ເລີ່ມວັນທີ 3 ກໍລະກົດ 2026 ຜູ້ທີ່ມີເງິນເດືອນ 2,5 ລ້ານກີບຂຶ້ນໄປ ແມ່ນໄດ້ເສຍອາກອນ

ອີງຕາມການປ່ຽນແປງຂອງສະພາບເສດຖະກິດ-ສັງຄົມໃນປັດຈຸບັນ, ສະພາແຫ່ງຊາດໄດ້ພິຈາລະນາ ແລະ ຮັບຮອງເອົາ ກົດໝາຍວ່າດ້ວຍອາກອນລາຍໄດ້ ສະບັບປັບປຸງ (ເລກທີ 88/ສພຊ, ລົງວັນທີ 25 ມິຖຸນາ 2025) ເພື່ອປ່ຽນແທນສະບັບເກົ່າປີ 2019 ແລະ ຈະເລີ່ມຈັດຕັ້ງປະຕິບັດ ວັນທີ 03 ກໍລະກົດ 2026 ເປັນຕົ້ນໄປ.

ກົດໝາຍວ່າດ້ວຍອາກອນລາຍໄດ້ (ສະບັບປັບປຸງ) ທີ່ສະພາແຫ່ງຊາດໄດ້ຄົ້ນຄວ້າ ແລະ ຮັບຮອງເອົາ.ລາຍລະອຽດເພີ່ມເຕີມເພື່ອຄວາມແນ່ໃຈມີດັ່ງນີ້: ແຕ່ກ່ອນແມ່ນກຳນົດໃຫ້ຜູ້ມີເງິນເດືອນ 1,300,000 ກີບຂຶ້ນໄປຕ້ອງໄດ້ເສຍອາກອນ, ແຕ່ໃນກົດໝາຍສະບັບປັບປຸງໃໝ່ນີ້ ໄດ້ມີການຂະຫຍາຍຖານເງິນເດືອນຂຶ້ນເປັນ 2,500,000 ກີບ ຈຶ່ງຈະເລີ່ມຄິດໄລ່ອາກອນນະໂຍບາຍ 0% ໝາຍຄວາມວ່າ ພະນັກງານ-ລັດຖະກອນ ຫຼື ກໍາມະກອນ ທີ່ມີເງິນເດືອນຕໍ່າກວ່າ ຫຼື ເທົ່າກັບ 2,500,000 ກີບ ແມ່ນໄດ້ຮັບການຍົກເວັ້ນ (ເສຍອາກອນ 0%) ເພື່ອຊ່ວຍຫຼຸດຜ່ອນຄ່າຄອງຊີບໃນປັດຈຸບັນ.

ແຫຼ່ງທີ່ມາ: The National Assembly of Lao

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles