ກົມທໍລະນີສາດ ແລະ ບໍ່ແຮ່ ແຈ້ງການໃຫ້ເພີ່ມທະວີເອົາໃຈໃສ່ໃນການຕິດຕາມ-ກວດກາ ສະພາບນໍ້າຖ້ວມ, ດິນເຊາະເຈື່ອນ, ດິນຊຸດຕົວ, ອ່າງບັນຈຸສານເຄມີ, ອ່າງຫາງແຮ່ ແລະ ອ່າງດັກຕະກອນ ໃນຊ່ວງລະດູຝົນ.
ກົມທໍລະນີສາດ ແລະ ບໍ່ແຮ່ ຂໍຖືເປັນກຽດແຈ້ງມາຍັງ ທ່ານ ຊາບວ່າ: ໃນໄລຍະນີ້ແມ່ນ ຢູ່ໃນຊ່ວງລະດູ ຝົນ (ນັບແຕ່ ເດືອນມິຖຸນາ ຫາ ເດືອນຕຸລາ) ອາດຈະເກີດມີສະພາບຝົນຕົກຫນັກ ແລະ ລົມແຮງ, ຊຶ່ງອາດຈະສົ່ງ ຜົນກະທົບຕໍ່ບັນດາໂຄງການລົງທຶນດ້ານແຮ່ທາດ ເປັນຕົ້ນ: ນໍ້າຖ້ວມ, ດິນເຊາະເຈື່ອນ, ດິນສະໄລ ແລະ ອື່ນໆ. ສະນັ້ນ, ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດວຽກງານຂອງບໍລິສັດໃຫ້ມີຄວາມປອດໄພຮອບດ້ານຢູ່ພາຍ ໃນໂຄງການ ແລະ ເພື່ອເປັນການຮັບມືກັບສະພາບການດັ່ງກ່າວ.
ກົມທໍລະນີສາດ ແລະ ບໍ່ແຮ່ ຈຶ່ງແຈ້ງມາຍັງບັນດາ ບໍລິສັດ ລົງທຶນດ້ານແຮ່ທາດ ໃນຂອບເຂດທົ່ວປະເທດເອົາໃຈໃສ່, ດັ່ງນີ້:
1. ໃຫ້ ບໍລິສັດ ເອົາໃຈໃສ່ປະຕິບັດຕາມສິດ ແລະ ພັນທະຂອງຕົນຢ່າງເຂັ້ມງວດ ແລະ ເພີ່ມທະວີເອົາໃຈໃສ່ ຕິດຕາມ-ກວດກາອ່າງບັນຈຸສານເຄມີ, ອ່າງຫາງແຮ່, ອ່າງດັກຕະກອນ, ອ່າງເກັບກັກນໍ້າ ແລະ ສະພາບແວດ ລ້ອມອ້ອມຂ້າງໂຄງການ. ຕ້ອງຮັບປະກັນໃຫ້ມີຄວາມຫມັ້ນຄົງ, ແຫນ້ນຫນາ ແລະ ປອດໄພ, ພ້ອມທັງສ້າງຕັ້ງ ຫນ່ວຍງານເວນຢາມເຝົ້າລະວັງ ຢ່າງເປັນປົກກະຕິ;
2. ໃຫ້ ບໍລິສັດ ສ້າງແຜນຮັບມືສຸກເສີນ ເພື່ອວາງແຜນຮັບມືໃນກໍລະນີຫາກມີຝົນຕົກຫນັກຕິດຕໍ່ກັນຫຼາຍວັນ ເພື່ອປ້ອງກັນບໍ່ໃຫ້ເກີດມີສະພາບແຕກຫັກ ແລະ ຊົ່ວຊືມ ຂອງບັນດາອ່າງຕ່າງໆ ຕາມທີ່ກ່າວມາໃນຂໍ້ 1 ຂ້າງ ເທິງ ທັງນີ້ກໍເພື່ອເປັນການຫຼຸດຜ່ອນຜົນກະທົບທີ່ອາດຈະເກີດຂຶ້ນ ແລະ ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ. ພ້ອມນັ້ນ, ໃຫ້ ບໍລິສັດ ເພີ່ມທະວີ ເອົາໃຈໃສ່ຕິດຕາມ ສະພາບການປ່ຽນແປງຂອງອາກາດເປັນລາຍວັນ;
3. ໃນກໍລະນີຫາກເກີດມີເຫດການສຸກເສີນ ແລະ ເຫດການບໍ່ຄາດຄິດເກີດຂື້ນ ແມ່ນໃຫ້ບໍລິສັດ ຮີບຮ້ອນແກ້ ໄຂບັນຫາດັ່ງກ່າວຢ່າງເລັ່ງດ່ວນແລ້ວລາຍງານມາຍັງພາກສ່ວນທີ່ກ່ຽວຂ້ອງຂອງລັດຮັບຊາບ ພາຍໃນ 24 ຊົ່ວໂມງ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 95 ຂອງກົດຫມາຍວ່າດ້ວຍແຮ່ທາດ.
4. ໃນກໍລະນີຫາກກວດພົບວ່າ ບໍລິສັດ ຫາກເມີນເສີຍ ຫຼື ບໍ່ປະຕິບັດຕາມກົດຫມາຍ, ສັນຍາ, ລະບຽບການ, ຄໍາແນະນໍາ ແລະ ແຈ້ງການຂອງ ກົມທໍລະນີສາດ ແລະ ບໍ່ແຮ ່ ຊຶ່ງພາໃຫ້ເກີດມີຜົນກະທົບຕໍ່ຊີວິດ ແລະ ຊັບ ສິນ. ກົມທໍລະນີສາດ ແລະ ບໍ່ແຮ່ ຈະໄດ້ນໍາໃຊ້ມາດຕະການປັບໄຫມຕໍ່ ບໍລິສັດ ຕາມດໍາລັດ 373/ລບ, ລົງ ວັນທີ 01 ທັນວາ 2023 ໂດຍບໍ່ຈໍາເປັນຕ້ອງແຈ້ງເຕືອນອີກ ຫຼື ກ້າວໄປເຖິງການສັ່ງໂຈະໂຄງການຊົ່ວຄາວ ເພື່ອໃຫ້ ບໍລິສັດ ໄດ້ປັບປຸງແກ້ໄຂຂໍ້ບົກຜ່ອງຂອງຕົນ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມແຈ້ງການສະບັບນີ້ ຢ່າງເຄັ່ງຄັດດ້ວຍ




