ປັບຂຶ້ນລາຄານ້ຳມັນເຊື້ອໄຟລາວ

ວັນທີ 24 ມິຖຸນາ 2026 ກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການປັບລາຄານໍ້າມັນເຊື້ອໄຟ ໂດຍນໍ້າມັນແອັດຊັງທຳມະດາ ປັບຂຶ້ນ +500 ກີບ/ລິດ, ສ່ວນນໍ້າມັນກາຊວນ ປັບລົງ -480 ກີບ/ລິດ ແລະ ລາຄານໍ້າມັນແອັດຊັງພິເສດ ຢູ່ທີ່ 35,840 ກີບ/ລິດ ປັບລົງ -5,370 ກີບ/ລິດ (ຈາກວັນທີ 14 ມີນາ 2026).

1. ການປັບລາຄານໍ້າມັນເຊື້ອໄຟ ຄັ້ງນີ້ແມ່ນ ບົບອັດຕາອາກອນຊົມໃຊ້ ນໍ້າມັນແອັດຊັງທຳມະດາ ຈາກ 15% ເພີ່ມ ຂຶ້ນເປັນ 25% (+10%) ແລະ ນໍ້າມັນກາຊວນ ຈາກ 0% ເພີ່ມຂຶ້ນເປັນ 5%; ສໍາລັບນໍ້າມັນແອັດຊັງພິເສດ ແມ່ນແຍກ ການຄິດໄລ່ລາຄານໍາເຂົ້າ CIF ອອກຈາກ ນໍ້າມັນແອັດຊັງທຳມະດາ ແລະ ນໍາໃຊ້ກອບອັດຕາພາສີ ແລະ ອາກອນ ຊົມໃຊ້ຕາມກົດໝາຍກຳນົດ. ສ່ວນຄ່າຢອດສານມາກເກີແມ່ນໃຫ້ຢຸດເກັບຊົ່ວຄາວ ຕາມແຈ້ງການສະບັບເລກທີ 350/ຫສນຍ, ລົງວັນທີ 18 ມີນາ 2026;

2. ການຄິດໄລ່ພັນທະ ແລະ ຄໍາທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກຳນົດໄວ້ ໃນໂຄງປະກອບລາຄານໍ້າມັນເຊື້ອໄຟ ສະບັບເລກທີ 1130/ຄພນ, ລົງວັນທີ 24 ມິຖຸນາ 2026 ຈົນກວ່າຈະມີ ການປ່ຽນແປງ.

3. ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟ ປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງປໍ້າຂາຍຍ່ອຍ ຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ.

4.. ໃຫ້ພະແນກ ອຄ ແຂວງ, ນະຄອນຫຼວງວຽງຈັນ ຊີ້ນໍາຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ນະຄອນ ລົງຕິດຕາມ, ກວດກາການຈັດຕັ້ງປະຕິບັດລາຄາໃໝ່ນີ້ ຂອງປໍ້ານໍ້າມັນເຊື້ອໄຟ ໃນຂອບເຂດຄວາມຮັບຜິດ ຊອບຂອງຕົນ ເປັນປົກກະຕິ, ຫາກພົບເຫັນ ຢໍ້າໃດບໍ່ປະຕິບັດຕາມລາຄາໃໝ່ນີ້ ໃຫ້ນໍາໃຊ້ມາດຕະການຕ່າງໆ ຕາມລະບຽບການໃນຂອບເຂດຄວາມຮັບຜິດຊອບຂອງຕົນ.

5. ແຈ້ງການສະບັບນີ້ ປ່ຽນແທນແຈ້ງການ ສະບັບເລກທີ 1053/ກຄພນ, ລົງວັນທີ 17 ມິຖຸນາ 2026.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles