ລົງສຳຫຼວດເຂດພັດທະນາ ເພື່ອນຳແສງສະຫວ່າງ ແລະ ອິນເຕີເນັດ ເຂົ້າສູ່ເມືອງວຽງໄຊ ແຂວງຫົວພັນ

ໃນວັນທີ 7 ກໍລະກົດ 2026 ທ່ານ ທອງລີ ສີສຸລິດ ກໍາມະການສູນການພັກ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊົນປະຕິວັດລາວ ພ້ອມດ້ວຍ ຄະນະຊາວໜຸ່ມ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ລັດວິສາຫະກິດໄຟຟ້າລາວ ພ້ອມດ້ວຍຄະນະ ແລະ ການນໍາແຂວງ, ເມືອງ, ລົງສໍາຫຼວດພື້ນທີ່ເຂດຈຸດສຸມພັດທະນາ ຢູ່ບ້ານ ແຮ້ວ, ເມືອງວຽງໄຊ ແຂວງຫົວພັນ.

ໂດຍມີຈຸດປະສົ່ງ ເພື່ອແນ່ໃສ່ການພັດທະນາໂຄງລ່າງພື້ນຖານ, ຍົກລະດັບ ຄຸນນະພາບຊີວິດການເປັນຢູ່ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການແກ້ໄຂຄວາມ ທຸກຍາກຂອງປະຊາຊົນບັນດາເຜົ່າ ຢູ່ເຂດຫ່າງໄກສອກຫຼີກ ໃຫ້ມີຄວາມຍືນຍົງ. ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດເນື້ອໃນຈິດໃຈຂອງ ບົດບັນທຶກຄວາມເຂົ້າໃຈ (MOU) ແລະ ບົດບັນທຶກການຮ່ວມມື (MOC) ລະຫວ່າງ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຮ່ວມກັບ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ລັດວິສາຫະກິດໄຟຟ້າລາວ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ຕິດພັນກັບພາລະກິດ ນໍາແສງສະຫວ່າງ ແລະ ສັນຍານອິນເຕີເນັດ ສູ່ຊຸມຊົນ; ເພື່ອຊຸກຍູ້ ແລະ ຫັນເອົາວຽກງານຊາວໜຸ່ມ-ເຍົາວະຊົນ ລົງເລິກສູ່ປະຊາຊົນໃນເຂດຫ່າງໄກສອກຫຼີກ ຮາກຖານ ຕິດພັນກັບການພັດທະນາໂຄງລ່າງພື້ນຖານເຕັກໂນໂລຊີ ແລະ ການສື່ສານ, ທັງເປັນການຊຸກຍູ້ການຫັນເປັນດິຈິຕອນ ແລະ ສ້າງໂອກາດໃຫ້ ໄດ້ເຂົ້າເຖິງຂໍ້ມູນຂ່າວສານ ຢ່າງທົ່ວເຖິງ.

ການລົງເຄື່ອນໄຫວວຽກຮາກຖານໃນຄັ້ງນີ້, ມີຄວາມໝາຍອັນສໍາຄັນເລິກເຊິ່ງ ໃນການສ້າງພື້ນຖານອັນໜັກແໜ້ນດ້ານພະລັງງານ ແລະ ໂທລະຄົມ ທັງເປັນການສ້າງໂອກາດທາງດ້ານເສດຖະກິດ-ສັງຄົມ ໃຫ້ແກ່ທ້ອງຖິ່ນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ຢູ່ເຂດຮາກຖານຢ່າງທົ່ວເຖິງ. ການຂະຫຍາຍ ຕາຂ່າຍໄຟຟ້າ ແລະ ໂທລະຄົມໃນຄັ້ງນີ້ ຍັງເປັນປັດໄຈຫຼັກໃນການສົ່ງເສີມການສຶກສາ, ເສດຖະກິດຂອງທ້ອງຖິ່ນ ໂດຍສະເພາະແມ່ນການຊ່ວຍໃຫ້ເດັກນ້ອຍນັກຮຽນ, ຊາວໜຸ່ມ, ເຍົາວະຊົນ ມີແແສງສະຫວ່າງພຽງພໍໃນການຄົ້ນຄວ້າຮໍ່າຮຽນ, ອ່ານໜັງສື ເພື່ອພັດທະນາຕົນເອງ ພັດທະນາຊຸມຊຸມ, ພັດທະນາສັງຄົມ ກໍ່ຄືພັດທະນາປະເທດຊາດ.

ຂໍ້ມູນຈາກ: ພະແນກພິທິການ-ເລຂານຸການ ຫ້ອງການ ສຊປລ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles