ຜັນຂະຫຍາຍນະໂຍບາຍນຳໃຊ້ລົດໄຟຟ້າ (EV) ໃນ ສປປ ລາວ ຕັ້ງເປົ້າໝາຍໃຫ້ບັນລຸ 30% ພາຍໃນປີ 2030

ວັນທີ 23 ມິຖຸນາ 2026 ຜ່ານມາ, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໃນນາມກອງເລຂາຄະນະ 31/ນຍ ໄດ້ຈັດກອງປະຊຸມລະດົມຄວາມຄິດເຫັນຕໍ່ ແຜນແມ່ບົດ (Roadmap) ແລະ ແຜນດຳເນີນງານ (Work Plan) ເພື່ອຜັນຂະຫຍາຍນະໂຍບາຍສົ່ງເສີມການນຳໃຊ້ລົດໄຟຟ້າ (EV) ຢູ່ ສປປ ລາວ ໃຫ້ບັນລຸເປົ້າໝາຍ 30% ພາຍໃນປີ 2030.

ກອງປະຊຸມດັ່ງກ່າວ ມີຜູ້ຕາງໜ້າຈາກບັນດາກະຊວງທີ່ເປັນຄະນະກອງເລຂາ, ຄະນະ Think Tank, ບໍລິສັດ AIFs, ບັນດາບໍລິສັດ ແລະ ທະນາຄານທຸລະກິດ ເຂົ້າຮ່ວມປຶກສາຫາລື ໂດຍໃຫ້ກຽດເປັນປະທານຂອງ ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ.

ໃນໂອກາດນີ້ ທ່ານ ປອ ມະໂນທອງ ວົງໄຊ ໄດ້ກ່າວວ່າ ການສົ່ງເສີມການນຳໃຊ້ລົດໄຟຟ້າ ແມ່ນໜຶ່ງໃນຍຸດທະສາດສຳຄັນຂອງລັດຖະບານ ເພື່ອຫັນປ່ຽນໄປສູ່ການນຳໃຊ້ພະລັງງານສະອາດ, ຫຼຸດຜ່ອນການພຶ່ງພາການນຳເຂົ້ານ້ຳມັນເຊື້ອໄຟ, ຊ່ວຍຫຼຸດຕົ້ນທຶນດ້ານພະລັງງານ ແລະ ສົ່ງເສີມການປົກປ້ອງສິ່ງແວດລ້ອມ ຄວບຄູ່ກັບການພັດທະນາເສດຖະກິດສີຂຽວຂອງ ສປປ ລາວ.

ຕໍ່ຈາກນັ້ນ, ທ່ານ ລັດຕະນະມະນີ ຄູນນິວົງ ຮອງປະທານອາວຸໂສ ບໍລິສັດ ເອເຊຍລົງທຶນ ແລະ ບໍລິການ ຈຳກັດຜູ້ດຽວ (AIFs) ໄດ້ນຳສະເໜີຮ່າງແຜນແມ່ບົດ ແລະ ແຜນດຳເນີນງານນຳໃຊ້ລົດໄຟຟ້າ (EV) ຢູ່ ສປປ ລາວ ໂດຍກຳນົດເປົ້າໝາຍ ແລະ ມາດຕະການສຳຄັນ ປະກອບມີ:

ແນວທາງການພັດທະນາໂຄງສ້າງພື້ນຖານສະຖານີສາກໄຟ

ການຄຸ້ມຄອງມາດຕະຖານດ້ານເຕັກນິກ

ການພັດທະນາບຸກຄະລາກອນ

ການຈັດການແບັດເຕີຣີ

ການຕິດຕາມ ແລະ ປະເມີນຜົນ

ກອງປະຊຸມໄດ້ລະດົມຄຳເຫັນຢ່າງກວ້າງຂວາງ ແລະ ກົງໄປກົງມາ ຈາກບັນດາຜູ້ເຂົ້າຮ່ວມ ໂດຍສຸມໃສ່ປະເດັນສຳຄັນ ເຊັ່ນ:

ການປັບປຸງກົນໄກນະໂຍບາຍ

ການສ້າງແຮງຈູງໃຈໃຫ້ປະຊາຊົນນຳໃຊ້ລົດໄຟຟ້າ

ການຂະຫຍາຍສະຖານີສາກໄຟໃຫ້ຄອບຄຸມທົ່ວປະເທດ

ການຄຸ້ມຄອງດ້ານຄຸນນະພາບ ແລະ ຄວາມປອດໄພ

ການລະດົມການລົງທຶນຈາກພາກເອກະຊົນ ເພື່ອຮ່ວມຂັບເຄື່ອນການພັດທະນາລົດໄຟຟ້າຂອງປະເທດ.

ສຳລັບຂັ້ນຕອນຕໍ່ໄປ ກອງເລຂາຄະນະ 31/ນຍ ຈະສັງລວມ ແລະ ຄົ້ນຄວ້າຄຳເຫັນທັງໝົດທີ່ໄດ້ຮັບ ເພື່ອນຳໄປປັບປຸງຮ່າງແຜນແມ່ບົດ ແລະ ແຜນດຳເນີນງານ ໃຫ້ມີຄວາມສົມບູນຮອບດ້ານ, ສອດຄ່ອງກັບສະພາບຕົວຈິງ ແລະ ກອບນະໂຍບາຍຂອງລັດຖະບານ ກ່ອນນຳສະເໜີຜ່ານການພິຈາລະນາຂອງຄະນະກຳມະການລະດັບຊາດ ແລະ ນຳສະເໜີຕໍ່ກອງປະຊຸມລັດຖະບານໃນໄລຍະຕໍ່ໄປ.

ທີ່ມາ: ຂ່າວສານ ອຸດສາຫະກຳ ແລະ ການຄ້າ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles