20 ມິຖຸນາ 2026 ຜ່ານມາ, ຄະນະສະເພາະກິດຂອງສູນກາງ ຮ່ວມກັບຄະນະສະເພາະກິດ ກອງບັນຊາການທະຫານແຂວງຊຽງຂວາງ ໄດ້ສົມທົບກັບກອງຮ້ອຍທະຫານຊາຍແດນ 222 ລົງກວດກາການດຳເນີນກິດຈະການຂອງ ບໍລິສັດ ຄຳດີ ທີ່ຕັ້ງຢູ່ແຄມຫ້ວຍນ້ຳ ບ້ານສາມແຈ ເມືອງໝອກ ແຂວງຊຽງຂວາງ ເພື່ອຈັດຕັ້ງປະຕິບັດຕາມຄຳສັ່ງເລກທີ 06/ນຍ ລົງວັນທີ 7 ພຶດສະພາ 2025, ຄຳສັ່ງເລກທີ 46/ນຍ ລົງວັນທີ 13 ເມສາ 2026 ແລະ ຄຳສັ່ງຂອງເຈົ້າແຂວງຊຽງຂວາງ ເລກທີ 02/ຊຂ ລົງວັນທີ 4 ມີນາ 2024.
ຜ່ານການລົງກວດກາຕົວຈິງໃນສະໜາມ ເຈົ້າໜ້າທີ່ພົບເຫັນການກະທຳຜິດ ແລະ ໄດ້ກັກຕົວບຸກຄົນທັງໝົດ 8 ຄົນ ໃນນັ້ນມີ:
ແຮງງານສັນຊາດຫວຽດນາມ 6 ຄົນ (ທັງໝົດມາຈາກຕາແສງກວາງອວາຍ ນະຄອນຫຼວງຮ່າໂນ້ຍ ແລະ ຕາແສງຕຽນກວາງ) ປະກອບມີ:
1. ທ້າວ ຫງ້ຽນດຸງແມ້ງ, ອາຍຸ 34 ປີ
2. ທ້າວ ຫວ້ຽນແຢ້ງຮ່າ, ອາຍຸ 38 ປີ
3. ທ້າວ ຫງ້ຽນເຢຍວິງ, ອາຍຸ 34 ປີ
4. ທ້າວ ກາວຊັວນຢຸ້ງ, ອາຍຸ 24 ປີ
5. ທ້າວ ຫວຽນຫວຽດຈ້ຽນ, ອາຍຸ 24 ປີ
6. ທ້າວ ຊົງຊາວເຍີດ, ອາຍຸ 30 ປີ
ໂຊເຟີລົດຈັກຄົນລາວ 2 ຄົນ
ພາຫະນະ ແລະ ອຸປະກອນຂອງກາງທີ່ຢຶດໄດ້ໃນສະໜາມມີ: ລົດຈົກ ໂຄເບ (Kobe) ສີຂຽວ 03 ຄັນ, ລົດກະບະ ໂຕໂຍຕ້າ ວີໂກ້ແຊັມ ສີຂາວດຳ ປ້າຍທະບຽນ ຮລ 6798 ກຳແພງນະຄອນ 01 ຄັນ, ລົດກະບະ ມາດສະດາ (Mazda) ສີປອນເງິນ ປ້າຍທະບຽນ 29K-28062 ຈຳນວນ 01 ຄັນ ແລະ ລົດຈັກ ຮອນດ້າ ເວບ 100 ສີດຳ ບໍ່ມີປ້າຍທະບຽນ 01 ຄັນ.
ອຸປະກອນຂຸດຄົ້ນມີ: ຈັກດູດນ້ຳ 03 ເຄື່ອງ, ຈັກປັ່ນໄຟຟ້າ 01 ເຄື່ອງ, ຕະແກງດັກຄຳ 02 ເຄື່ອງ, ຜ້າພົມດັກຄຳ 11 ແຜ່ນ, ບັ້ງອົກຊີ 02 ບັ້ງ, ທໍ່ນ້ຳ 03 ໂຄ້ງ.
ອຸປະກອນອື່ນໆ: ຖັງນ້ຳມັນ 02 ຖັງ (ມີນ້ຳມັນປະມານ 800 ລິດ) ແລະ ຕູ້ແຊ່ 01 ໜ່ວຍ.
ປັດຈຸບັນ ເຈົ້າໜ້າທີ່ໄດ້ກັກຕົວຜູ້ຖືກຫາທັງ 8 ຄົນ ພ້ອມດ້ວຍລົດຈັກ 3 ຄັນ ແລະ ອຸປະກອນຂອງກາງທັງໝົດ ໄປເກັບຮັກສາໄວ້ຢູ່ກອງຮ້ອຍທະຫານຊາຍແດນ 222 ເພື່ອເປັນຫຼັກຖານໃນການສືບສວນ-ສອບສວນ.
ພ້ອມກັນນັ້ນ ເຈົ້າໜ້າທີ່ໄດ້ເຮັດບົດບັນທຶກຮ່ວມກັບທາງບໍລິສັດ ແລະ ເກັບກຳຂໍ້ມູນຫຼັກຖານຕົວຈິງທັງໝົດ ສົ່ງມອບໃຫ້ໜ່ວຍງານສະເພາະກິດຈາກສູນກາງ ເພື່ອດຳເນີນການສືບສວນ, ສອບສວນ ແລະ ດຳເນີນຄະດີຕາມຂັ້ນຕອນ ແລະ ລະບຽບກົດໝາຍຢ່າງເຂັ້ມງວດຕໍ່ໄປ.
ທີ່ມາ: ຂ່າວເສດຖະກິດສັງຄົມ




