ເລັ່ງປະຕິບັດສ້າງຕັ້ງ 621 ຕາແສງ ໃນທົ່ວປະເທດໃຫ້ສຳເລັດໃນປີ 2027

ໃນໂອກາດເຂົ້າຮ່ວມກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ແລະ ໄດ້ໃຫ້ທິດຊີ້ນໍາຕໍ່ວຽກງານຈັດຕັ້ງ ສືບຕໍ່ສຸມໃສ່ການສ້າງຕັ້ງ 621 ຕາແສງໃນທົ່ວປະເທດ ໃຫ້ສໍາເລັດຕາມແຜນການ ພາຍໃນປີ 2027 ແລະ ສາມາດເຄື່ອນໄຫວປະຕິ ບັດພາລະບົດບາດ, ສິດ ແລະ ໜ້າທີ່ຢ່າງຕັ້ງໜ້າກາຍເປັນບ່ອນອີງຂອງຮາກຖານ, ເປັນບ່ອນບໍລິການຮັບໃຊ້ ແກ້ໄຂບັນຫາຕົວຈິງຂອງປະຊາຊົນ ແລະ ເປັນບ່ອນຜັນຂະຫຍາຍແນວທາງຂອງພັກລົງສູ່ຮາກຖານ, ສ້າງທ່ວງທ່າໃໝ່ ໃຫ້ແກ່ວຽກງານກໍ່ສ້າງຮາກຖານການເມືອງ ວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ຢ່າງມີປະສິດທິຜົນ, ໃຫ້ຕາແສງເປັນບ່ອນເສີມຂະຫຍາຍປະຊາທິປະໄຕ ແລະ ຍົກສູງສິດເປັນເຈົ້າ ຂອງປະຊາຊົນ, ເປັນປ້ອມດ່ານໜ້າຂອງວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປົກປັກຮັກສາສິ່ງແວດລ້ອມ ແລະ ຊັບພະຍາກອນທໍາມະຊາດ ຢູ່ຮາກຖານ.

ພິເສດ, ໃຫ້ເປັນບ່ອນກໍ່ສ້າງພະນັກງານ ໂດຍດູດດຶງເອົາຄົນໜຸ່ມຜູ້ທີ່ດີມີຄວາມຮູ້ ຄວາມສາ ມາດ ລົງມາຊ່ວຍວຽກ ແລະ ຝຶກຝົນຫລໍ່ຫລອມຢູ່ຕາແສງໃຫ້ຫລາຍຂຶ້ນ, ຜ່ານຂະບວນການນັ້ນ ຈຶ່ງຄັດເລືອກເຂົ້າພັກ, ເຂົ້າລັດຖະກອນ ສ້າງເປັນພະນັກງານສືບທອດປ່ຽນແທນ ໃຫ້ເຕີບໃຫຍ່ເຂັ້ມແຂງ ຢ່າງໜັກແໜ້ນແຕ່ຮາກຖານຂຶ້ນມາ. ອັນສຳຄັນ, ຕ້ອງຮັບປະກັນໃຫ້ພະນັກງານປະຈຳຕາແສງກໍາແໜ້ນ “4 ຮູ້” ຕາມຄໍາສອນຂອງປະທານ ໄກສອນ ພົມວິຫານ ຄື: ຮູ້ນຳພາດ້ານການເມືອງ-ແນວຄິດ, ຮູ້ຈຳ ແນກມິດ-ສັດຕູ, ຮູ້ຊີ້ນຳພາການພັດທະນາເສດຖະກິດ ແລະ ຮູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ”. ອັນນີ້ຕ້ອງໄດ້ແນະນຳກັນໃຫ້ລະອຽດ, ແຂວງ, ເມືອງ ຕ້ອງລົງໄປເບິ່ງຕົວຈິງ ນຳຄະນະນຳຕາແສງທີ່ສ້າງຂຶ້ນໃໝ່.

ພ້ອມນີ້, ໃຫ້ສືບຕໍ່ກໍານົດການແບ່ງຂັ້ນຄຸ້ມຄອງ ລະຫວ່າງເມືອງ ກັບຕາແສງ ແລະ ຕາແສງ ກັບບ້ານ ໃຫ້ຈະແຈ້ງ ໂດຍການມອບສິດອໍານາດການຕັດສິນໃຈ ແລະ ຊັບພະຍາກອນ ທີ່ສົມຄູ່ສໍາລັບການບໍລິການຮັບໃຊ້ປະຊາຊົນ ແລະ ພັດທະນາທ້ອງຖິ່ນ-ຮາກຖານ, ອໍານວຍໃຫ້ຂັ້ນລຸ່ມໄດ້ປະຕິບັດວຽກງານຕົວຈິງ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຢ່າງຖືກຕ້ອງຄົບຖ້ວນ ເພື່ອສ້າງເງື່ອນໄຂໃຫ້ຂັ້ນເທິງໄດ້ສຸມໃສ່ການຄົ້ນຄວ້າ, ການນໍາພາ-ຊີ້ນໍາ, ຄຸ້ມຄອງ, ຕິດຕາມ, ຊຸກຍູ້ ແລະ ກວດກາ ໄດ້ດີຂຶ້້ນ; ສຳຄັນ ຕ້ອງຫັນເປັນທັນສະໄໝການຄຸ້ມຄອງບໍລິຫານລັດຂັ້ນທ້ອງຖິ່ນ ໂດຍອາດຈະທົດລອງນໍາໃຊ້ກົນ ໄກການບໍລິການຜ່ານປະຕູດຽວ ທີ່ມີຢູ່ແລ້ວ ລົງຈັດຕັ້ງປະຕິບັດຢູ່ຂັ້ນຕາແສງ ເພື່ອເຮັດໃຫ້ການບໍລິ ການ-ຮັບໃຊ້ປະຊາຊົນ “ມີຄວາມສະດວກ, ແທດເຖິງ, ທັນການ ແລະ ມີຄຸນນະພາບດີກວ່າເກົ່າ”. ຄວນຄົ້ນຄວ້າ ການຈັດປະເພດຕາແສງ ໂດຍກຳນົດແຈ້ງຖານະບົດບາດ, ສິດ ແລະ ໜ້າທີ່ ລະຫວ່າງ ຕາແສງໃນຕົວເມືອງ ແລະ ຊົນນະບົດ, ຕາແສງຢູ່ເຂດທົ່ງພຽງ ແລະ ພູດອຍ ເພື່ອເຮັດໃຫ້ການກຳນົດນະໂຍບາຍ ມີຄວາມສອດຄ່ອງ, ເຮັດໃຫ້ການພັດທະນາມີຈຸດສຸມ ແລະ ສອດຄ່ອງກັບສະພາບຈຸດພິເສດ, ລະດັບການພັດທະນາ ແລະ ທ່າແຮງຂອງແຕ່ລະທ້ອງຖິ່ນ.

ພ້ອມກັນນັ້ນ, ໃຫ້ສົ່ງເສີມບົດບາດ, ທ່າແຮງ ຫົວຄິດປະດິດສ້າງຂອງບ້ານ ໃນຖານະເປັນການຈັດຕັ້ງຊຸມຊົນ ເພື່ອເປັນກໍາລັງແຮງຊ່ວຍຕາແສງ ໂດຍໃຫ້ບັນດາສະຫາຍ ເອົາໃຈໃສ່ຮີບຮ້ອນຊຸກຍູ້ຂະແໜງການກ່ຽວຂ້ອງ ທີ່ມີວຽກງານຢູ່ຮາກຖານ ອອກນິຕິກໍາລະອຽດ, ໂຄສະນາເຜີຍແຜ່ໃຫ້ອົງການປົກຄອງທ້ອງຖິ່ນເຂົ້າໃຈ ແລະ ຈັດຕັ້ງປະຕິບັດໃຫ້ເປັນເອກະພາບ.

ທີ່ມາ: ຂ່າວສານປະເທດລາວ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles