ພະແນກອຸດສາຫະກຳ ແລະ ການຄ້າ ແຂວງບໍ່ແກ້ວ ໄດ້ສະຫຼຸບຜົນການດຳເນີນວຽກງານດ້ານການຄຸ້ມຄອງ, ການພັດທະນາຕາໜ່າງການຄ້າ ແລະ ການຊຸກຍູ້ເສດຖະກິດພາຍໃນແຂວງ ໂດຍມີຜົນງານເດັ່ນ ດັ່ງນີ້:
ທົ່ວແຂວງມີຕະຫຼາດທັງໝົດ 47 ແຫ່ງ, ປະກອບມີ ຕະຫຼາດໃຫຍ່ 2 ແຫ່ງ, ຕະຫຼາດກາງ 9 ແຫ່ງ, ຕະຫຼາດນ້ອຍ 23 ແຫ່ງ ແລະ ຕະຫຼາດນັດ 13 ແຫ່ງ ພ້ອມທັງມີສູນການຄ້າ 1 ແຫ່ງ.
ສຳລັບຫົວໜ່ວຍທຸລະກິດ ມີຮ້ານຂາຍຍົກ-ຂາຍຍ່ອຍ ທັງໝົດ 1.485 ຫົວໜ່ວຍ, ໃນນັ້ນມີຮ້ານຂາຍເຄື່ອງທົ່ວໄປ 1.268 ແຫ່ງ, ປ້ຳນ້ຳມັນ 122 ແຫ່ງ, ຮ້ານຄຳ 28 ແຫ່ງ ແລະ ທຸລະກິດອື່ນໆ.
ໃນດ້ານການອະນຸຍາດ ແລະ ປັບປຸງທຸລະກິດ ໄດ້ອອກໃບອະນຸຍາດໃໝ່ 3 ຫົວໜ່ວຍ, ຕໍ່ອາຍຸໃບອະນຸຍາດ 70 ຫົວໜ່ວຍ ແລະ ລົງກວດກາແນະນຳຮ້ານຄ້າ 11 ຫົວໜ່ວຍ ໃຫ້ປະກອບເອກະສານຖືກຕ້ອງຕາມລະບຽບ.
ສ່ວນວຽກງານຄຸ້ມຄອງນ້ຳມັນເຊື້ອໄຟ ແລະ ແກັສຫຸງຕົ້ມ ປັດຈຸບັນມີ 5 ບໍລິສັດໃຫຍ່ ທີ່ຍັງດຳເນີນການນຳເຂົ້ານ້ຳມັນ ແລະ ສາມາດສະໜອງໄດ້ພຽງພໍຕໍ່ຄວາມຕ້ອງການ. ທົ່ວແຂວງມີປ້ຳນ້ຳມັນເປີດບໍລິການຕາມປົກກະຕິ 99 ຫົວໜ່ວຍ ແລະ ປິດຊົ່ວຄາວ 23 ຫົວໜ່ວຍ.
ຜ່ານມາ ພະແນກໄດ້ເຜີຍແຜ່ດຳລັດວ່າດ້ວຍການດຳເນີນທຸລະກິດນ້ຳມັນເຊື້ອໄຟ (ສະບັບເລກທີ 559/ລບ) ພ້ອມທັງເຂັ້ມງວດໃນການກວດກາດ້ານເຕັກນິກ ແລະ ສະຖານທີ່ຕັ້ງສາງ ລວມທັງປ້ຳນ້ຳມັນໃໝ່ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ.
ດ້ານມູນຄ່າຈໍລະຈອນສິນຄ້າພາຍໃນ ບັນລຸໄດ້ 702.700.028.000 ກີບ, ເທົ່າກັບ 66,61% ຂອງແຜນການປີ 2026 ແລະ ເພີ່ມຂຶ້ນ 16,19% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ໃນນັ້ນ ໝວດສິນຄ້າທີ່ມີມູນຄ່າສູງສຸດ ແມ່ນ ໝວດນ້ຳມັນເຊື້ອໄຟ ບັນລຸ 579.169.000.000 ກີບ, ຮອງລົງມາແມ່ນ ໝວດສະບຽງອາຫານ ກວ່າ 43 ຕື້ກີບ ແລະ ໝວດພາຫະນະ-ເຄື່ອງຈັກ ກວ່າ 32 ຕື້ກີບ, ຊຶ່ງເປັນຜົນມາຈາກຄວາມຕ້ອງການບໍລິໂພກໃນບາງໝວດສິນຄ້າເພີ່ມຂຶ້ນ ພ້ອມກັບການຜັນຜວນຂອງລາຄາສິນຄ້າໃນທ້ອງຕະຫຼາດ.
ນອກຈາກນີ້ ຂະແໜງອຸດສາຫະກຳ ແລະ ການຄ້າ ຍັງໄດ້ສຸມໃສ່ການຈັດລະບຽບຄວາມເປັນຮຽບຮ້ອຍພາຍໃນຕະຫຼາດ, ແກ້ໄຂຂໍ້ຂັດແຍ່ງຂອງຕົວແທນຈຳໜ່າຍຊີ້ນ ແລະ ຮ່ວມມືກັບເຂດເສດຖະກິດພິເສດສາມຫຼ່ຽມຄຳ ໃນການຕ້ານການຟອກເງິນ ພ້ອມທັງສະກັດກັ້ນການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໃນກຸ່ມທຸລະກິດວັດຖຸມີຄ່າ (ຮ້ານຄຳ).
ທີ່ມາ: ຂ່າວເສດຖະກິດສັງຄົມ


