ໃນວັນທີ 7 ກໍລະກົດ 2026 ທີ່ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ,ລັດຖະມົນຕີກະຊວງການເງິນ ໄດ້ລາຍງານກ່ຽວກັບ “ຮ່າງວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸຸກຍາກ”. ຈຸດປະສົງຫຼັກແມ່ນເພື່ອນຳໃຊ້ຂໍ້ມູນຕົວຈິງມາເປັນພື້ນຖານໃນການກຳນົດເປົ້າໝາຍ ແລະ ເລັ່ງແກ້ໄຂບັນຫາຕົວຈິງຢ່າງມີຈຸດສຸມ.
ເພື່ອໃຫ້ເຫັນພາບລວມຂອງສິ່ງທ້າທາຍ, ປັດຈຸບັນທົ່ວປະເທດຍັງມີຕົວເລກຜູ້ທີ່ບໍ່ທັນພົ້ນທຸກ ດັ່ງນີ້:
ຄອບຄົວບໍ່ພົ້ນທຸກ: ມີທັງໝົດ 189.792 ຄອບຄົວ (ເທົ່າກັບ 14,78%).
ບ້ານບໍ່ພົ້ນທຸກ: ມີທັງໝົດ 2.173 ບ້ານ (ກວມ 25,83%).
ເມືອງບໍ່ພົ້ນທຸກ: ມີທັງໝົດ 66 ເມືອງ (ກວມ 44,59%).
ລັດຖະບານ ໄດ້ຕັ້ງເປົ້າໝາຍຕົວເລກ ເພື່ອສ້າງການປ່ຽນແປງທີ່ເປັນຮູບປະທຳ ດັ່ງນີ້:
ຈະຍົກລະດັບໃຫ້ຄອບຄົວພົ້ນທຸກຫຼາຍກວ່າ 100.000 ຄອບຄົວ ຈາກ189.792 ຄອບຄົວ, ເພື່ອດຶງອັດຕາຄວາມທຸກຍາກໃຫ້ເຫຼືອພຽງຕົວເລກດຽວ (ປະມານ 8%).
ສ້າງບ້ານພົ້ນທຸກໃຫ້ໄດ້ຫຼາຍກວ່າ 1.000 ບ້ານ ຈາກ 2.173 ບ້ານ ແລະ ສ້າງບ້ານຈຸດສຸມຕົວແບບໃນການແກ້ໄຂຄວາມທຸກຍາກ ຢ່າງໜ້ອຍແຂວງລະ 4-5 ບ້ານ.
ສ້າງເມືອງພົ້ນທຸກໃຫ້ໄດ້ຫຼາຍກວ່າ 25 ເມືອງ, ຈາກ 66 ເມືອງ.
ເພື່ອບັນລຸເປົ້າໝາຍດັ່ງກ່າວ, ຈະມີການສຸມໃສ່ 2 ວຽກງານໃຫຍ່ ຄື:
1. ສ້າງອາຊີບ ແລະ ລາຍຮັບທີ່ໝັ້ນຄົງ: ຊຸກຍູ້ໃຫ້ປະຊາຊົນເຂົ້າເຖິງການບໍລິການ ແລະ ລະບົບປົກປ້ອງສັງຄົມຂັ້ນພື້ນຖານ, ຈັດສັນພູມລຳເນົາ-ອາຊີບໃຫ້ປະຊາຊົນບັນດາເຜົ່າ ເພື່ອຫຼຸດຜ່ອນການເຄື່ອນຍ້າຍແບບຊະຊາຍ.
2. ພັດທະນາພື້ນຖານໂຄງລ່າງໃນຊົນນະບົດ: ສ້າງສິ່ງອຳນວຍຄວາມສະດວກເພື່ອຮັບປະກັນການດຳລົງຊີວິດ, การຜະລິດ ແລະ ການເຂົ້າເຖິງສາທາລະນຸປະໂພກຢ່າງທົ່ວເຖິງ.
ມາດຕະການອື່ນໆ: ປັບປຸງລະບົບການເມືອງຂັ້ນຮາກຖານໃຫ້ເຂັ້ມແຂງ, ລະດົມທຶນການພັດທະນາຈາກທັງພາຍໃນແລະຕ່າງປະເທດ (ໂດຍບໍ່ເອື້ອຍອີງແຕ່ງົບປະມານລັດພຽງຢ່າງດຽວ) ແລະ ປັບປຸງກົນໄກນິຕິກຳໃຫ້ຮັດກຸມ-ເປັນລະບົບຄົບຊຸດຂຶ້ນ.
ທ່ານ ສັນຕິພາບ ພົມວິຫານ ຍັງໄດ້ຊີ້ແຈງເຖິງສາເຫດຫຼັກທີ່ກົດໜ່ວງການພັດທະນາ ໂດຍແບ່ງເປັນ 3 ລະດັບ ຄື:
ສາເຫດລະດັບຄອບຄົວ: ຂາດຄວາມຮູ້ ແລະ ອາຊີບທີ່ໝັ້ນຄົງ, ຍັງຄອງຄອຍການຊ່ວຍເຫຼືອຈາກລັດ, ທຳມາຫາກິນແບບດັ້ງເດີມ ແລະ ບໍ່ສາມາດເຂົ້າເຖິງການບໍລິການພື້ນຖານ (ສາທາລະນະສຸກ, ການສຶກສາ ແລະ ນ້ຳສະອາດ).
ສາເຫດລະດັບບ້ານ: ເສັ້ນທາງຄົມມະນາຄົມທຽວບໍ່ໄດ້ຕະຫຼອດປີ, ຂາດແຄນຕາຂ່າຍໄຟຟ້າ ແລະ ເຂົ້າບໍ່ເຖິງບໍລິການໂທລະຄົມ-ການຂົນສົ່ງ.
ສາເຫດລະດັບເມືອງ: ເສັ້ນທາງບໍ່ເຊື່ອມຈອດກັບບ້ານ/ທຽວບໍ່ໄດ້ຕະຫຼອດປີ, ການຄຸ້ມຄອງຊັບພະຍາກອນທຳມະຊາດ-ສິ່ງແວດລ້ອມຍັງບໍ່ມີປະສິດທິຜົນ ແລະ ເທສະບານເມືອງຍັງບໍ່ມີລະບົບນ້ຳປະປາຊົມໃຊ້.
ທີ່ມາ: ປະເທດລາວ
Lao Youth Radio FM90MHz


