ແຈ້ງເຕືອນລະວັງເງິນປອມ ຫຼ້າສຸດກວດພົບໃບ 1 ແສນກີບ

ໃນວັນທີ 23 ມິຖຸນາ 2026 ທີ່ຜ່ານມານີ້​ ແມ່ຄ້າຂາຍເລກອອກມາໂພສເຕືອນໄພ ຜ່ານເຟສບຸກສ່ວນຕົວ ຊື່: Noumnim Phommachit ຫລັງຈາກທີ່ໄດ້ຮັບໂທລະສັບຈາກທະນາຄານວ່າ: ເງິນທີ່ຕົນນຳໄປຝາກ ພົບວ່າມີເງິນປອມ ຈໍານວນ 1 ໃບ ມູນຄ່າ 100,000 ກີບ.

ຜູ້ເສຍຫາຍເລົ່າວ່າ: ມື້ວັນທີ 22 ມິຖຸນາ​ 2026​ ຕົນໄດ້ນັ່ງຂາຍເລກຕາມປົກກະຕິ ຢູ່ບ້ານໂພນສະຫວາດເໜືອ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໂດຍບໍ່ໄດ້ສັງເກດເງິນທີ່ໄດ້ຮັບມາ, ພໍມາມື້ວັນທີ 23 ມິຖຸນາ ຕົນກໍ່ໄດ້ນໍາເງິນໄປຝາກກັບທະນາຄານອິນໂດຊາຍນ່າ ຕາມປົກກະຕິ ຫລັງຈາກນັ້ນບໍ່ດົນ ມີສາຍຈາກທະນາຄານໂທມາແຈ້ງວ່າ: ເງິນທີ່ຜູ້ເສຍຫາຍນໍາໄປຝາກນັ້ນ ເປັນເງິນປອມ ຈໍານວນ 1 ໃບ ມູນຄ່າ 100,000 ກີບ ທາງທະນາຄານຈຶ່ງຈະຂໍຢຶດໄວ້ເລີຍ.

ຜູ້ເສຍຫາຍເລົ່າຕື່ມວ່າ: ເນື່ອງຈາກເງິນທີ່ຕົນໄດ້ນໍາໄປຝາກນັ້ນ ແມ່ນມາຈາກການຂາຍເລກທັງໝົດ ຈຶ່ງໝັ້ນໃຈວ່າ​ ເປັນເງິນລູກຄ້າທີ່ນໍາມາຊື້ເລກ ແຕ່ບໍ່ຮູ້ວ່າເປັນຂອງລູກຄ້າຄົນໃດ.

ແນວໃດກໍຕາມ, ຂໍຝາກເລື່ອງນີ້ ເປັນອຸທາຫອນ ແລະ ແຈ້ງເຕືອນໄພໄປຍັງພໍ່ແມ່ປະຊາຊົນ ໂດຍສະເພາະຊາວຄ້າຂາຍທຸກຄົນ ໃຫ້ເພີ່ມຄວາມລະມັດລະວັງໃນການຮັບເງິນນຳລູກຄ້າ. ຄວນມີສະຕິ ແລະ ກວດກາເບິ່ງໃຫ້ລະອຽດ, ສັງເກດຈຸດປ້ອງກັນການປອມແປງຕ່າງໆ ເຊັ່ນ:

ທະນະບັດປະເພດໃບ 100,​000 ກີບ ຈະໃຊ້ວິທີສຳຜັດດ້ວຍມືກໍ່ໄດ້: ທະນະບັດແທ້ຕົວເລກມູນຄ່າ 100,​000 ເມື່ອເອົາມືໄປສຳຜັດຈະຮູ້ສຶກສະດຸດມື. ສ່ວນທະນະບັດປອມ ຕົວເລກມູນຄ່າ 100,​000 ເມື່ອເອົາມືສຳຜັດຈະບໍ່ຮູ້ສຶກສະດຸດມື.

​ ໃຊ້ວິທີຍົກສ່ອງ: ທະນະບັດແທ້ ຮູບລາຍນໍ້າ ປະທານ ໄກສອນ ພົມວິຫານ ແລະ ຕົວເລກ 100,​000 ຝັງຢູ່ໃນເນື້ອເຈ້ຍ ເມື່ອຍົກສ່ອງໃສ່ແສງສະຫວ່າງຈະເຫັນໄດ້ຢ່າງຊັດເຈນທັງດ້ານໜ້າ ແລະ ດ້ານຫຼັງ. ສ່ວນທະນະບັດປອມ ຮູບລາຍນໍ້າ ປະທານ ໄກສອນ ພົມວິຫານ ແລະ ຕົວເລກ 100,​000 ພິມດ້ວຍມຶກສີດຽວ ຈະບໍ່ຝັງຢູ່ໃນເນື້ອເຈ້ຍ ເມື່ອຍົກສ່ອງໃສ່ແສງສະຫວ່າງຈະເຫັນເປັນລັກສະນະ.

​ໃຊ້ວິທີສ່ອງໃສ່ແສງໄຟສີມ່ວງ (uv Light) ທະນະບັດແທ້ ເມື່ອສ່ອງໃສ່ແສງໄຟສີມ່ວງ (uv Light) ຕົວເລກມູນຄ່າ 100,000 ເຄື່ອງໝາຍຊາດ, ເສັ້ນນິລະໄພ,​ ຮູບລາຍລາວ,​ ເສັ້ນໄຍສັງເຄາະສີຟ້າ ແລະ ສີແດງ ຈະເຮືອງແສງ. ສ່ວນ ທະນະບັດປອມ ເມື່ອສ່ອງໃສ່ແສງໄຟສີມ້ວງ (uv Light) ຕົວເລກມູນຄ່າ 100,​000 ເຄື່ອງໝາຍຊາດ, ເສັ້ນນິລະໄພ, ຮູບລາຍລາວ,​ ເສັ້ນໄຍສັງເຄາະສີຟ້າ ແລະ ສີແດງ ຈະບໍ່ເຮືອງແສງ.

ຜູ້ໃດປອມແປງເງິນ ຫຼື​ ການໃຊ້ເງິນປອມ ແມ່ນຜິດຕໍ່ມາດຕາ 129 ປະມວນກົດໝາຍອາຍາ ສະບັບເລກທີ 26/ສພຊ ວັນທີ 17 ພຶດສະພາ 2017 ທີ່ໄດ້ລະບຸໄວ້ວ່າ:

ບຸກຄົນໃດ ຫາກໄດ້ໃຊ້ເຄື່ອງພິມ ຫຼື ໃຊ້ວິທີການອື່ນ ປອມແປງເງິນກີບ, ເງິນຕາຕ່າງປະເທດ ຫຼື ນຳເອົາເງິນປອມຈາກຕ່າງປະເທດ ເຂົ້າມາ, ຈຳໜ່າຍ ຫຼື ຈໍລະຈອນ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ຫ້າປີ ຫາ ສິບຫ້າປີ ແລະ ຈະຖືກປັບໃໝ ແຕ່ 50,000,000 ກີບ ຫາ 500,​000,000 ກີບ.

ໃນກໍລະນີທີ່ຜູ້ກະທຳຜິດ ຫາກໄດ້ປອມແປງເງິນ ຫຼື ໄດ້ນຳເອົາເງິນປອມເຂົ້າມາ ຢ່າງຫຼວງຫຼາຍ ຫຼື ໂດຍມີການຈັດຕັ້ງ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສິບປີ ຫາ ຊາວປີ ແລະ ຈະຖືກປັບໃໝ ແຕ່ 200,000,000 ກີບ ຫາ 700,​000,000 ກີບ.

ການກະກຽມໃຫ້ແກ່ການກະທຳຜິດ, ຄວາມພະຍາຍາມກໍ່ການກະທຳຜິດ ກໍຈະຖືກລົງໂທດເຊັ່ນກັນ.

​ບຸກຄົນໃດ ຫາກຮູ້ວ່າແມ່ນເງິນປອມ ແຕ່ຍັງນຳອອກມາໃຊ້ ກໍຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ຫ້າປີ ແລະ ຈະຖືກປັບໃໝ ແຕ່ 2,000,000 ກີບ ຫາ 5,​000,​000 ກີບ.

​ບຸກຄົນໃດ ຫາກຮູ້ວ່າຕົນມີເງິນປອມຢູ່ໃນຄອບຄອງ ແຕ່ບໍ່ໄດ້ແຈ້ງຕໍ່ເຈົ້າໜ້າທີ່ ຈະຖືກລົງໂທດຕັດອິດສະລະພາບ ແຕ່ສາມເດືອນ ຫາ ສອງປີ ແລະ ຈະຖືກປັບໃໝ ແຕ່ 1,000,000 ກີບ ຫາ 5,​000,​000 ກີບ.

​Lao Youth​ ​Radio​ FM​90​MHz

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles