ພະແນກ ອຄ ນະຄອນຫຼວງວຽງຈັນ ປະກາດຢຸດການຂຸດຄົ້ນດິນແດງຊົ່ວຄາວ ໃນລະດູຝົນ ເລີ່ມ 1 ກໍລະກົດ ຫາ 30 ຕຸລາ 2026

ພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ລົງວັນທີ 25 ມິຖຸນາ 2026 ໃຫ້ບຸກຄົນ, ນິຕິບຸກຄົນ ແລະ ທຸກການຈັດຕັ້ງ ທີ່ດຳເນີນກິດຈະການຂຸດຄົ້ນດິນແດງ ແລະ ດິນປະເພດຕ່າງໆ ໃນເຂດນະຄອນຫຼວງວຽງຈັນ ຢຸດການຂຸດຄົ້ນເປັນການຊົ່ວຄາວ ນັບແຕ່ວັນທີ 1 ກໍລະກົດ ຫາ 30 ຕຸລາ 2026.

ມາດຕະການດັ່ງກ່າວ ມີຈຸດປະສົງເພື່ອຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຮັກສາຄວາມສະອາດຂອງຕົວເມືອງ, ປົກປ້ອງໂຄງລ່າງພື້ນຖານ ແລະ ອະນຸລັກສິ່ງແວດລ້ອມ ໃນຊ່ວງລະດູຝົນ.

ສຳລັບໂຄງການບູລິມະສິດຂອງລັດຖະບານ ຫາກມີຄວາມຈຳເປັນຕ້ອງຂຸດຄົ້ນດິນໃນໄລຍະດັ່ງກ່າວ ເຈົ້າຂອງໂຄງການຕ້ອງຈັດກຽມເອກະສານໃຫ້ຄົບຖ້ວນ ແລະ ຍື່ນສະເໜີຕໍ່ພະແນກ ອຄ ນະຄອນຫຼວງວຽງຈັນ ເພື່ອພິຈາລະນາອະນຸຍາດຕາມລະບຽບການ.

ແຈ້ງການຍັງລະບຸວ່າ ຜູ້ໃດທີ່ຍັງດຳເນີນການຂຸດຄົ້ນດິນໂດຍບໍ່ໄດ້ຮັບອະນຸຍາດ ຫຼື ລະເມີດແຈ້ງການສະບັບນີ້ ຈະຖືກດຳເນີນມາດຕະການຕາມກົດໝາຍ ໂດຍອາດຖືກສຶກສາອົບຮົມ, ລົງວິໄນ, ປັບໄໝ, ຊົດໃຊ້ຄ່າເສຍຫາຍ ຫຼື ດຳເນີນຄະດີ ຕາມລະດັບຄວາມຜິດ.

ພ້ອມກັນນີ້ ພະແນກ ອຄ ໄດ້ມອບໝາຍໃຫ້ຂະແໜງທໍລະນີສາດ ແລະ ບໍ່ແຮ່ ຮ່ວມກັບຫ້ອງການ ອຄ ຂອງ 7 ເມືອງ ເປັນໜ່ວຍງານຫຼັກໃນການປະສານງານກັບພາກສ່ວນກ່ຽວຂ້ອງ ເພື່ອລົງກວດກາການຂຸດຄົ້ນດິນ, ກວດສອບປະລິມານການຂຸດຄົ້ນ, ການຊຳລະຄ່າທຳນຽມ ແລະ ການປະຕິບັດພັນທະຕ່າງໆ ກ່ອນສັງລວມລາຍງານຕໍ່ພະແນກ ອຄ ນະຄອນຫຼວງວຽງຈັນ ແລະ ອົງການປົກຄອງເມືອງທີ່ກ່ຽວຂ້ອງ.

ພະແນກ ອຄ ນະຄອນຫຼວງວຽງຈັນ ຂໍໃຫ້ອົງການປົກຄອງ, ພາກສ່ວນລັດ, ພາກທຸລະກິດ ແລະ ຜູ້ປະກອບການທຸກຝ່າຍ ຮັບຮູ້ ແລະ ປະຕິບັດຕາມແຈ້ງການດັ່ງກ່າວຢ່າງເຄັ່ງຄັດ ເພື່ອໃຫ້ການຄຸ້ມຄອງການຂຸດຄົ້ນແຮ່ດິນໃນໄລຍະລະດູຝົນ ເປັນໄປດ້ວຍຄວາມຮຽບຮ້ອຍ ແລະ ມີປະສິດທິຜົນ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles