ເກີດເຫດໂສກນາດຕະກຳທາງທຳມະຊາດຄັ້ງໃຫຍ່ ຫຼັງຈາກມີແຜ່ນດິນໄຫວ ຮຸນແຮງ ທີ່ປະເທດເວນີຊູເອລາ ຜູ້ເສຍຊີວິດ 235 ລາຍ ແລະ ບາດເຈັບກວ່າ 4,300 ລາຍ

ເກີດເຫດໂສກນາດຕະກຳທາງທຳມະຊາດຄັ້ງໃຫຍ່ ຫຼັງຈາກມີແຜ່ນດິນໄຫວຮຸນແຮງ 2 ຄັ້ງຕິດຕໍ່ກັນ ທີ່ປະເທດເວນີຊູເອລາ ເມື່ອເວລາ 18:04 ໂມງ ຂອງວັນທີ 24 ມິຖຸນາ 2026 ຕາມເວລາທ້ອງຖິ່ນ (ກົງກັບເວລາ 05:04 ໂມງ ເຊົ້າຂອງວັນທີ 25 ມິຖຸນາ ຕາມເວລາໃນລາວ).

ເຫດການຄັ້ງນີ້ຖືເປັນໜຶ່ງໃນແຜ່ນດິນໄຫວທີ່ຮຸນແຮງທີ່ສຸດໃນປະຫວັດສາດຂອງເວນີຊູເອລາ ນັບຕັ້ງແຕ່ປີ 1900 ເປັນຕົ້ນມາ.

ອັບເດດຕົວເລກຄວາມເສຍຫາຍ (ຂໍ້ມູນຫຼ້າສຸດ ເຊົ້າວັນທີ 26 ມິຖຸນາ 2026):

ຜູ້ເສຍຊີວິດ: ຢືນຢັນແລ້ວ 235 ລາຍ.

ຜູ້ໄດ້ຮັບບາດເຈັບ: ຫຼາຍກວ່າ 4,300 ລາຍ.

ຜູ້ສູນຫາຍ/ຂາດການຕິດຕໍ່: ປະມານ 35,000 – 38,000 ລາຍ (ປັບຫຼຸດລົງຈາກຕົວເລກຄາດການກ່ອນໜ້ານີ້ທີ່ 41,000 ລາຍ).

ອາຄານບ້ານເຮືອນ: ເສຍຫາຍທັງໝົດ 721 ຫຼັງ (ໃນນີ້ມີອາຄານພັງທະລາຍທັງຫຼັງ 204 ຫຼັງ, ເສຍຫາຍທາງໂຄງສ້າງຢ່າງຮຸນແຮງ 217 ຫຼັງ ແລະ ເສຍຫາຍບາງສ່ວນ 300 ຫຼັງ).

ແຜ່ນດິນໄຫວໃນຄັ້ງນີ້ເກີດຂຶ້ນ 2 ຄັ້ງຊ້ອນໃນເວລາໄລ່ເລ່ຍກັນ:

ຄັ້ງທຳອິດ: ຄວາມຮຸນແຮງຂະໜາດ 7.2 ຣິກເຕີ.

ຄັ້ງທີສອງ: ເກີດຂຶ້ນຖັດມາພຽງ 39 ວິນາທີ ມີຄວາມຮຸນແຮງເຖິງ 7.5 ຣິກເຕີ.​

ເມືອງ La Guaira ເຊິ່ງເປັນເມືອງທ່າເຮືອ ແລະ ເມືອງທ່ອງທ່ຽວຕາກອາກາດທາງຕອນເໜືອຂອງປະເທດ (ຫ່າງຈາກຈຸດສູນກາງແຜ່ນດິນໄຫວ 160 ກິໂລແມັດ) ແມ່ນພື້ນທີ່ໆໄດ້ຮັບຄວາມເສຍຫາຍໜັກທີ່ສຸດ. ອາຄານສູງ ແລະ ໂຮງແຮມຫຼາຍແຫ່ງໄດ້ພັງທະລາຍລົງມາ.

3 ປັດໄຈຫຼັກ ທີ່ເຮັດໃຫ້ເກີດຄວາມເສຍຫາຍຢ່າງມະຫາສານ:

ແຮງສັ່ນສະເທືອນຊ້ຳສອງ: ແຜ່ນດິນໄຫວຂະໜາດໃຫຍ່ 2 ຄັ້ງເກີດຂຶ້ນຫ່າງກັນບໍ່ເຖິງ 1 ນາທີ. ແຮງສັ່ນສະເທືອນຄັ້ງທຳອິດເຮັດໃຫ້ໂຄງສ້າງອາຄານເກີດຮອຍແຕກ ແລະ ແຕກຫັກ, ກ່ອນຈະຖືກຄັ້ງທີສອງທີ່ມີຄວາມຮຸນແຮງກວ່າຊ້ຳຕື່ມ ເຮັດໃຫ້ອາຄານພັງທະລາຍລົງມາທັນທີ.

ເມືອງນີ້ຕັ້ງຢູ່ໃກ້ກັບ “ຮອຍເລື່ອນໂບໂກໂນ” (Bocono Fault) ເຊິ່ງເປັນຮອຍເລື່ອນທີ່ມີພະລັງຂະໜາດໃຫຍ່ ປະກອບກັບຈຸດສູນກາງແຜ່ນດິນໄຫວຢູ່ໃນລະດັບເລິກທີ່ຕື້ນ ພະລັງງານຈຶ່ງສົ່ງຜົນກະທົບຕໍ່ໜ້າດິນໂດຍກົງ.

ອາຄານສ່ວນໃຫຍ່ມີໂຄງສ້າງທີ່ບອບບາງ ແລະ ຂາດການຄວບຄຸມມາດຕະຖານການກໍ່ສ້າງທີ່ດີ ບວກກັບສະພາບຊັ້ນດິນໃນພື້ນທີ່ເປັນດິນອ່ອນ ເຊິ່ງຊ່ວຍຂະຫຍາຍຄວາມຮຸນແຮງຂອງຄື້ນແຜ່ນດິນໄຫວໃຫ້ຮຸນແຮງຍິ່ງຂຶ້ນ.

​ທີ່ມາ: World​ Forum

​Lao Youth​ Radio​ ​FM​90​MHz

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles