26 ມິຖຸນາ ວັນຕໍ່ຕ້ານຢາເສບຕິດໂລກ: ຮ່ວມສ້າງສັງຄົມປອດໄພ ຫ່າງໄກຈາກຢາເສບຕິດ

ທຸກໆວັນທີ 26 ມິຖຸນາ ຂອງແຕ່ລະປີ ຖືກກຳນົດໃຫ້ເປັນ ວັນຕໍ່ຕ້ານຢາເສບຕິດໂລກ (International Day against Drug Abuse and Illicit Trafficking) ໂດຍການປະກາດຂອງສະມັດຊາໃຫຍ່ ເພື່ອຮ່ວມກັນລະດົມຄວາມພະຍາຍາມໃນການຕໍ່ຕ້ານການໃຊ້ຢາເສບຕິດຢ່າງຜິດກົດໝາຍ ແລະ ປາບປາມການຄ້າຢາເສບຕິດທີ່ຜິດກົດໝາຍໃນທົ່ວໂລກ.

ຢາເສບຕິດຍັງເປັນໄພຄຸກຄາມທີ່ສົ່ງຜົນກະທົບຕໍ່ບຸກຄົນ, ຄອບຄົວ ແລະ ສັງຄົມ. ດັ່ງນັ້ນ ການປ້ອງກັນ ແລະ ຕໍ່ຕ້ານບັນຫາດັ່ງກ່າວ ຈຶ່ງຕ້ອງອາໄສຄວາມຮ່ວມມືຈາກທຸກພາກສ່ວນ ເພື່ອຫຼຸດຜ່ອນຜົນກະທົບ ແລະ ສ້າງສັງຄົມທີ່ປອດໄພ.

“ຢາເສບຕິດ” ເປັນໄພອັນຕະລາຍຂອງຊາດ. ຂໍໃຫ້ທຸກຄົນຮ່ວມແຮງຮ່ວມໃຈ ຕໍ່ຕ້ານຢາເສບຕິດທຸກຮູບແບບ ເພື່ອໃຫ້ໄວໜຸ່ມຫ່າງໄກຈາກຢາເສບຕິດ ແລະ ຮ່ວມກັນສ້າງອະນາຄົດທີ່ດີໃຫ້ແກ່ຄົນຮຸ່ນໃໝ່.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles