ທ່ານ ປອ. ເຂິງຄຳ ແກ້ວໜູຈັນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປະຈຳປີ 2026. ກອງປະຊຸມດັ່ງກ່າວ ໄດ້ດຳເນີນເປັນເວລາ 2 ວັນ (24-25 ມິຖຸນາ) ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ໂດຍມີຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ປະທານຄະນະກຳມະການປົກຄອງ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ, ພ້ອມດ້ວຍຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດ ທຽບເທົ່າຂັ້ນສູນກາງ ເຂົ້າຮ່ວມທັງໝົດ 50 ທ່ານ.
ກອງປະຊຸມຄັ້ງນີ້ ໄດ້ຮ່ວມກັນຄົ້ນຄວ້າ ແລະ ພິຈາລະນາ 2 ວາລະສຳຄັນ ດັ່ງນີ້:
ວາລະທີ 1: ສະຫຼຸບວຽກງານພົ້ນເດັ່ນ 6 ເດືອນຕົ້ນປີ ແລະ ແຜນຈຸດສຸມ 6 ເດືອນທ້າຍປີ 2026:
1. ຜົນສຳເລັດອັນພົ້ນເດັ່ນໃນ 6 ເດືອນຕົ້ນປີ 2026: ລັດຖະບານສາມາດຮັກສາສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ມີຜົນສຳເລັດຕົວຈິງໃນຫຼາຍດ້ານ ຄື:
ດ້ານເສດຖະກິດ: ເສດຖະກິດຂະຫຍາຍຕົວ (GDP) ໃນລະດັບ 5%; ສາມາດເກັບລາຍຮັບງົບປະມານໄດ້ 52% ຂອງແຜນການປີ; ປະຕິບັດແຜນລາຍຈ່າຍງົບປະມານໄດ້ 34% ຂອງແຜນການປີ; ສາມາດສະສົມຄັງສຳຮອງເງິນຕາຕ່າງປະເທດກຸ້ມການນຳເຂົ້າບໍ່ຫຼຸດ 5 ເດືອນ ແລະ ຄວບຄຸມອັດຕາເງິນເຟີ້ສະເລ່ຍຢູ່ໃນລະດັບ 8%.
ດ້ານການສະກັດກັ້ນປະກົດການຫຍໍ້ທໍ້:
ຢາເສບຕິດ: ມ້າງຄະດີໄດ້ 1,786 ເລື່ອງ, ຈັບຜູ້ຖືກຫາໄດ້ 4,025 ຄົນ ພ້ອມຂອງກາງຈຳນວນຫຼາຍ.
ແກ້ງສະແກມເມີ: ຈັບກຸ່ມແກ້ງໄດ້ 20 ຄັ້ງ, ກັກຜູ້ຖືກຫາ (ທັງຄົນລາວ ແລະ ຕ່າງປະເທດ) ຈຳນວນ 2,652 ຄົນ.
ການລັກລອບຂຸດຄົ້ນແຮ່ທາດ: ຈັບກຸ່ມຜູ້ລັກລອບຂຸດຄົ້ນໃນ 12 ແຂວງ ແລະ ນະຄອນຫຼວງວຽງຈັນ ພົບຜູ້ກະທຳຜິດ 153 ຄົນ, ຍຶດລົດຈົກ 72 ຄັນ, ລົດດ້າມ 3 ຄັນ, ລົດຕັກ 1 ຄັນ, ເຮືອ 10 ລຳ, ລົດກະບະ 5 ຄັນ ພ້ອມອຸປະກອນອື່ນໆ.
ດ້ານອື່ນໆ: ວຽກງານພັດທະນາໂຄງລ່າງພື້ນຖານ, ການຜະລິດເພື່ອທົດແທນການນຳເຂົ້າ ແລະ ສົ່ງອອກ, ການສຶກສາ, ສາທາລະນະສຸກ, ການອອກໃບຕາດິນ, ການພັດທະນາສີມືແຮງງານ ແລະ ການທ່ອງທ່ຽວ, ລວມເຖິງວຽກງານການຕ່າງປະເທດ ແລະ ການສ້າງຕັ້ງຕາແສງ ແມ່ນມີຄວາມຄືບໜ້າດີ.
ຂໍ້ຄົງຄ້າງທີ່ຕ້ອງເລັ່ງແກ້ໄຂ: ບັນຫາປະກົດການຫຍໍ້ທໍ້ໃນສັງຄົມ, ການຫັນເປັນທັນສະໄໝຊັກຊ້າ, ການຄຸ້ມຄອງໂຄງການແຮ່ທາດ, ການນຳເຂົ້າສິນຄ້າຟູມເຟືອຍ, ການລັກລອບຕັດໄມ້-ຊື້ຂາຍໄມ້, ການປົກປັກຮັກສາສິ່ງແວດລ້ອມ ແລະ ການນຳໃຊ້ຊັບສິນຂອງລັດທີ່ຍັງຟູມເຟືອຍ.
2. ທິດທາງ ແລະ 12 ໜ້າວຽກຈຸດສຸມ 6 ເດືອນທ້າຍປີ 2026: ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ຈະສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນ ເປັນຕົ້ນແມ່ນ: ສະຖຽນລະພາບເງິນຕາ, ອັດຕາແລກປ່ຽນ, ບັນຫາຄ່າຄອງຊີບ, ເງິນເຟີ້ ແລະ ການປ້ອງກັນການຂາດແຄນນໍ້າມັນເຊື້ອໄຟ ຜ່ານ 12 ໜ້າວຽກໃຫຍ່:
ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ & ຮັບມືໄພພິບັດ: ສືບຕໍ່ມ້າງຄະດີຢາເສບຕິດ ແລະ ແກ້ງສະແກມເມີ; ກຽມຄວາມພ້ອມຮັບມືໄພພິບັດ, ວາງລະບົບເຕືອນໄພ, ບໍລິຫານນ້ຳໃນເຂື່ອນໃຫ້ດີ ແລະ ກຽມແຜນເຄື່ອນຍ້າຍ-ຊ່ວຍເຫຼືອປະຊາຊົນທັນການ.
ຄຸ້ມຄອງງົບປະມານ & ມາດຕະການປະຢັດ: ເລັ່ງເກັບລາຍຮັບຜ່ານລະບົບທັນສະໄໝ; ວາງມາດຕະການປະຢັດໃຫ້ເຈາະຈົງ (ລັດຖະບານຕ້ອງເປັນແບບຢ່າງ ເຊັ່ນ: ປະຢັດໄຟ, ນ້ຳ, ຫຼຸດການໄປຕ່າງປະເທດທີ່ບໍ່ຈຳເປັນ); ສົ່ງເສີມຊາດນິຍົມຊົມໃຊ້ຜະລິດຕະພັນພາຍໃນ ແລະ ປັບປຸງລັດວິສາຫະກິດ.
ຊຸກຍູ້ການຜະລິດພາຍໃນ & ພະລັງງານສະອາດ: ສົ່ງເສີມການຜະລິດສະບຽງອາຫານ, ແນວພັນພືດ, ປຸຍ ແລະ ຫົວອາຫານສັດ ເພື່ອຫຼຸດການນຳເຂົ້າ; ຄຸ້ມຄອງລາຄາສິນຄ້າ; ຫຼຸດຈຳນວນບໍລິສັດນຳເຂົ້ານໍ້າມັນ ແລະ ລົດໃຫຍ່; ສົ່ງເສີມການໃຊ້ລົດໄຟຟ້າ ແລະ ການຕິດຕັ້ງ Solar Rooftop ໃນຄົວເຮືອນ; ເລັ່ງຄົ້ນຄວ້າຮູບແບບການລົງທຶນທໍ່ສົ່ງນໍ້າມັນ ຫວຽດນາມ-ລາວ.
ຄຸ້ມຄອງທີ່ດິນ: ເລັ່ງອອກໃບຕາດິນ; ບັງຄັບໃຫ້ການຊຳລະຄ່າທຳນຽມ, ຄ່າຊື້-ຂາຍສິດນຳໃຊ້ທີ່ດິນ ແລະ ທຸລະກຳທີ່ດິນທັງໝົດ ຕ້ອງຜ່ານລະບົບທະນາຄານ.
ພັດທະນາພື້ນຖານໂຄງລ່າງ: ປັບປຸງເສັ້ນທາງທີ່ຖືກຜົນກະທົບຈາກໄພພິບັດ; ຊຸກຍູ້ໂຄງການທາງດ່ວນ ວຽງຈັນ-ຮ່າໂນຍ, ວຽງຈັນ-ບໍ່ເຕັນ, ທາງລົດໄຟ ທ່າແຂກ-ຫວຸງອາງ; ບັງຄັບໃຫ້ການຊື້-ຂາຍພາຫະນະຊຳລະຜ່ານລະບົບທະນາຄານ ແລະ ເລັ່ງໃຊ້ທະບຽນລົດສຳລັບລົດໄຟຟ້າ.
ເສດຖະກິດດິຈິຕອນ: ຍູ້ແຮງການພັດທະນາດິຈິຕອນ ເພື່ອສະໜັບສະໜູນຂະແໜງເສດຖະກິດປາຍແຫຼມ.
ຂະແໜງສຶກສາ: ແກ້ໄຂບັນຫາຂາດແຄນຄູ ແລະ ການປະລະການຮຽນ; ກຽມຄວາມພ້ອມຮອບດ້ານໃນການນຳໃຊ້ລະບົບຫຼັກສູດສາມັນສຶກສາໃໝ່ (6+3+3); ສົ່ງເສີມອາຊີວະສຶກສາ.
ພັດທະນາແຮງງານ: ຍົກລະດັບສີມືແຮງງານໃຫ້ເຂົ້າສູ່ຕະຫຼາດແຮງງານທັງພາຍໃນ ແລະ ຕ່າງປະເທດ ຜ່ານລະບົບຂໍ້ມູນຂ່າວສານທີ່ທັນສະໄໝ.
ສາທາລະນະສຸກ: ປັບປຸງໂຄງລ່າງສາທາ, ສົ່ງເສີມສຸຂະພາບແມ່ ແລະ ເດັກ, ລະບົບປະກັນສັງຄົມ-ປະກັນສຸຂະພາບ; ເຂັ້ມງວດການຄຸ້ມຄອງສະຖານບໍລິການປິ່ນປົວ ແລະ ສະຖາບັນເສີມຄວາມງາມທັງພາກລັດ ແລະ ເອກະຊົນ.
ວັດທະນະທຳ & ການທ່ອງທ່ຽວ: ອະນຸລັກຮີດຄອງປະເພນີ; ປັບປຸງພື້ນຖານໂຄງລ່າງສະຖານທີ່ທ່ອງທ່ຽວ, ເເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກ.
ການສ້າງກົດໝາຍ: ເລັ່ງສ້າງ ແລະ ປັບປຸງກົດໝາຍ-ນິຕິກຳລຸ່ມກົດໝາຍໃຫ້ທັນສະພາບການ; ເລັ່ງປະຕິບັດຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດໃຫ້ໄວຂຶ້ນ.
ການຕ່າງປະເທດ: ກະກຽມການເຄື່ອນໄຫວຕ່າງປະເທດຂອງການນຳຂັ້ນສູງ; ຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືກັບປະເທດເພື່ອນມິດຍຸດທະສາດທີ່ໄດ້ລົງນາມແລ້ວໃຫ້ເກີດໝາກຜົນຕົວຈິງ.
ວາລະທີ 2: ການພິຈາລະນາ ແລະ ຮັບຮອງຮ່າງນິຕິກຳ:
ກອງປະຊຸມໄດ້ເຫັນດີດ້ານຫຼັກການຮັບຮອງເອົາຮ່າງນິຕິກຳ ຈຳນວນ 2 ສະບັບ ຄື:
ຮ່າງຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະກຳມະການປົກຄອງຕາແສງ.
ຮ່າງວາລະແຫ່ງຊາດ ວ່າດ້ວຍວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ.
(ໂດຍກອງປະຊຸມໄດ້ຊີ້ນຳໃຫ້ຂະແໜງການກ່ຽວຂ້ອງນຳໄປປັບປຸງເນື້ອໃນ, ໂຄງສ້າງ, ແລະ ການກຳນົດບຸກຄະລາກອນໃຫ້ຮັດກຸມ ແລະ ສອດຄ່ອງກັບກົດໝາຍ).
ນອກນັ້ນ, ຍັງໄດ້ຄົ້ນຄວ້າ ຮ່າງດຳລັດ ວ່າດ້ວຍຕຳແໜ່ງບໍລິຫານຂອງພະນັກງານ-ລັດຖະກອນ (ສະບັບປັບປຸງ) ໂດຍຊີ້ນຳໃຫ້ໄປສືບຕໍ່ລະດົມຄວາມຄິດເຫັນ ເພື່ອນຳເຂົ້າພິຈາລະນາໃນກອງປະຊຸມຄັ້ງຕໍ່ໄປ.
ໃນຕອນທ້າຍ, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຮຽກຮ້ອງມາຍັງສະມາຊິກລັດຖະບານທຸກທ່ານ ໃຫ້ນຳເອົາແຜນວຽກຈຸດສຸມ 6 ເດືອນທ້າຍປີນີ້ ໄປຜັນຂະຫຍາຍເຂົ້າໃນຂະແໜງການຂອງຕົນ ໂດຍແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງ ແລະ ມີຄາດໝາຍເວລາສຳເລັດທີ່ຊັດເຈນ ເພື່ອໃຫ້ເກີດຜົນປະໂຫຍດສູງສຸດ.
ທີ່ມາ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ
Lao Youth Radio FM90MHz


