ໃນຍຸກທີ່ໃຜໆກໍຫັນມາໃຊ້ AI, ເຮົາອາດຈະເຄີຍໄດ້ຍິນຄຳເວົ້າທີ່ວ່າ: “AI ຈະບໍ່ມີວັນຜິດພາດ ຖ້າເຮົາປ້ອນຄຳສັ່ງ (Prompt) ແລະ ບໍລິຫານຈັດການມັນໄດ້ດີພໍ” ຟັງເບິ່ງຄືຈະສົມເຫດສົມຜົນ ແລະ ສ້າງຄວາມໝັ້ນໃຈໃຫ້ຜູ້ໃຊ້, ແຕ່ໃນຄວາມເປັນຈິງຂອງໂລກແຫ່ງການພັດທະນາ AI ແລ້ວ… ຄຳເວົ້ານີ້ “ຜິດພາດຢ່າງສິ້ນເຊີງ”.
ເພາະບໍ່ວ່າທ່ານຈະຂຽນ Prompt ໄດ້ລະອຽດ, ສະຫຼາດ ຫຼື ສົມບູນແບບປານໃດກໍຕາມ, AI ກໍຍັງມີໂອກາດໃຫ້ຂໍ້ມູນທີ່ຜິດພາດໄດ້ສະເໝີ. ນັກວິໄຈໄດ້ເປີດເຜີຍເຫດຜົນຫຼັກ 3 ຊັ້ນ ທີ່ຢູ່ເບື້ອງຫຼັງຄວາມຜິດພາດເຫຼົ່ານີ້:
3 ເຫດຜົນທາງເຕັກນິກ ທີ່ເຮັດໃຫ້ AI “ຜິດພາດໄດ້ສະເໝີ”
1. ຂໍ້ມູນທີ່ໃຊ້ຝຶກຝົນມີ “ອະຄະຕິ”
AI ບໍ່ໄດ້ເກີດມາພ້ອມຄວາມຮູ້, ແຕ່ມັນຮຽນຮູ້ຈາກຂໍ້ມູນມະຫາສານທີ່ມະນຸດປ້ອນໃຫ້. ຖ້າຂໍ້ມູນເຫຼົ່ານັ້ນມີຄວາມລຳອຽງ, ມີຂໍ້ຜິດພາດ ຫຼື ບໍ່ຄອບຄຸມ, AI ກໍຈະຊຶມຊັບເອົາຄວາມຜິດພາດນັ້ນມາຄືກັນ.
ຕົວຢ່າງ: ຖ້າເຮົາສັ່ງໃຫ້ AI ວາດຮູບ “ພະຍາບານ”, ພາບທີ່ໄດ້ສ່ວນໃຫຍ່ມັກຈະເປັນ “ຜູ້ຍິງ” ເພາະໃນຖານຂໍ້ມູນສ່ວນໃຫຍ່ໃນອະດີດ, ອາຊີບນີ້ເປັນຜູ້ຍິງຫຼາຍກວ່າ, ເຊິ່ງນີ້ຄືອະຄະຕິທາງຂໍ້ມູນທີ່ AI ສະແດງອອກມາໂດຍທີ່ Prompt ບໍ່ໄດ້ສັ່ງ.
2. ກົນໄກການເຮັດວຽກແບບ “ເດົາຄຳຖັດໄປ”
ໂມເດລພາສາຂະໜາດໃຫຍ່ (LLM) ເຊັ່ນ ChatGPT, Gemini ຫຼື Claude ບໍ່ໄດ້ຮູ້ຈັກ “ຄວາມຈິງ” (Truth) ເໝືອນມະນຸດ. ແຕ່ສິ່ງທີ່ມັນເຮັດຄື ການຄາດເດົາວ່າ “ຄຳສັ່ງ/ຄຳເວົ້າຖັດໄປ” ຄວນຈະເປັນຄຳວ່າຫຍັງ ໂດຍອີງຕາມສະຖິຕິ ແລະ ຮູບແບບຈາກຂໍ້ມູນທີ່ມັນເຄີຍອ່ານ.
• ຜົນກໍຄື: ມັນສາມາດສ້າງເລື່ອງລາວ ຫຼື ຂໍ້ມູນທີ່ຟັງເບິ່ງ “ໜ້າເຊື່ອຖືຫຼາຍ” ແຕ່ ຜິດທັງໝົດ
• ນັກວິໄຈເອີ້ນປາກົດການນີ້ວ່າ ” AI” ເຊິ່ງມັນສາມາດສ້າງຂ່າວປອມ, ອ້າງອີງຊື່ບຸກຄົນທີ່ບໍ່ມີຈິງ ຫຼື ແມ່ນກະທັ້ງສ້າງລິ້ງເວັບໄຊຕ໌ປອມທີ່ກົດເຂົ້າໄປບໍ່ໄດ້ ແຕ່ເບິ່ງຄືຈິງທີ່ສຸດ.
3. ບໍລິບົດຂອງໂລກທີ່ປ່ຽນແປງຕະຫຼອດເວລາ
AI ຖືກຝຶກຝົນມາຈາກຊຸດຂໍ້ມູນໃນຊ່ວງເວລາໃດໜຶ່ງ. ແຕ່ໂລກຂອງເຮົາປ່ຽນແປງທຸກວິນາທີ ບໍ່ວ່າຈະເປັນດ້ານເສດຖະກິດ, ກົດໝາຍ ຫຼື ເຕັກໂນໂລຊີ. ເມື່ອເຮົານຳ AI ໄປໃຊ້ໃນສະຖານະການໃໝ່ໆ ທີ່ຂໍ້ມູນເກົ່າບໍ່ຮອງຮັບ, ຜົນລັອກທີ່ໄດ້ກໍຈະຄາດເຄື່ອນທັນທີ ໂດຍທີ່ Prompt ບໍ່ແມ່ນຕົວການຂອງຄວາມຜິດພາດນັ້ນ.
ສິ່ງທີ່ໜ້າຢ້ານກວ່າ AI ຜິດພາດ ຄື “ຄວາມເຊື່ອວ່າ AI ບໍ່ມີວັນຜິດ”
ບໍລິສັດຜູ້ພັດທະນາ AI ລະດັບໂລກ ບໍ່ວ່າຈະເປັນ OpenAI, Google, ຫຼື Anthropic ບໍ່ເຄີຍມີໃຜອອກມາອ້າງເລີຍວ່າ ໂມເດລຂອງພວກເຂົາບໍ່ມີວັນຜິດພາດ. ເພາະພວກເຂົາຮູ້ດີໃນເຊີງເຕັກນິກວ່າມັນເປັນໄປບໍ່ໄດ້. ຖ້າເຮົາສັງເກດເບິ່ງດີໆ ຢູ່ກ້ອງຊ່ອງປ້ອນຄຳສັ່ງຂອງ Gemini, ChatGPT ຫຼື Claude ຈະມີຂໍ້ຄວາມເຕືອນໂຕນ້ອຍໆ ໄວ້ສະເໝີວ່າ: “AI ອາດໃຫ້ຂໍ້ມູນທີ່ບໍ່ຖືກຕ້ອງ ຄວນກວດສອບຄືນອີກຄັ້ງ”.
ສິ່ງທີ່ໜ້າເປັນຫ່ວງທີ່ສຸດໃນຍຸກນີ້: ບໍ່ແມ່ນການທີ່ AI ເຮັດວຽກຜິດພາດ, ແຕ່ແມ່ນການທີ່ “ຜູ້ບໍລິຫານ ຫຼື ຜູ້ໃຊ້ງານ ເຊື່ອໝັ້ນ AI ຫຼາຍເກີນໄປ ໂດຍຄິດວ່າການມີ Prompt ທີ່ດີຈະຄວບຄຸມໄດ້ 100%”.
ສະຫຼຸບ ແລະ ຂໍ້ຄິດເຕືອນສະຕິ
Prompt ທີ່ດີ ຊ່ວຍໃຫ້ເຮົາໄດ້ຜົນລັບທີ່ໃກ້ຄຽງຄວາມຕ້ອງການຫຼາຍຂຶ້ນ, ແຕ່ມະນຸດຍັງຄົງຕ້ອງເປັນ “ຜູ້ກວດສອບ” ແລະ “ຜູ້ຕັດສິນໃຈສຸດທ້າຍ” ສະເໝີ ຢ່າປ່ອຍໃຫ້ຄວາມສະດວກສະບາຍຂອງ AI ເຮັດໃຫ້ເຮົາລະເລີຍຄວາມຖືກຕ້ອງ ເພາະໃນໂລກເຕັກໂນໂລຊີ… ບໍ່ມີຄຳວ່າສົມບູນແບບ 100%.
ແຫຼ່ງອ້າງອີງຂໍ້ມູນ
• Technical Insights




