​ແຈ້ງດ່ວນ! ເກີດດິນເຈື່ອນຖົມທາງ 8A ເຂດພູຜາມ່ານ ປິດການຈະລາຈອນຊົ່ວຄາວ!​

ເນື່ອງຈາກມີຝົນຕົກໜັກຕິດຕໍ່ກັນຫຼາຍວັນ ມາຮອດຕອນເຊົ້າມື້ນີ້ 8 ກໍລະກົດ 2026 ໄດ້ເກີດດິນເຈື່ອນລົງມາຖົມເສັ້ນທາງ ໃນພື້ນທີ່ເມືອງຄູນຄຳ ເພີ່ມອີກ 1 ຈຸດ​ ຄື: ເສັ້ນທາງເລກທີ 8A ເຂດພູຜາມ່ານ ລົງໄປທາງບ້ານຄູນເງິນ ເມືອງຄູນຄຳ ແຂວງຄໍາມ່ວນ.​

ດິນ ແລະ ຫີນຈຳນວນຫຼາຍໄດ້ເຈື່ອນລົງມາທັບຖົມເສັ້ນທາງ ເຮັດໃຫ້ຍານພາຫະນະທຸກປະເພດ ບໍ່ສາມາດສັນຈອນຜ່ານໄປມາໄດ້

ປັດຈຸບັນໜ່ວຍງານທີ່ກ່ຽວຂ້ອງຂອງເມືອງຄູນຄຳ ໄດ້ລົງກວດກາພື້ນທີ່ແລ້ວ ແລະ ກຳລັງດຳເນີນການແກ້ໄຂຢູ່.​

ຈຶ່ງຂໍແຈ້ງເຕືອນຜູ້ທີ່ມີຈຸດປະສົງຈະເດີນທາງໄປທາງແຍກຫຼັກ 20 ຫຼື ຈະນຳໃຊ້ເສັ້ນທາງເລກທີ 8A ໃນໄລຍະນີ້ ຂໍໃຫ້ຢຸດຊົ່ວຄາວກ່ອນ ຫຼື ຫຼີກລ່ຽງການສັນຈອນເສັ້ນທາງດັ່ງກ່າວ​ກ່ອນ,​ ເນື່ອງຈາກສະພາບອາກາດຍັງມີຝົນຕົກລົງມາຢ່າງຕໍ່ເນື່ອງ ອາດຈະມີຄວາມສ່ຽງ​ ເກີດດິນເຈື່ອນຖົມທາງໄດ້ງ່າຍ.

ທີ່ມາ: ໂຄສະນາ ຂ່າວສານເມືອງຄູນຄຳ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles