ແຂວງຫຼວງພະບາງ ໃຫ້ລົງກວດກາການຂຸດຄົ້ນຄໍາຕົ້ກຂ້ອນ ຢູ່ເມືອງປາກອູ ແລະ ເມືອງໂພນໄຊ ແຂວງຫຼວງພະບາງ

ແຂວງຫຼວງພະບາງ ໄດ້ຮັບການຊີ້ນໍາ ຈາກທ່ານ ເລຂາພັກແຂວງຫຼວງພະບາງ ໃຫ້ລົງກວດກາການຂຸດຄົ້ນຄໍາຕົ້ກຂ້ອນ ຢູ່ເມືອງປາກອູ ແລະ ເມືອງໂພນໄຊ ແຂວງຫຼວງພະບາງ ຈາກນັ້ນ ຈຶ່ງລົງສົມທົບກັບອົງການປົກຄອງເມືອງໂພນໄຊ ແລະ ເມືອງປາກອູ ແຂວງຫຼວງພະບາງ ລົງກວດກາ, ເກັບກໍາຂໍ້ມູນການລັກລອບຂຸດຄົ້ນຄໍາຕົກຂ້ອນ ຢູ່ຂອບເຂດບ້ານປາກວັງ ເມືອງໂພນໄຊ ແລະ ບ້ານຫາດຄໍ້ ເມືອງປາກອູ ແຂວງຫຼວງພະບາງ.

ຜ່ານການລົງກວດກາ ຢູ່ບ້ານປາກວັງ ເມືອງໂພນໄຊ.ການກວດກາ, ເກັບກໍາຂໍ້ມູນຕົວຈິງ ແມ່ນພົບລົດຈົກ ຈໍານວນ 06 ຄັນ, ຕະແກ໋ງ ຈໍານວນ 02 ອັນ, ຜ້າພົມ ຈໍານວນ 15 ຜືນ ແລະ ອຸປະກອນທີ່ນໍາໃຊ້ເຂົ້າໃນການຂຸດຄົ້ນ ຈໍານວນໜຶ່ງ ສ່ວນກໍາມະກອນແມ່ນໄດ້ເອົາຕົວລົບໜີເຂົ້າປ່າ ຈຶ່ງບໍ່ສາມາດຮູ້ໄດ້ບໍລິສັດ.

ຕໍ່ຈຸດດັ່ງກ່າວນີ້ແມ່ນທາງພະແນກກະສີກໍາ ແລະ ສິ່ງແວດລ້ອມ ແຂວງຫຼວງພະບາງ ໄດ້ເຂົ້າໄປກວດກາສ້າງບົດບັນທຶກຍຶດ ແລະ ອາຍັດຊັບ ພ້ອມທັງກັກຕົວ ຫວຽດນາມ ຈໍານວນ 02 ຄົນ ກ່ອນໜ້ານີ້ແລ້ວ ແຕ່ວັນທີ10 /06/2026

ຢູຫາດຄໍ້ ເມືອງປາກອູ.

ການກວດກາ, ເກັບກໍາຂໍ້ມູນຕົວຈິງ ແມ່ນພົບລົດຈົກ ຈໍານວນ 04 ຄັນ, ຕະແກ໋ງ ຈໍານວນ 02 ອັນ, ຜ້າພົມ ຈໍານວນ 25 ຜືນ ແລະ ອຸປະກອນທີ່ນໍາໃຊ້ເຂົ້າໃນການຂຸດຄົ້ນ ຈໍານວນໜຶ່ງ, ກັກຕົວຄົນລາວ 02 ຄົນ, ຄົນສັນຊາດຈີນ ຈໍານວນ 03 ຄົນ ຄື:

1. ນາງ ຈີ້ເຮີ ອາຍຸ 41 ປີ ອາຊີບ ກໍາມະກອນ ປັດຈຸບັນຢູ່ບ້ານຫົວນາ ເມືອງນໍ້າບາກ ແຂວງຫຼວງພະບາງ (ແປພາສາ).

2. ທ້າວ ຂຽວ ອາຍຸ 39 ປີ ອາຊີບ ກໍາມະກອນ ປັດຈຸບັນຢູ່ບ້ານສີເມືອງງາມ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ (ແປພາສາ).

3. ທ້າວ ຢ່າງໂປ ອາຍຸ 40 ປີ ສັນຊາດຈີນ ພັກເຊົາຢູ່ບ້ານຫາດຄໍ້ ເມືອງ ປາກອູ ແຂວງຫຼວງພະບາງ.

4. ທ້າວ ຢຽງຢັງ ອາຍຸ 40 ປີ ສັນຊາດຈີນ ພັກເຊົາຢູ່ບ້ານຫາດຄໍ້ ເມືອງ ປາກອູ ແຂວງຫຼວງພະບາງ.

5. ທ້າວ ຊູເຮີ ອາຍຸ 40 ປີ ສັນຊາດຈີນ ພັກເຊົາຢູ່ບ້ານຫາດຄໍ້ ເມືອງ ປາກອູ ແຂວງຫຼວງພະບາງ.

ດ້ານເອກະສານຢູ່ເມືອງປາກອູ ແມ່ນອອກຊື່ບໍລິສັດ ແອວວີດີ(LVD)ຂຸດຄົ້ນວັດສະດຸກໍ່ສ້າງ, ຫີນແຮ່-ຊາຍ. ຢູ່ເມືອງໂພນໄຊ ແມ່ນຍັງທັນຮູ້ວ່າຂອງບຸກຄົນໃດ.

ຜ່ານການລົງກວດກາ ແລະ ເກັບກໍາຂໍ້ມູນ ຂອງ ຄະນະຮັບຜິດຊອບ 169/ຈຂ.ຫຼບ ແຂວງຫຼວງພະບາງ ເຫັນວ່າ: ເປັນການລັກລອບຂຸດຄົ້ນຊັບພະຍາກອນແຮ່ທາດ ໂດຍບໍ່ມີໃບອະນຸຍາດຈາກພາກສ່ວນທີ່ກ່ຽຂ້ອງ, ບໍ່ຖືກຕ້ອງຕາມກົດໝາຍກົດໝາຍ ແລະ ຂັດຕໍ່ຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ, ລົງວັນທີ 07/03/2025 ແລະ ສະບັບເລກທີ 46/ນຍ, ລົງວັນທີ 13/04/2026.

ປັດຈຸບັນພວກກະທໍາຜິດທັງ 05 ຄົນ ແມ່ນຢູ່ໃນການສອບສວນຂອງເຈົ້າໜ້າທີ່ ປກສ ແຂວງຫຼວງພະບາງ

ທີ່ມາ: ໂທລະພາບແຂວງຫຼວງພະບາງ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles