ກະຊວງສາທາລະນະສຸກ ໄດ້ຈັດພິທີມອບ-ຮັບລົດນຳສົ່ງຄົນເຈັບ ຈຳນວນ 10 ຄັນ ທີ່ໄດ້ຮັບການຊ່ວຍເຫຼືອຈາກແຂວງຊຸງຊອນນຳໂດ ສາທາລະນະລັດເກົາຫຼີ ຜ່ານສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳແຊຣິງ.
ລົດນຳສົ່ງຄົນເຈັບຈຳນວນ 10 ຄັນດັ່ງກ່າວ ກະຊວງສາທາລະນະສຸກຈະນຳໄປມອບຕໍ່ໃຫ້ບັນດາແຂວງທີ່ມີຄວາມຈຳເປັນ ເພື່ອນຳໃຊ້ໃນວຽກງານນຳສົ່ງຄົນເຈັບ ແລະ ຊ່ວຍເຫຼືອສຸກເສີນໃຫ້ທັນເວລາ.
ພິທີດັ່ງກ່າວ ໄດ້ຮັບກຽດຈາກ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ປອ. ດຣ. ວັນນະໄຊ ຊາດຕະກຸນ ຮອງລັດຖະມົນຕີກະຊວງສາທາລະນະສຸກ ເຂົ້າຮ່ວມ.
ສຳລັບການຮັບມອບ ແມ່ນໂດຍ ທ່ານ ປອ. ດຣ. ບຸນຊູ ແກ້ວຫາວົງ ຫົວໜ້າຫ້ອງການກະຊວງສາທາລະນະສຸກ ແລະ ຜູ້ມອບແມ່ນ ທ່ານ ດຣ. ຢູ ຮອນ ຊຸກ (Dr. Yoo Hyun Sook) ປະທານສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສາທາລະນະລັດເກົາຫຼີ.
ການສະໜັບສະໜູນລົດນຳສົ່ງຄົນເຈັບໃນຄັ້ງນີ້ ຈະຊ່ວຍເສີມສ້າງຄວາມພ້ອມໃຫ້ແກ່ລະບົບບໍລິການສາທາລະນະສຸກ ໂດຍສະເພາະວຽກງານການນຳສົ່ງຄົນເຈັບໃນເຂດພື້ນທີ່ທີ່ຍັງຂາດແຄນອຸປະກອນ ແລະ ພາຫະນະທາງການແພດ.
ທີ່ມາ: Centre of information and education for health




