ອີງຕາມຂໍ້ມູນຈາກ Seasia Stats ທີ່ໄດ້ເປີດເຜີຍສະຖິຕິອັດຕາຄ່າກະແສໄຟຟ້າຟ້າສໍາລັບທີ່ຢູ່ອາໄສໃນບັນດາປະເທດສະມາຊິກອາຊຽນ (ສະເລ່ຍປີ 2023–2026) ພົບວ່າ ຄ່າໄຟຟ້າໃນພາກພື້ນນີ້ມີຄວາມແຕກຕ່າງກັນຫຼາຍ ເຊິ່ງສະທ້ອນໃຫ້ເຫັນເຖິງໂຄງສ້າງການຊົມໃຊ້ພະລັງງານ ແລະ ນະໂຍບາຍທີ່ແຕກຕ່າງກັນຂອງແຕ່ລະປະເທດ.
ຈາກການຈັດອັນດັບ, ສປປ ລາວ ເຮົາຢູ່ໃນອັນດັບທີ 8 ຂອງພາກພື້ນ ເຊິ່ງຖືເປັນໜຶ່ງໃນປະເທດທີ່ມີຄ່າໄຟຟ້າ “ຖືກທີ່ສຸດ” ໃນອາຊຽນ ໂດຍມີອັດຕາສະເລ່ຍພຽງແຕ່ 0.040 ໂດລາສະຫະລັດ ຕໍ່ກິໂລວັດໂມງ (kWh) ເທົ່ານັ້ນ.
ປັດໄຈຫຼັກທີ່ເຮັດໃຫ້ ສປປ ລາວ ສາມາດຮັກສາລະດັບລາຄາຄ່າໄຟຟ້າໃຫ້ຕໍ່າ ແລະ ເຂົ້າເຖິງໄດ້ງ່າຍ ຄືການເປັນ “ໝໍ້ໄຟແຫ່ງອາຊຽນ” (Battery of ASEAN) ທີ່ມີຂໍ້ໄດ້ປຽບທາງດ້ານຊັບພະຍາກອນທໍາມະຊາດ ໂດຍສະເພາະແມ່ນ “ພະລັງງານນໍ້າ” (Hydroelectric Power) ຈາກເຂື່ອນຕ່າງໆ ເຊິ່ງເປັນແຫຼ່ງພະລັງງານໝູນວຽນທີ່ມີຕົ້ນທຶນການຜະລິດໝັ້ນຄົງ ແລະ ຖືກກວ່າການນໍາເຂົ້າເຊື້ອໄຟຟົສຊິນ (Fossil Fuels) ຈາກຕ່າງປະເທດຢ່າງເຫັນໄດ້ຊັດເຈນ.
ສ່ອງອັນດັບຄ່າໄຟຟ້າ 9 ປະເທດອາຊຽນ (ຈາກແພງສຸດ ໄປຫາ ຖືກສຸດ):
ອັນດັບ 1. ສິງກະໂປ: ຄອງແຊ້ມຄ່າໄຟຟ້າແພງທີ່ສຸດໃນພາກພື້ນ ໂດຍມີອັດຕາສູງເຖິງ 0.276 ໂດລາສະຫະລັດ ຕໍ່ກິໂລວັດໂມງ (kWh).
ອັນດັບ 2. ຟິລິບປິນ: ຕາມມາເປັນອັນດັບສອງ ດ້ວຍອັດຕາ 0.246 ໂດລາສະຫະລັດ ຕໍ່ກິໂລວັດໂມງ (kWh).
ອັນດັບ 3. ກໍາປູເຈຍ: ມີອັດຕາຄ່າໄຟຟ້າຢູ່ທີ່ 0.178 ໂດລາສະຫະລັດ ຕໍ່ກິໂລວັດໂມງ (kWh).
ອັນດັບ 4. ໄທ: ຢູ່ໃນອັນດັບທີສີ່ ດ້ວຍອັດຕາ 0.151 ໂດລາສະຫະລັດ ຕໍ່ກິໂລວັດໂມງ (kWh).
ອັນດັບ 5. ອິນໂດເນເຊຍ: ມີອັດຕາຄ່າໄຟຟ້າຢູ່ທີ່ 0.096 ໂດລາສະຫະລັດ ຕໍ່ກິໂລວັດໂມງ (kWh).
ອັນດັບ 6. ຫວຽດນາມ: ມີອັດຕາຄ່າໄຟຟ້າຢູ່ທີ່ 0.093 ໂດລາສະຫະລັດ ຕໍ່ກິໂລວັດໂມງ (kWh).
ອັນດັບ 7. ມາເລເຊຍ: ມີອັດຕາຄ່າໄຟຟ້າຢູ່ທີ່ 0.063 ໂດລາສະຫະລັດ ຕໍ່ກິໂລວັດໂມງ (kWh).
ອັນດັບ 8. ສປປ ລາວ: ເປັນໜຶ່ງໃນປະເທດທີ່ມີຄ່າໄຟຟ້າຖືກທີ່ສຸດໃນພາກພື້ນ ໂດຍມີອັດຕາພຽງແຕ່ 0.040 ໂດລາສະຫະລັດ ຕໍ່ກິໂລວັດໂມງ (kWh).
ອັນດັບ 9. ມຽນມາ: ຄອງອັນດັບຄ່າໄຟຟ້າຖືກທີ່ສຸດໃນອາຊຽນ ດ້ວຍອັດຕາພຽງ 0.030 ໂດລາສະຫະລັດ ຕໍ່ກິໂລວັດໂມງ (kWh).
ເມື່ອປຽບທຽບໃສ່ກັບ ສິງກະໂປ ທີ່ຄອງແຊ້ມຄ່າໄຟແພງທີ່ສຸດໃນອາຊຽນ ຈະເຫັນວ່າ ຄ່າໄຟຟ້າຂອງລາວເຮົາຖືກກວ່າເກືອບ 7 ເທົ່າ! ເນື່ອງຈາກສິງກະໂປຕ້ອງນໍາເຂົ້າກ໊າສທໍາມະຊາດເກືອບ 100% ໃນການຜະລິດໄຟຟ້າ ເຮັດໃຫ້ລາຄາຜັນຜວນຕາມຕະຫຼາດໂລກ. ສ່ວນປະເທດເພື່ອນບ້ານໃກ້ຄຽງ ເຊັ່ນ: ໄທ (ອັນດັບ 4) ແລະ ກໍາປູເຈຍ (ອັນດັບ 3) ກໍຍັງມີຕົ້ນທຶນທີ່ສູງກວ່າລາວເຮົາຫຼາຍເທົ່າຕົວ.
ຕົວເລກເຫຼົ່ານີ້ ບໍ່ພຽງແຕ່ສະແດງເຖິງການຊ່ວຍຫຼຸດຜ່ອນຄ່າຄອງຊີບຂອງປະຊາຊົນລາວໃນດ້ານພະລັງງານເທົ່ານັ້ນ ແຕ່ຍັງເປັນ “ຈຸດຂາຍທີ່ສໍາຄັນ” ຂອງ ສປປ ລາວ ໃນການດຶງດູດການລົງທຶນຈາກຕ່າງປະເທດ (FDI) ໂດຍສະເພາະກຸ່ມອຸດສາຫະກໍາຂະໜາດໃຫຍ່ ແລະ ທຸລະກິດທີ່ຕ້ອງໃຊ້ກະແສໄຟຟ້າໃນປະລິມານສູງ ໃຫ້ເຂົ້າມາຕັ້ງຖານການຜະລິດໃນລາວ ຍ້ອນຕົ້ນທຶນພະລັງງານທີ່ສະອາດ ແລະ ປະຢັດກວ່າປະເທດອື່ນໆໃນພາກພື້ນ.
ທີ່ມາ: Seasia Stats
Lao Youth Radio FM90MHz


