ມະຫາວິທະຍາໄລ ສຸພານຸວົງ ແຈ້ງເປີດຮັບສະໝັກສອບເສັງຄັດເລືອກນັກສຶກສາ ເຂົ້າຮຽນລະດັບປະລິນຍາຕີ ສົກສຶກສາ 2026-2027

ຄະນະກຳມະການຈັດຕັ້ງການສອບເສັງ ມະຫາວິທະຍາໄລ ສຸພານຸວົງ (ມສ) ໄດ້ອອກແຈ້ງການ ກ່ຽວກັບການສອບເສັງຄັດເລືອກນັກສຶກສາເຂົ້າຮຽນຕໍ່ ລະດັບປະລິນຍາຕີ (ຫຼັກສູດ 4-5 ປີ) ປະຈຳສົກສຶກສາ 2026-2027 ໂດຍອີງຕາມ:

ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ມະຫາວິທະຍາໄລ ສຸພານຸວົງ ສະບັບເລກທີ 279/ນຍ ລົງວັນທີ 22 ພຶດສະພາ 2024.

ແຈ້ງການຂອງກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍການຈັດຕັ້ງການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນຕໍ່ທີ່ມະຫາວິທະຍາໄລ ປະຈຳສົກສຶກສາ 2026-2027 ສະບັບເລກທີ 654/ສສກ ລົງວັນທີ 23 ມິຖຸນາ 2026.

ສະຖານທີ່ສອບເສັງ ມະຫາວິທະຍາໄລ ສຸພານຸວົງ (ວິທະຍາເຂດບ້ານດອນໃໝ່) ເມືອງຫຼວງພະບາງ ແຂວງຫຼວງພະບາງ.

ຊ່ອງທາງການສະໝັກ ຜູ້ສະໝັກສາມາດສະໝັກສອບເສັງຜ່ານລິ້ງ: https://stdms.su.edu.la/su/register/

ຫຼື ກົດລິ້ງຜ່ານ Facebook Page: Souphanouvong University Official

ພາຍຫຼັງລົງທະບຽນສຳເລັດແລ້ວ ຜູ້ສະໝັກຕ້ອງເຂົ້າມາພົວພັນເອົາບັດເຂົ້າຫ້ອງສອບເສັງ ຢູ່ຫ້ອງການຄຸ້ມຄອງວິຊາການ ຫ້ອງ 104 ຕຶກສຳນັກງານ.

ກຳນົດເວລາ • ເປີດຮັບສະໝັກ: 14 ກໍລະກົດ – 19 ສິງຫາ 2026 • ຄ່າບໍລິການຄຳຮ້ອງ: 40,000 ກີບ/ຊຸດ • ຕິດລາຍຊື່ເຂົ້າຫ້ອງສອບເສັງ: 20 ສິງຫາ 2026 • ມື້ສອບເສັງ: 21 ສິງຫາ 2026

ວິຊາສອບເສັງ ການສອບເສັງແບ່ງອອກເປັນ 2 ກຸ່ມ ຄື:

ກຸ່ມ A (ສາຍວິທະຍາສາດທຳມະຊາດ)

* ຕອນເຊົ້າ: ຄະນິດສາດ A + ຟີຊິກສາດ

* ຕອນບ່າຍ: ເຄມີ + ຊີວະ + ພາສາລາວ-ວັນນະຄະດີ + ພາສາອັງກິດ

ກຸ່ມ B (ສາຍວິທະຍາສາດສັງຄົມ)

* ຕອນເຊົ້າ: ຄະນິດສາດ B + ພາສາລາວ-ວັນນະຄະດີ

* ຕອນບ່າຍ: ພູມສາດ + ປະຫວັດສາດ + ພາສາອັງກິດ

ການເລືອກສາຂາວິຊາ ຜູ້ສະໝັກສາມາດເລືອກໄດ້ 3 ສາຂາວິຊາ ແຕ່ຕ້ອງຢູ່ໃນກຸ່ມວິຊາດຽວກັນເທົ່ານັ້ນ.

ເອກະສານປະກອບ

ຮູບຖ່າຍ 3×4 ຈຳນວນ 3 ໃບ

ສຳເນົາປະກາສະນີຍະບັດຈົບຊັ້ນ ມ.ປາຍ (ສຳລັບຜູ້ທີ່ໄດ້ຮັບແລ້ວ)

ສຳເນົາບັດເຂົ້າຫ້ອງສອບເສັງຈົບຊັ້ນ ມ.ປາຍ (ນຳສະບັບແທ້ມາຢັ້ງຢືນ)

ສຳເນົາບັດປະຈຳຕົວ ຫຼື ສຳມະໂນຄົວ

ຄະນະກຳມະການຈັດຕັ້ງການສອບເສັງ ຂໍແຈ້ງໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງ, ໂຮງຮຽນມັດທະຍົມຕອນປາຍ, ນັກຮຽນ ແລະ ຜູ້ປົກຄອງ ຮັບຊາບ ແລະ ຊ່ວຍເຜີຍແຜ່ຂ່າວສານນີ້ໄປຍັງຜູ້ກ່ຽວຂ້ອງ ເພື່ອໃຫ້ການສະໝັກ ແລະ ການສອບເສັງ ດຳເນີນໄປຕາມແຜນທີ່ກຳນົດ.

ອ່ານເພີ່ມຕື່ມຕາມແຈ້ງການດ້ານລຸ່ມ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles