ນັບຕັ້ງແຕ່ຕົ້ນປີນີ້ເປັນຕົ້ນມາ, ເຖິງວ່າຈະຜະເຊີນກັບປັດໄຈລົບກວນຕ່າງໆ ເຊັ່ນ: ຄວາມຂັດແຍ້ງໃນພາກພື້ນ, ຄວາມຕ້ອງການທີ່ແຕກຕ່າງກັນ ແລະ ກະແສການປົກປ້ອງທາງການຄ້າທີ່ເພີ່ມຂຶ້ນກໍຕາມ, ແຕ່ການຄ້າຕ່າງປະເທດຂອງຈີນຍັງຄົງມີຄວາມຢືດຢຸ່ນ ແລະ ເພີ່ມທະວີຂຶ້ນຢ່າງຕໍ່ເນື່ອງ, ເສດຖະກິດຮັກສາທ່າອ່ຽງການພັດທະນາທີ່ໝັ້ນຄົງ ແລະ ດີຂຶ້ນ. ອີງຕາມຂໍ້ມູນຈາກກົມໃຫຍ່ພາສີຈີນ ສະແດງໃຫ້ເຫັນວ່າ: ໃນ 5 ເດືອນທຳອິດຂອງປີ 2026, ທັງການສົ່ງອອກ ແລະ ການນຳເຂົ້າຂອງຈີນແມ່ນມີຄວາມໄວເພີ່ມຂຶ້ນ, ມູນຄ່າລວມຂອງການນຳເຂົ້າ ແລະ ສົ່ງອອກສິນຄ້າບັນລຸເຖິງ 20,68 ພັນຕື້ຢວນ, ເພີ່ມຂຶ້ນ 15.3% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ເຊິ່ງອັດຕາການເຕີບໂຕແມ່ນເພີ່ມຂຶ້ນ 0.4% ເປີ ເມື່ອທຽບໃສ່ 4 ເດືອນທຳອິດ. ທ່າແຮງທີ່ແຂງແຮງຂອງການຄ້າຕ່າງປະເທດຂອງຈີນ ໄດ້ສະແດງໃຫ້ເຫັນເຖິງຄວາມຢືດຢຸ່ນຂອງເສດຖະກິດ ແລະ ອຸດສາຫະກຳ, ທັງເປັນການສະໜັບສະໜູນອັນແຂງແຮງໃຫ້ແກ່ການຟື້ນຕົວຂອງການຄ້າໂລກ.
ພະລັງແຫ່ງການປະດິດສ້າງຂອງວິສາຫະກິດໄດ້ຮັບການປົດປ່ອຍຢ່າງວ່ອງໄວ. ຄວາມຂັດແຍ້ງໃນພາກພື້ນຕາເວັນອອກກາງໄດ້ຍູ້ໃຫ້ຕົ້ນທຶນພະລັງງານສູງຂຶ້ນ, ເຊິ່ງໄດ້ກະຕຸ້ນຄວາມຕ້ອງການຜະລິດຕະພັນສີຂຽວ ແລະ ເຕັກໂນໂລຊີໃນທົ່ວໂລກ. ຈີນໄດ້ອາໄສທ່າແຮງຂອງຕ່ອງໂສ້ອຸດສາຫະກຳທີ່ສົມບູນ ແລະ ກຳລັງການຜະລິດຂະໜາດໃຫຍ່, ຈຶ່ງໄດ້ຮັບຜົນກະທົບຈາກການຂຶ້ນລາຄາພະລັງງານຂ້ອນຂ້າງໜ້ອຍ, ເຮັດໃຫ້ຄວາມສາມາດໃນການແຂ່ງຂັນດ້ານລາຄາຂອງອຸປະກອນພະລັງງານສີຂຽວ, ຮາດແວຣ໌ AI ແລະ ຜະລິດຕະພັນອື່ນໆ ຍັງຄົງປາກົດໃຫ້ເຫັນຢ່າງຕໍ່ເນື່ອງ.
ຄວາມຕ້ອງການທີ່ເພີ່ມຂຶ້ນຢ່າງແຂງແຮງໃນອຸດສາຫະກຳປັນຍາປະດິດ ແລະ ການຫັນປ່ຽນໄປສູ່ຄາບອນຕ່ຳສີຂຽວໃນທົ່ວໂລກ ໄດ້ຊຸກຍູ້ໃຫ້ການຄ້າຜະລິດຕະພັນທີ່ກ່ຽວຂ້ອງເຕີບໂຕຂຶ້ນ. ໃນ 5 ເດືອນທຳອິດ, ຈີນໄດ້ສົ່ງອອກຜະລິດຕະພັນກົນຈັກ ແລະ ໄຟຟ້າ 7,58 ພັນຕື້ຢວນ, ເພີ່ມຂຶ້ນ 18.4%; ສ່ວນຜະລິດຕະພັນ ໝໍ້ໄຟລີທຽມ, ໂຊລາເຊລ ແລະ ພະລັງງານລົມ ຍັງຄົງຮັກສາອັດຕາການເຕີບໂຕໃນລະດັບສູງ. ຈຳນວນການອະນຸມັດສິດທິບັດທີ່ກ່ຽວຂ້ອງກັບອຸດສາຫະກຳຍຸດທະສາດທີ່ພົ້ນເດັ່ນຂອງຈີນ ເພີ່ມຂຶ້ນ 19.7% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ເຊິ່ງອັດຕາການເຕີບໂຕແມ່ນໄວຂຶ້ນ 2.2% ເມື່ອທຽບໃສ່ເດືອນຜ່ານມາ, ໝາກຜົນແຫ່ງການປະດິດສ້າງກຳລັງຫັນປ່ຽນຈາກຫ້ອງທົດລອງໄປສູ່ສາຍການຜະລິດຢ່າງວ່ອງໄວ ແລະ ກາຍເປັນກຳລັງການຜະລິດທີ່ຕົວຈິງ.
ການລົງທຶນກ້າວໄປສູ່ທິດທາງໃໝ່ ແລະ ດີເລີດດ້ວຍຈັງຫວະທີ່ໄວຂຶ້ນ. ການຈັດວາງຜັງອຸດສາຫະກຳຂອງຈີນແມ່ນສອດຄ່ອງກັບຄວາມຕ້ອງການດ້ານປັນຍາປະດິດ ແລະ ທ່າອ່ຽງການລົງທຶນຂອງໂລກ, ກະແສການສ້າງໂຄງລ່າງພື້ນຖານດ້ານກຳລັງການຄິດໄລ່ AI ໄດ້ຊຸກຍູ້ໃຫ້ການຄ້າຜະລິດຕະພັນເຕັກໂນໂລຊີຂອງຈີນເຕີບໂຕຂຶ້ນ, ເຊິ່ງຊິບ (Chip) ແລະ ອຸປະກອນຄອມພິວເຕີໄດ້ມີສ່ວນຮ່ວມຢ່າງຈະແຈ້ງຕໍ່ການເພີ່ມຂຶ້ນຂອງການນຳເຂົ້າ ແລະ ສົ່ງອອກ.
ໃນເດືອນພຶດສະພາ, ອັດຕາການເຕີບໂຕຂອງການສົ່ງອອກເຄິ່ງຊັກນຳ ຂອງຈີນເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ໄດ້ສ້າງສະຖິຕິສູງສຸດໃໝ່ນັບຕັ້ງແຕ່ປີ 2013 ເປັນຕົ້ນມາ, ແລະ ການສົ່ງອອກຄອມພິວເຕີພ້ອມດ້ວຍອາໄຫຼ່ ກໍມີອັດຕາການເຕີບໂຕສູງສຸດນັບຕັ້ງແຕ່ປີ 2010 ເປັນຕົ້ນມາ; ມູນຄ່າການລົງທຶນໃນຂົງເຂດແນວໜ້າ ເຊັ່ນ: ປັນຍາປະດິດ ແລະ ຫຸ່ນຍົນຮູບຮ່າງຄືມະນຸດ ແມ່ນເພີ່ມຂຶ້ນປະມານ 5 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ; ສ່ວນໂຄງການພື້ນຖານໂຄງລ່າງໃນຂົງເຂດກຳລັງການຄິດໄລ່, ຂໍ້ມູນ ແລະ ເຄືອຂ່າຍ ແມ່ນມີມູນຄ່າການຊະນະການປະມູນເພີ່ມຂຶ້ນປະມານ 1 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ຕ່ອງໂສ້ອຸດສາຫະກຳ AI ໄດ້ຊຸກຍູ້ໃຫ້ການຄ້າສອງທາງຂອງຜະລິດຕະພັນເຕັກໂນໂລຊີມີຄວາມຄຶກຄັກ, ເຄິ່ງຊັກນຳ ແລະ ອຸປະກອນຄອມພິວເຕີໄດ້ດຶງໃຫ້ທັງການນຳເຂົ້າ ແລະ ສົ່ງອອກເພີ່ມສູງຂຶ້ນໃນເວລາຮ່ວມກັນ, ຄວາມຢືດຢຸ່ນ ແລະ ຄວາມສາມາດໃນການແຂ່ງຂັນຂອງ ການຜະລິດໂດຍຈີນ ໃນຕ່ອງໂສ້ອຸປະທານໂລກ ຍັງໄດ້ເພີ່ມທະວີຄວາມເຊື່ອໝັ້ນຂອງຕະຫຼາດຕໍ່ກັບການພັດທະນາເສດຖະກິດທີ່ມີຄຸນນະພາບສູງຂອງຈີນຕື່ມອີກ.
ການຫັນເປັນຕະຫຼາດທີ່ຫຼາກຫຼາຍ ໄດ້ມອບໂອກາດອັນລ້ຳຄ່າ. ການຫັນເປັນຄູ່ຮ່ວມຄ້າທີ່ຫຼາກຫຼາຍ ໄດ້ຊ່ວຍກະຈາຍຄວາມສ່ຽງຈາກຄວາມຜັນຜວນຂອງຕະຫຼາດດ່ຽວຢ່າງມີປະສິດທິຜົນ, ຕະຫຼາດທີ່ພົ້ນເດັ່ນຂະຫຍາຍຕົວຢ່າງຕໍ່ເນື່ອງ ເຮັດໃຫ້ຄວາມສາມາດໃນການຕ້ານທານການກະທົບຂອງການຄ້າຕ່າງປະເທດຈີນເພີ່ມຂຶ້ນຢ່າງຫຼວງຫຼາຍ. ໃນ 5 ເດືອນທຳອິດ, ການນຳເຂົ້າ ແລະ ສົ່ງອອກຂອງຈີນຕໍ່ບັນດາປະເທດອາຟຣິກາ ບັນລຸເຖິງ 1,14 ພັນຕື້ຢວນ, ເຊິ່ງເປັນຄັ້ງທຳອິດໃນປະຫວັດສາດຂອງໄລຍະດຽວກັນທີ່ລື່ນກາຍ 1 ພັນຕື້ຢວນ, ເພີ່ມຂຶ້ນ 18.2% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ; ໃນໄລຍະດຽວກັນນັ້ນ, ອັດຕາການເຕີບໂຕຂອງການນຳເຂົ້າ ແລະ ສົ່ງອອກຂອງຈີນຕໍ່ກັບພາກພື້ນອາຊຽນ, ເອີຣົບ, ອາເມລິກາລາຕິນ ແລະ ພາກພື້ນອື່ນໆ ແມ່ນຢູ່ໃນລະດັບເລກສອງຫຼັກຂຶ້ນໄປ. ຈີນບໍ່ພຽງແຕ່ເປັນ “ໂຮງງານຂອງໂລກ” ເທົ່ານັ້ນ, ແຕ່ຍັງເປັນ “ຕະຫຼາດຂອງໂລກ” ອີກດ້ວຍ.
ໃນ 5 ເດືອນທຳອິດ, ຈີນມີມູນຄ່າການນຳເຂົ້າສະສົມ 8,77 ພັນຕື້ຢວນ, ເພີ່ມຂຶ້ນ 20.5% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ; ສະເພາະເດືອນພຶດສະພາ, ການນຳເຂົ້າເພີ່ມຂຶ້ນ 21.5%, ເຊິ່ງເປັນການເຕີບໂຕເກີນ 20% ຕິດຕໍ່ກັນເປັນເວລາ 3 ເດືອນເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ທ່າແຮງອັນແຂງແຮງຂອງການຄ້າຕ່າງປະເທດຈີນ ໄດ້ສ້າງຮາກຖານອັນໜັກແໜ້ນໃຫ້ແກ່ການຟື້ນຕົວຂອງການຄ້າໂລກ ຜ່ານທາງຄູ່ຮ່ວມຄ້າທີ່ຫຼາກຫຼາຍ.
ໃນປັດຈຸບັນ, ພາຍໃຕ້ສະພາບແວດລ້ອມຂອງການຮັດກຸມນະໂຍບາຍເງິນຕາທົ່ວໂລກ ແລະ ຄວາມບໍ່ສະຫງົບທາງພູມສາດການເມືອງ, ເສດຖະກິດໂລກໂດຍລວມແມ່ນຢູ່ໃນພາວະອ່ອນຕົວ, ແຕ່ຜົນການດຳເນີນງານທາງເສດຖະກິດຂອງຈີນຍັງຄົງມີທ່າອ່ຽງທີ່ດີຂຶ້ນຢ່າງຕໍ່ເນື່ອງ, ເຊິ່ງໄດ້ຂັບເຄື່ອນຄວາມຄຶກຄັກຂອງການຄ້າ, ການລົງທຶນ ແລະ ການຮ່ວມມືດ້ານອຸດສາຫະກຳໃນພາກພື້ນໂດຍກົງ. ໃນທ່າມກາງກະແສຕໍ່ຕ້ານໂລກາພິວັດ, ຈີນໄດ້ອາໄສລະບົບອຸດສາຫະກຳທີ່ສົມບູນແບບ ເພື່ອເຮັດໜ້າທີ່ເປັນ “ສະໝໍເຮືອ” ປົກປັກຮັກສາຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ອຸປະທານໂລກ, ພ້ອມທັງປະກອບສ່ວນອັນໃຫຍ່ຫຼວງກວ່າເກົ່າເຂົ້າໃນການເຕີບໂຕຂອງເສດຖະກິດໂລກ ດ້ວຍການພັດທະນາທີ່ມີຄຸນນະພາບສູງ.




