40°C ເທົ່າກັນ ແຕ່ລິດເດດຕ່າງກັນ ເປີດສາເຫດເມືອງໜາວ ແຕ່ເປັນຫຍັງຄົນລົ້ມເສຍຊີວິດເປັນແຖວ?

ອຸນຫະພູມໃນບາງພື້ນທີ່ຂອງປະເທດຝຣັ່ງພຸ່ງສູງເກີນ 44 ອົງສາ ທຳລາຍສະຖິຕິທີ່ບໍ່ເຄີຍມີມາກ່ອນຕັ້ງແຕ່ປີ 1947. ຂະນະທີ່ກຸງປາຣີບັນທຶກອຸນຫະພູມໄດ້ສູງກວ່າ 38 ອົງສາ ແລະ ສະຫະລາຊະອານາຈັກ (ອັງກິດ) ກໍກຳລັງຈະທຳລາຍສະຖິຕິອຸນຫະພູມໃນເດືອນມິຖຸນາທີ່ 43 ອົງສາ ເຊິ່ງເປັນສະຖິຕິເກົ່າຕັ້ງແຕ່ປີ 1956.

ຫຼາຍຄົນໃນບ້ານເຮົາ (ເມືອງຮ້ອນ) ອາດຈະຄິດໃນໃຈວ່າ: “ມັນສໍ່ານີ້ເອງບໍ່? ບ້ານເຮົາຮ້ອນກວ່ານີ້ທຸກມື້ ຍັງຢູ່ໄດ້ສະບາຍ” ແຕ່ເປັນຫຍັງທຸກຄັ້ງທີ່ມີຄື້ນຄວາມຮ້ອນຖົ່ມເທເຂົ້າໃສ່ເອີຣົບ ຈຶ່ງມີຜູ້ຄົນເສຍຊີວິດເປັນສິບເປັນຮ້ອຍຄົນ? ທັງໆທີ່ຄົນອາຊີ ຫຼື ຄົນໄທ-ຄົນລາວ ຍັງສາມາດໃຊ້ຊີວິດປະຈຳວັນໄດ້ຕາມປົກກະຕິ?

ຄຳຕອບບໍ່ໄດ້ຢູ່ທີ່ຕົວເລກອຸນຫະພູມເທົ່ານັ້ນ ແຕ່ມັນມີ 5 ປັດໄຈທີ່ຊັບຊ້ອນ ດັ່ງນີ້:

1. ຮ່າງກາຍທົນຄວາມຮ້ອນໄດ້ຕ່າງກັນ

ຫົວໃຈຂອງບັນຫາຄື “ການປັບຕົວທາງສະລີລະວິທະຍາ”. ຄົນໃນເຂດຮ້ອນອາໄສຢູ່ໃນສະພາບແວດລ້ອມທີ່ຮ້ອນຊຸ່ມຕະຫຼອດປີ ຮ່າງກາຍຈຶ່ງຖືກເຝິກຝົນມາຕະຫຼອດຊີວິດ ລະບົບລະບາຍຄວາມຮ້ອນເຮັດວຽກໄດ້ດີ, ເຫື່ອອອກໄວ ແລະ ຄວບຄຸມອຸນຫະພູມໃນຮ່າງກາຍໄດ້ໂດຍອັດຕະໂນມັດ. ສ່ວນຄົນເອີຣົບ ຮ່າງກາຍຖືກຕັ້ງໂປຣແກຣມໃຫ້”ກັກເກັບຄວາມຮ້ອນ” ບໍ່ແມ່ນລະບາຍຄວາມຮ້ອນ ເມື່ອຄວາມຮ້ອນມາແບບກະທັນຫັນ ຮ່າງກາຍປັບຕົວບໍ່ທັນ ເຮັດໃຫ້ອຸນຫະພູມໃນຮ່າງກາຍພຸ່ງສູງຂຶ້ນຢ່າງໄວວາ ນຳໄປສູ່ພາວະ Heat Stroke** (ຊັອກເພາະອາກາດຮ້ອນ) ແລະ ອະໄວຍະວະລົ້ມເຫຼວໄດ້ງ່າຍ.

2. ກາງຄືນທີ່ຮ້ອນອົບເອົາ

ນັກລະບາດວິທະຍາຊີ້ວ່າ ປັດໄຈທີ່ອັນຕະລາຍທີ່ສຸດຄື “ອຸນຫະພູມຕອນກາງຄືນທີ່ບໍ່ຫຼຸດລົງ” ປົກກະຕິຮ່າງກາຍຕ້ອງການເວລາກາງຄືນທີ່ຕໍ່າກວ່າ 20 ອົງສາ ເພື່ອຟື້ນຟູຕົວເອງ. ແຕ່ໃນເອີຣົບຕອນນີ້ກຳລັງປະເຊີນກັບພາວະ “Tropical Night” (ຄືນຮ້ອນແບບເຂດຮ້ອນ) ທີ່ອຸນຫະພູມບໍ່ຫຼຸດຕໍ່າກວ່າ 20 ອົງສາເລີຍຕະຫຼອດຄືນ ເຮັດໃຫ້ຮ່າງກາຍສະສົມຄວາມເຄັ່ງຕຶງ ແລະ ບໍ່ມີໂອກາດໄດ້ພັກຜ່ອນ.

3. ສະຖາປັດຕະຍະກຳ “ກັບດັກຄວາມຮ້ອນ”

ເຮືອນຊານໃນເອີຣົບຖືກອອກແບບມາເພື່ອ “ກັກເກັບຄວາມອົບອຸ່ນໃນລະດູໜາວ”ຝາໜາ, ປ່ອງຢ້ຽມນ້ອຍ ແລະ ມີສະນວນກັນຄວາມເຢັນຢ່າງດີ. ໃນລະດູໜາວມັນຄືສິ່ງທີ່ດີເລີດ ແຕ່ໃນລະດູຮ້ອນມັນກາຍເປັນ “ເຕົາອົບ” ດີໆນີ້ເອງ ຄວາມຮ້ອນທີ່ເຂົ້າໄປແລ້ວຈະລະບາຍອອກໄດ້ຍາກຫຼາຍ ເຮັດໃຫ້ອຸນຫະພູມໃນເຮືອນສູງກວ່າພາຍນອກ ຊຶ່ງຕ່າງຈາກເຮືອນໃນອາຊີທີ່ມີປ່ອງຢ້ຽມກວ້າງ ແລະ ລະບາຍອາກາດໄດ້ດີ.

4. ບໍ່ມີເຄື່ອງປັບອາກາດ (ແອ) ແລະ ບໍ່ເຄີຍຄິດວ່າຕ້ອງມີ

ຂໍ້ມູນຈາກອົງການພະລັງງານລະຫວ່າງປະເທດ (IEA) ລະບຸວ່າ ມີພຽງແຕ່ 19% ເທົ່ານັ້ນຂອງຄົວເຮືອນໃນເອີຣົບທີ່ມີການຕິດຕັ້ງແອ ຕ່າງຈາກອາເມຣິກາເໜືອທີ່ມີເຖິງ 76%. ແມ່ນແຕ່ອາຄານສາທາລະນະ, ໂຮງຮຽນ, ໂຮງໝໍ ຫຼື ສະຖານດູແລຜູ້ສູງອາຍຸໃນເອີຣົບເໜືອກໍບໍ່ມີລະບົບເຮັດຄວາມເຢັນ. ເມື່ອຄວາມຮ້ອນມາ ພວກເຂົາຈຶ່ງບໍ່ມີບ່ອນຫຼົບໄພ.

5. ປະຊາກອນສູງໄວ ໃນສັງຄົມທີ່ໂດດດ່ຽວ

ເອີຣົບມີສັດສ່ວນຜູ້ສູງອາຍຸສູງທີ່ສຸດໃນໂລກ ເຊິ່ງເປັນກຸ່ມສ່ຽງທີ່ສຸດເພາະກົນໄກການຄວບຄຸມອຸນຫະພູມໃນຮ່າງກາຍເສື່ອມສະພາບຕາມອາຍຸ ບວກກັບວັດທະນະທຳທີ່ຜູ້ສູງອາຍຸມັກອາໄສຢູ່ຄົນດຽວ. ເມື່ອລູກຫຼານອອກໄປທ່ອງທ່ຽວໃນລະດູຮ້ອນ ຜູ້ສູງອາຍຸຈຶ່ງຖືກຖິ້ມໃຫ້ຢູ່ຄົນດຽວໂດຍບໍ່ມີໃຜເບິ່ງແຍງ ບົດຮຽນຈາກປີ 2003 ເຄີຍມີຜູ້ເສຍຊີວິດໃນຝຣັ່ງສູງເຖິງ 14,802 ລາຍ ເຊິ່ງສ່ວນໃຫຍ່ແມ່ນຜູ້ສູງອາຍຸທີ່ຢູ່ໂດດດ່ຽວ.

ເມື່ອຄວາມຮ້ອນກາຍເປັນ “ວິກິດການລະດັບຊາດ”

ຄື້ນຄວາມຮ້ອນໃນປີ 2026 ນີ້ ບໍ່ໄດ້ເຮັດໃຫ້ແຕ່ຄົນຮ້ອນ ແຕ່ມັນກຳລັງທຳລາຍລະບົບໂຄງສ້າງພື້ນຖານທັງໝົດ:

ມີຜູ້ເສຍຊີວິດແລ້ວ: ໃນຝຣັ່ງມີຜູ້ເສຍຊີວິດຢ່າງໜ້ອຍ 18 ລາຍ (ລວມເຖິງເດັກນ້ອຍ 2 ຄົນທີ່ຖືກຖິ້ມໄວ້ໃນລົດ) ແລະ ມີຄົນຈົມນໍ້າຕາຍກວ່າ 40 ລາຍ ເພາະລົງໄປຫຼິ້ນນໍ້າເພື່ອໜີຮ້ອນໃນແຫຼ່ງນໍ້າທີ່ບໍ່ມີເຈົ້າໜ້າທີ່ເບິ່ງແຍງ.

ໂຮງຮຽນປິດ: ໂຮງຮຽນກວ່າ 845 ແຫ່ງໃນຝຣັ່ງຕ້ອງປິດການຮຽນ-ການສອນ ເພາະຫ້ອງຮຽນບໍ່ມີແອ ແລະ ຮ້ອນເກີນໄປສຳລັບເດັກນ້ອຍ

ວິກິດພະລັງງານ: ຄວາມຕ້ອງການໄຟຟ້າພຸ່ງສູງຈາກການເປີດພັດລົມ ແລະ ແອ ເຮັດໃຫ້ລາຄາໄຟຟ້າໃນຝຣັ່ງພຸ່ງຂຶ້ນ 29% ພາຍໃນມື້ດຽວ

ໂຄງສ້າງເສຍຫາຍ: ລາງລົດໄຟໂກ່ງງໍຈາກຄວາມຮ້ອນ, ຢາງມະຕອຍເທິງຖະໜົນລະລາຍ ແມ່ນແຕ່ຫໍໄອເຟວທີ່ເປັນໂຄງເຫຼັກ ຍັງຕ້ອງປິດປະຕູກ່ອນເວລາ 16:00 ໂມງ ເພາະອຸນຫະພູມຂ້າງໃນສູງເກີນໄປ

ເປີດຕົວເລກຄວາມສູນເສຍໃນອະດີດ (ຂໍ້ມູນຈາກ WHO)

ປີ ຄ.ສ ຈຳນວນຜູ້ເສຍຊີວິດຈາກຄື້ນຄວາມຮ້ອນໃນເອີຣົບ

– 2003 ເສຍຊີວິດກວ່າ 70,000 ລາຍທົ່ວທະວີບ (ຮ້າຍແຮງທີ່ສຸດໃນຮອບສະຕະວັດ)

– 2022 ເສຍຊີວິດ61,672 ລາຍ

– 2024 ເສຍຊີວິດກວ່າ ກວ່າ 62,000 ລາຍ (ປີທີ່ຮ້ອນທີ່ສຸດໃນປະຫວັດສາດໂລກ) |

WHO ລະບຸວ່າ: ອັດຕາການເສຍຊີວິດຈາກຄວາມຮ້ອນຂອງຜູ້ທີ່ມີອາຍຸເກີນ 65 ປີ ເພີ່ມຂຶ້ນເຖິງ 85% ຫາກທຽບລະຫວ່າງອະດີດກັບປັດຈຸບັນ

ເປັນຫຍັງເລື່ອງນີ້ຈຶ່ງສຳຄັນຕໍ່ “ຄົນແຫຼມອິນດູຈີນ”?

ເຖິງວ່າບ້ານເຮົາຈະຄຸ້ນເຄີຍກັບອາກາດຮ້ອນ ແຕ່ວິກິດໃນເອີຣົບແມ່ນບົດຮຽນລາຄາແພງ ເພາະການປ່ຽນແປງສະພາບພູມອາກາດກຳລັງເຮັດໃຫ້ປະເທດໃນເຂດຮ້ອນເຊັ່ນ ໄທ ແລະ ລາວ ມີອຸນຫະພູມສູງຂຶ້ນເລື້ອຍໆ ບວກກັບຄວາມຊຸ່ມທີ່ສູງ ເຮັດໃຫ້ເຫື່ອລະບາຍຍາກ ແລະ ສ່ຽງຕໍ່ການເປັນ Heat Stroke ໄດ້ງ່າຍຂຶ້ນ ໂດຍສະເພາະກຸ່ມຜູ້ໃຊ້ແຮງງານກາງແຈ້ງ, ຊຸມຊົນແອອັດ ແລະ ຜູ້ສູງອາຍຸ ເພາະບ້ານເຮົາກໍກຳລັງກ້າວເຂົ້າສູ່ສັງຄົມຜູ້ສູງອາຍຸເຊັ່ນດຽວກັນ.

ແຫຼ່ງຂໍ້ມູນອ້າງອີງ: PMC (PubMed Central), (International Energy Agency – IEA), (World Health Organization, EU Climate Report 2026

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles