ນທີ່ສະຖານີສາກລົດໄຟຟ້າ” ຢ່າງເປັນທາງການ ທີ່ບໍລິສັດ ລາວທານີ​ ຫຼັກ 7, ບ້ານ ສີວິໄລ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ.

ພິທີລົງນາມໃນຄັ້ງນີ້ ໄດ້ຮັບກຽດຮ່ວມລົງນາມໂດຍ ທ່ານ ພິຣະເວດ ນະລານອງ ຜູ້ອຳນວຍການ ບໍລິສັດ ພີທີທີ (ລາວ) ຈຳກັດ ແລະ ທ່ານ ລັດສະສີພົນ ພິມພະຈັນ ຜູ້ອຳນວຍການ ບໍລິສັດ ລາວທານີກົນຈັກໜັກ ຈຳກັດຜູ້ດຽວ ພ້ອມດ້ວຍຄະນະຜູ້ບໍລິຫານຈາກທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ໃນໄລຍະທີ່ຜ່ານມາ​ BlueDot (ລາວທານີ) ເປັນຜູ້ລົງທຶນພຽງຜູ້ດຽວ ໃນການຕິດຕັ້ງສະຖານີສາກຕາມຈຸດຕ່າງໆ ພາຍໃນສະຖານີບໍລິການນ້ຳມັນ PTT ທົ່ວປະເທດ. ແຕ່ປັດຈຸບັນ, ດ້ວຍອັດຕາການເຕີບໂຕຂອງຕະຫຼາດລົດ EV ທີ່ກ້າວກະໂດດ ແລະ ວິໄສທັດທີ່ສອດຄ່ອງກັນ, PTT (LAO) ຈຶ່ງໄດ້ສະແດງຄວາມສົນໃຈຢ່າງຍິ່ງທີ່ຈະຍົກລະດັບບົດບາດສູ່ການເປັນ “ຜູ້ຮ່ວມລົງທຶນ” ໂດຍ MOU ສະບັບນີ້ມີວັດຖຸປະສົງຫຼັກເພື່ອ:

ສຶກສາ ແລະ ປະເມີນຄວາມເປັນໄປໄດ້: ໃນການສ້າງຕັ້ງ “ບໍລິສັດຮ່ວມທຶນໃໝ່” ເພື່ອດຳເນີນທຸລະກິດເຄື່ອງສາກລົດໄຟຟ້າພາຍໃຕ້ແບຣນ BlueDot.

ພັດທະນາຮູບແບບທຸລະກິດ (Business Model): ທີ່ສາມາດຕອບໂຈດ ແລະ ເໝາະສົມກັບພຶດຕິກຳຂອງຜູ້ບໍລິໂພກໃນ ສປປ ລາວ ໃຫ້ເກີດປະສິດທິພາບສູງສຸດ.

ການເຄື່ອນໄຫວໃນຄັ້ງນີ້ສະທ້ອນເຖິງຍຸດທະສາດ Energy Transition (ການປ່ຽນຜ່ານດ້ານພະລັງງານ) ຂອງ PTT (LAO) ເພື່ອຕອບໂຈດໂລກອະນາຄົດ. ໂດຍເລັງເຫັນວ່າ ຊ່ວງເວລາໃນການສາກໄຟ 20-30 ນາທີ ຂອງຜູ້ໃຊ້ລົດ EV ຄືໂອກາດສຳຄັນໃນການສ້າງປະສົບການໃໝ່.

PTT (LAO) ຈຶ່ງຕັ້ງເປົ້າໝາຍຍົກລະດັບສະຖານີບໍລິການນ້ຳມັນ PTT ທົ່ວປະເທດໃຫ້ກາຍເປັນ “Lifestyle Hub” ຫຼື ພື້ນທີ່ແຫ່ງການໃຊ້ຊີວິດ ທີ່ເຊື່ອມໂຍງລູກຄ້າເຂົ້າສູ່ທຸລະກິດ Non-Oil ເຊັ່ນ: ຮ້ານກາເຟ Café Amazon, ຮ້ານສະດວກຊື້ ແລະ ບໍລິການອື່ນໆ ພາຍໃນສະຖານີໄດ້ຢ່າງສົມບູນແບບ.

ໜຶ່ງໃນໄຮໄລ້ສຳຄັນຄື BlueDot ມຸ່ງເນັ້ນຂະຫຍາຍເຄືອຂ່າຍສະຖານີສາກ ເພື່ອຮອງຮັບລົດບັນທຸກໄຟຟ້າຂະໜາດໃຫຍ່ (EV Trucks) ຕາມເສັ້ນທາງຫຼັກ 13 ເໜືອ – 13 ໃຕ້ ແລະ ເຊື່ອມຕໍ່ແບບ “Border to Border” (ຈາກຊາຍແດນຫາຊາຍແດນ).

ການຮ່ວມມືນີ້ ແມ່ນການຮ່ວມຂັບເຄື່ອນເພື່ອຈັດຕັ້ງປະຕິບັດຕາມ ຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 40/ນຍ (ລົງວັນທີ 13 ມີນາ 2026) ໂດຍກົງ ເພື່ອເລັ່ງຫາທາງອອກໃນການຫຼຸດຜ່ອນການນຳເຂົ້ານ້ຳມັນເຊື້ອໄຟ, ເຊິ່ງເປັນສາເຫດຫຼັກທີ່ສົ່ງຜົນກະທົບຕໍ່ອັດຕາເງິນເຟີ້ ແລະ ຄັງສຳຮອງເງິນຕາຕ່າງປະເທດຂອງຊາດ.

ສະຖານີສາກ BlueDot ພ້ອມຍົກລະດັບປະສົບການຜູ້ໃຊ້ງານດ້ວຍເຕັກໂນໂລຊີທີ່ທັນສະໄໝ:

ຄວາມແຮງຫຼາກຫຼາຍ: ມີຕູ້ສາກຕັ້ງແຕ່ຄວາມແຮງ 40kW, 120kW, 180kW ຈົນຮອດ 400kW ຮອງຮັບທັງລົດສ່ວນຕົວ ແລະ ລົດຂົນສົ່ງຂະໜາດໃຫຍ່.

Smart Ecosystem: ເຊື່ອມຕໍ່ຜ່ານ ແອັບພລິເຄຊັນ ແລະ ບັດສາກ ທີ່ຊ່ວຍໃຫ້ການບໍລິຫານຈັດການ ແລະ ການຊຳລະເງິນສະດວກສະບາຍ.

ຄວາມປອດໄພອັນດັບ 1: ດ້ວຍມາດຕະຖານການຕິດຕັ້ງລະດັບສາກົນ ທີ່ເນັ້ນຄວາມປອດໄພຂອງຜູ້ຊົມໃຊ້ເປັນຫຼັກ.

ການລົງນາມ MOU ລະຫວ່າງ PTT (LAO) ແລະ BlueDot ໃນຄັ້ງນີ້ ຈຶ່ງບໍ່ເປັນພຽງແຕ່ການຮ່ວມມືທາງທຸລະກິດ, ແຕ່ເປັນການວາງຮາກຖານ “Seamless Mobility Ecosystem” ຫຼື ລະບົບນິເວດການເດີນທາງແບບໄຮ້ຮອຍຕໍ່ ທີ່ຈະຂັບເຄື່ອນເສດຖະກິດສີຂຽວ ແລະ ພັດທະນາ ສປປ ລາວ ຢ່າງຍືນຍົງ.

#PTTLao#BlueDot#ລົດໄຟຟ້າ#EVtrucks#ສະຖານີສາກລົດໄຟຟ້າ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles