ປະເທດຝຣັ່ງ ປະເຊີນກັບອາກາດຮ້ອນທີ່ສຸດ ນັບຕັ້ງແຕ່ເລີ່ມມີການບັນທຶກ ເມື່ອປີ 1947

ສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດຝຣັ່ງ​ (Météo-France) ລາຍງານວ່າ ປະເທດຝຣັ່ງພວມປະເຊີນກັບສະພາບອາກາດຮ້ອນອົບເອົ້າແຮງ ແລະ ທຳລາຍສະຖິຕິຮ້ອນທີ່ສຸດເປັນປະຫວັດສາດ ນັບຕັ້ງແຕ່ເລີ່ມມີການບັນທຶກຂໍ້ມູນໃນປີ 1947 ເປັນຕົ້ນມາ.

ອຸນຫະພູມສູງສຸດໃນຕອນເວັນ: ສູງເຖິງ 35 – 42 °C

ດັດສະນີອຸນຫະພູມສະເລ່ຍທົ່ວປະເທດ: ແຕະລະດັບ 29.8 °C (ຄິດໄລ່ຈາກສະຖານີກວດວັດອາກາດ 30 ແຫ່ງທົ່ວປະເທດ).

ທາງການຝຣັ່ງໄດ້ປະກາດເຕືອນໄພລະດັບສູງສຸດໃນ 54 ແຂວງ ເຊິ່ງກວມເອົາເກືອບເຄິ່ງໜຶ່ງຂອງປະເທດ. ນອກຈາກນີ້, ບັນດາປະເທດໃກ້ຄຽງໃນທະວີບເອີຣົບ ເປັນຕົ້ນແມ່ນ ອີຕາລີ, ແອັດສະປາຍ ແລະ ອັງກິດ ກໍໄດ້ຮັບຜົນກະທົບຈາກຄື້ນຄວາມຮ້ອນ (Heatwave) ຢ່າງຮຸນແຮງເຊັ່ນດຽວກັນ.

ນາຍົກລັດຖະມົນຕີຝຣັ່ງ ເປີດເຜີຍວ່າ ໃນໄລຍະພຽງສັບປະດາດຽວ ມີຜູ້ເສຍຊີວິດຈາກການຈົມນ້ຳແລ້ວຢ່າງໜ້ອຍ 40 ລາຍ, ສ່ວນໃຫຍ່ແມ່ນເດັກນ້ອຍ ແລະ ໄວໜຸ່ມ ທີ່ລົງຫຼິ້ນນ້ຳເພື່ອຄາຍຄວາມຮ້ອນ.

ນັກອຸຕຸນິຍົມວິທະຍາ ລະບຸວ່າ ຄື້ນຄວາມຮ້ອນໃນຄັ້ງນີ້ມາໄວກວ່າປົກກະຕິ ແລະ ມີຄວາມຮຸນແຮງຫຼາຍ ຈົນຖືກນຳໄປປຽບທຽບກັບເຫດການວິກິດຄວາມຮ້ອນໃນປີ 2003 ເຊິ່ງຄັ້ງນັ້ນໄດ້ພາກຊີວິດປະຊາຊົນໃນຝຣັ່ງໄປຮອດ 15,000 ກວ່າຄົນ.

ຂໍ້ມູນຈາກ ສະຫະພາບເອີຣົບ (EU) ແລະ ອົງການອະນາໄມໂລກ (WHO) ຊີ້ໃຫ້ເຫັນວ່າ: ທະວີບເອີຣົບເປັນທະວີບທີ່ມີອຸນຫະພູມເພີ່ມສູງຂຶ້ນໄວທີ່ສຸດໃນໂລກ. ໃນໄລຍະ 4 ປີຜ່ານມາ, ມີຜູ້ເສຍຊີວິດຈາກສາເຫດທີ່ກ່ຽວຂ້ອງກັບຄວາມຮ້ອນສະສົມແລ້ວຫຼາຍກວ່າ 200,000 ລາຍໃນທົ່ວທະວີບ.

​ທີ່ມາ: World​ Forum​

​Lao Youth​ ​Radio​ FM​90​MHz

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles