ນອກແວ ເຮັດແທ້! ກຽມແບນ AI ໃນໂຮງຮຽນປະຖົມ ພ້ອມດັນເດັກກັບມາຂຽນໜັງສື-ອ່ານປຶ້ມ

ເທັກໂນໂລຊີອາດບໍ່ແມ່ນຄຳຕອບສະເໝີໄປ! ຫຼ້າສຸດ ປະເທດນອກແວ ກຽມອອກມາດຕະການສຸດເຂັ້ມງວດ ໂດຍ “ເກືອດຫ້າມ” ບໍ່ໃຫ້ນັກຮຽນລະດັບປະຖົມສຶກສາໃຊ້ເຄື່ອງມືປັ່ນຍາປະດິດ ຫຼື Generative AI ແລະ ຈະຈຳກັດການໃຊ້ໃນກຸ່ມນັກຮຽນທີ່ໃຫຍ່ຂຶ້ນ ເພື່ອປ້ອງກັນບໍ່ໃຫ້ AI ເຂົ້າມາທຳລາຍລະບົບການຮຽນຮູ້ ແລະ ພັດທະນາການຂອງເດັກນ້ອຍ.

ການເຄື່ອນໄຫວໃນຄັ້ງນີ້ ມີຂຶ້ນຫຼັງຈາກພົບວ່າ ຄະແນນການທົດສອບດ້ານການສຶກສາຂອງເດັກນອກແວຫຼຸດລົງຢ່າງຕໍ່ເນື່ອງ ຊຶ່ງກ່ອນໜ້ານີ້ໃນປີ 2024 ລັດຖະບານນອກແວ ກໍໄດ້ສັ່ງຫ້າມໃຊ້ໂທລະສັບໃນໂຮງຮຽນ ແລະ ເພີ່ມອຳນາດໃຫ້ຄູສາມາດບັງຄັບໃຊ້ລະບຽບວິນຍານໃນຫ້ອງຮຽນໄດ້ຫຼາຍຂຶ້ນມາແລ້ວ.

ນາຍົກນອກແວ ເຕືອນ: AI ເຮັດໃຫ້ເດັກຂ້າມຂັ້ນຕອນການຮຽນຮູ້ທີ່ຈຳເປັນ!

ທ່ານ ໂຍນັດ ການ ສໂຕເຣ (Jonas Gahr Støre) ນາຍົກລັດຖະມົນຕີຂອງນອກແວ ໄດ້ກ່າວເນັ້ນຢ້ຳວ່າ:

“ສິ່ງສຳຄັນທີ່ສຸດໃນໂຮງຮຽນ ຄືການໃຫ້ເດັກນ້ອຍໄດ້ຮຽນຮູ້ການອ່ານ, ການຂຽນ ແລະ ຄະນິດສາດ ດ້ວຍຕົນເອງ. ການໃຊ້ AI ເພີ່ມຄວາມສ່ຽງທີ່ເດັກນ້ອຍຈະຂ້າມຂັ້ນຕອນການຮຽນຮູ້ທີ່ສຳຄັນເຫຼົ່ານີ້ໄປ.”

ໂດຍມາດຕະການໃໝ່ນີ້ ຈະເລີ່ມບັງຄັບໃຊ້ຢ່າງເປັນທາງການໃນສົກຮຽນໃໝ່ ຊຶ່ງຈະເລີ່ມຕົ້ນໃນທ້າຍເດືອນສິງຫານີ້ ຊຶ່ງມີການແບ່ງເກນອາຍຸການໃຊ້ງານຢ່າງຈະແຈ້ງ ດັ່ງນີ້:

1. ຊັ້ນປະຖົມ (ປ.1 – ປ.7 / ອາຍຸ 6-13 ປີ): ບໍ່ຄວນໃຊ້ AI ໂດຍເດັດຂາດ.

2. ຊັ້ນມັດທະຍົມຕອນຕົ້ນ (ອາຍຸ 14-16 ປີ): ສາມາດໃຊ້ AI ໄດ້ຢ່າງລະມັດລະວັງ ພາຍໃຕ້ການດູແລຂອງຄູ.

3. ຊັ້ນມັດທະຍົມຕອນປາຍ (ອາຍຸ 17-19 ປີ): ສາມາດຮຽນຮູ້ການໃຊ້ AI ຢ່າງເໝາະສົມ ເພື່ອຕຽມຄວາມພ້ອມໃນການເຮັດວຽກ ແລະ ສຶກສາຕໍ່ໃນອະນາຄົດ.

ຍ້ອນກັບສູ່ຄວາມຄລາສສິກ: ຫຼຸດແທັບເລັດ ຫັນມານຳໃຊ້ປຶ້ມຫຼາຍຂຶ້ນ

ນອກແວ ຖືເປັນປະເທດທຳອິດໆ ທີ່ນຳເອົາຄອມພິວເຕີ (ຕັ້ງແຕ່ປີ 1990) ແລະ ແທັບເລັດ/iPad (ຕັ້ງແຕ່ປີ 2010) ເຂົ້າມາໃຊ້ໃນຫ້ອງຮຽນ ຈົນເຮັດໃຫ້ການຂຽນດ້ວຍລາຍມື ແລະรອ ການອ່ານປຶ້ມຫຼຸດລົງຢ່າງຫຼວງຫຼາຍ.

ແຕ່ໃນປັດຈຸບັນ, ລັດຖະບານນອກແວ ກຽມຈະສະເໜີຮ່າງກົດໝາຍເພື່ອສະໜັບສະໜູນການນຳປຶ້ມແບບຮຽນກັບຄືນສູ່ຫ້ອງຮຽນໃຫ້ຫຼາຍຂຶ້ນ ເພື່ອດຶງເດັກນ້ອຍໃຫ້ກັບມາຢູ່ກັບໂລກແຫ່ງຄວາມເປັນຈິງ.

ນອກແວ ຍັງມີແຜນທີ່ຈະຫ້າມເດັກນ້ອຍອາຍຸຕ່ຳກວ່າ 16 ປີ ໃຊ້ສື່ສັງຄົມອອນລາຍ ຕາມແນວທາງຂອງປະເທດອົດສະຕຣາລີ ເພື່ອຫຼຸດຜ່ອນການໃຊ້ເຄື່ອງມືອິເລັກໂຕຣນິກຂອງເຍົາວະຊົນໃນໄລຍະຍາວອີກດ້ວຍ.

ແຫຼ່ງອ້າງອີງຂໍ້ມູນ: Norway Government Official Statements

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles