ລາວ – ກຳປູເຈຍ ເປີດພິທີຂະບວນການຂົນສົ່ງ ພືດຜ່ານລາວໄປຂີນຢ່າງເປັນທາງການ

ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນຍຸດທະສາດ ຂອງກະຊວງ​ ກະສິກຳ ແລະ ສິ່ງແວດລ້ອມ ແລະ ແຜນວາລະແຫ່ງຊາດ ໃຫ້ສຳເລັດຜົນຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້ ໂດຍສະເພາະ ແມ່ນການແກ້ໄຂບັນຫາທາງດ້ານເສດຖະກິດ ທີ່ຕິດພັນກັບຂະແໜງການກະສິກຳ ແລະ ສິ່ງແວດລ້ອມ. ສະນັ້ນ, ໃນຕອນບ່າຍວັນທີ 22 ມິຖຸນາ 2026 ທີ່ ທ່າບົກທ່ານາແລ້ງ, ນະຄອນຫຼວງວຽງຈັນ ໄດ້ມີພິທີເປີດຂະບວນການສົ່ງອອກ, ສົ່ງຜ່ານ ພືດ ຜະລິດຕະພັນພືດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍ​ ຢ່າງເປັນທາງການ.

ໂດຍການເປັນປະທານຮ່ວມຂອງທ່ານ ປອ. ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ດິດ ທິນາ ລັດຖະມົນຕີ ກະຊວງກະສິກຳ, ປ່າໄມ້ ແລະ ການປະມົງ ແຫ່ງ ຣາຊະອານາຈັກ ກໍາປູເຈຍ​.

ທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ ໄດ້ລາຍງານໃຫ້ຮູ້ວ່າ: “ສຳລັບ ການສົ່ງອອກ ຣາຊະອານາຈັກ ກຳປູເຈຍຄັ້ງນີ້ ເປັນຂີດໝາຍໃໝ່ຂອງພັກ ແລະ ລັດຖະບານລາວ ກ່ຽວກັບ ການຫັນເປັນປະເທດ ແລນລັອກເປັນແລນລິ້ງ ຫັນເອົາທ່າແຮງທີ່ຕັ້ງຂອງ ສປປ ລາວ ເພື່ອເຊື່ອມໂຍງກັບພາກພື້ນ ແລະ ສາກົນ. ສອງກະຊວງ ລາວ – ກຳປູເຈຍ ໄດ້ດຳເນີນການເຈລະຈາ ການສົ່ງອອກ, ສົ່ງຜ່ານ ພືດ ໃນຕົ້ນປີນີ້ 2026 ນີ້ ໂດຍສະເພາະ ພວກເຮົາໄດ້ບັນລຸການລົງນາມໃນຂໍ້ກຳນົດເງື່ອນໄຂດ້ານສຸຂານາໄມພືດ ລະຫ່ວາງ ສອງຝ່າຍ ຈຳນວນ 12 ລາຍການ (ມີ 6 ຂໍ້ກຳນົດເງື່ອນໄຂດ້ານສຸຂານາໄມພືດ ສໍາລັບ ສົ່ງຜ່ານ ໝາກຖົ່ວລຽນ, ໝາກລໍາໄຍ, ໝາກກ້ວຍ, ໝາກມ່ວງ, ເຂົ້າສານ ແລະ ມັນຕົ້ນ ຈາກ ຣາຊະອານາຈັກກຳປູເຈຍ ໄປຍັງ ສປ ຈີນ. ແລະ 6 ຂໍ້ກຳນົດເງື່ອນໄຂດ້ານສຸຂານາໄມພືດ ສຳລັບ ສົ່ງອອກ ເຂົ້າສານ, ກາເຟ, ບຣູເບີລີ້, ໝາກອຶ, ກະລໍ່າ ແລະ ໝາກຂາມ ສົ່ງອອກ ຈາກ ສປປ ລາວ ໄປຍັງ ຣາຊະອານາຈັກກຳປູເຈຍບົດພື້ນຖານຕ່າງຝ່າຍ ຕ່າງມີຜົນປະໂຫຍດ ແລະ ສອດຄ່ອງກັບເງືອນໄຂການສົ່ງອອກ, ສົ່ງຜ່ານ ດ້ານສຸຂານາໄມພືດ ຢ່າງຖືກຕ້ອງຕາມທຸກຂັ້ນຕອນ ຊື່ງໄລຍະຜ່ານມາ ສອງຝ່າຍໄດ້ມີການຄ້າຂາຍພືດຕາມຊາຍແດນ ໄດ້ປະມານ ຈຳນວນ 3.​671 ໂຕນ, ມູນຄ່າ 4,019,606 ໂດລາສະຫະລັດ.

ເພື່ອໃຫ້ພິທີດັ່ງກ່າວມີຄວາມໝາຍສໍາຄັນ ຄະນະປະທານ ໄດ້ໃຫ້ກຽດຂຶ້ນກົດປຸ່ມ ເພື່ອເປີດປ້າຍ ແລະ ພິທີການສົ່ງອອກ, ສົ່ງຜ່ານ ພືດ ຜະລິດຕະພັນພືດ ຢ່າງເປັນທາງການ.

​ທີ່ມາ: ຂ່າວສານ​ກະສິກຳ​ ແລະ​ ສິ່ງແວດລ້ອມ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles