ເມືອງສີໂຄດຕະບອງ ສັ່ງຕັດນ້ຳ ຕັດໄຟ 3 ອາຄານໃຫຍ່ ທີ່ກໍ່ສ້າງລະເມີດຜັງເມືອງ – ບໍ່ສົນໃຈຄຳເຕືອນຕໍ່ເຈົ້າໜ້າທີ່

ເຈົ້າໜ້າທີ່ສະເພາະກິດ ລົງມືປະຕິບັດມາດຕະການຂັ້ນເດັດຂາດ ລົງຕັດລະບົບນໍ້າປະປາ ແລະ ໄຟຟ້າ ຕໍ່ກັບອາຄານ ແລະ ອາພາດເມັ້ນ ທີ່ກໍ່ສ້າງລະເມີດລະບຽບຜັງເມືອງ ພາຍໃນເມືອງສີໂຄດຕະບອງ ຫຼັງຈາເຈົ້າຂອງອາຄານເມິນເສີຍຕໍ່ຄໍາເຕືອນ ແລະ ສ້າງຜົນກະທົບໜັກຕໍ່ຊຸມຊົນອ້ອມຂ້າງ.

ໃນວັນທີ 24 ມິຖຸນາ 2026, ທ່ານ ຄໍາໝອນ ຈອມມະນີວົງ ຫົວໜ້າຂະແໜງເຄຫາຜັງເມືອງ ນໍ້າປະປາ ແລະ ສຸຂະພິບານ (ພະແນກ ຍທຂ ນະຄອນຫຼວງວຽງຈັນ) ພ້ອມດ້ວຍຄະນະຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ, ໄດ້ສົມທົບກັບ ເຈົ້າໜ້າທີ່ ປກສ, ລັດວິສາຫະກິດນໍ້າປະປາ, ລັດວິສາຫະກິດໄຟຟ້າ ນະຄອນຫຼວງວຽງຈັນ ແລະ ອົງການປົກຄອງທ້ອງຖິ່ນ ໄດ້ລົງພື້ນທີ່ຈັດສັນ ແລະ ບັງຄັບໃຊ້ກົດໝາຍຢູ່ 3 ຈຸດໃຫຍ່ ໃນບ້ານອຸມົງ ແລະ ບ້ານປາກທ້າງ ເມືອງສີໂຄດຕະບອງ.

ຈຸດທີ 1 ແລະ 2 (ບ້ານອຸມົງ ຖະໜົນ ເຕ2): ພົບການປຸກສ້າງເທີບ-ເງີບກວມເອົາເຂດສະຫງວນທາງຫຼວງ. ນອກຈາກນີ້ ຍັງມີອາຄານອາພາດເມັ້ນ ທີ່ລັກລອບຕໍ່ເຕີມໂດຍບໍ່ຜ່ານການອະນຸຍາດຜັງເມືອງ, ສ້າງກໍາແພງຕິດຊິດເຮືອນໃກ້ຄຽງ ເຮັດໃຫ້ນໍ້າຝົນຈາກຫຼັງຄາຕົກໃສ່ດິນຊັບສິນຂອງປະຊາຊົນ, ທັງຍັງປ່ອຍນໍ້າເສຍໂຊກໂຄກໂດຍບໍ່ມີການບໍາບັດ ສ້າງຄວາມສ່ຽງຕໍ່ການແຜ່ລະບາດຂອງພະຍາດ ແລະ ບໍ່ຖືກຫຼັກສຸຂະອະນາໄມ.

ຈຸດທີ 3 (ບ້ານປາກທ້າງ): ໂຄງການກໍ່ສ້າງອາພາດເມັ້ນແຫ່ງໜຶ່ງ ທີ່ກໍ່ສ້າງໂດຍບໍ່ມີໃບອະນຸຍາດ, ບໍ່ມີຄວາມຮັບຜິດຊອບຕໍ່ສັງຄົມ, ບໍ່ເຮັດຮ່ອງລະບາຍນໍ້າ ສ້າງຜົນກະທົບຮຸນແຮງຕໍ່ລະບົບຄົມມະນາຄົມ ແລະ ເຮັດໃຫ້ນໍ້າຖົ່ວມຂັງຊຸມຊົນໃນເວລາຝົນຕົກ.

ທີ່ຜ່ານມາ ຄະນະສະເພາະກິດໄດ້ລົງກວດກາ ແລະ ອອກບົດກ່າວເຕືອນຫຼາຍຄັ້ງ, ແຕ່ເຈົ້າຂອງອາຄານກັບມີເຈດຕະນາຫຼົບຫຼີກ ບໍ່ຍອມມາພົບເຈົ້າໜ້າທີ່, ບໍ່ໃຫ້ຄວາມຮ່ວມມື ແລະ ຍັງຄົງເມີນເສີຍລະເມີດຄໍາສັ່ງຢ່າງຕໍ່ເນື່ອງ.

ການລົງຕັດນໍ້າ ແລະ ຕັດກະແສໄຟຟ້າໃນຄັ້ງນີ້ ແມ່ນເພື່ອບັງຄັບໃຫ້ເຈົ້າຂອງອາຄານທັງ 3 ແຫ່ງ ເຂົ້າມາພົວພັນ ແລະ ໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ຢ່າງຫຼີກລ່ຽງບໍ່ໄດ້ ເພື່ອຮີບຮ້ອນແກ້ໄຂຜົນກະທົບທີ່ເກີດຂຶ້ນຕໍ່ສັງຄົມ ແລະ ສິ່ງແວດລ້ອມ.

ທັງນີ້, ທາງການໄດ້ເນັ້ນຢ້ຳວ່າ “ຫາກຜູ້ລະເມີດຍັງບໍ່ທັນແກ້ໄຂສິ່ງປຸກສ້າງ ແລະ ປັບປຸງໃຫ້ຖືກຕ້ອງຕາມລະບຽບການຢ່າງຄົບຖ້ວນ, ແມ່ນຈະບໍ່ອະນຸຍາດໃຫ້ຕໍ່ ແລະ ນຳໃຊ້ນໍ້າປະປາ-ໄຟຟ້າຢ່າງເດັດຂາດ”.

​ທີ່ມາ: ເສດຖະກິດການຄ້າ

Lao Youth​ Radio​ FM​90​MHz

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles