ໃນວັນທີ 17 ມິຖຸນາ 2026, ບໍລິສັດ ມະນີຍົມ ກຣຸບ ໄດ້ຈັດງານເປີດໂຕການເປັນຕົວແທນຈຳໜ່າຍ ກົນຈັກກະສິກຳ Zoomlion ຢ່າງເປັນທາງການ. ການຮ່ວມມືຄັ້ງນີ້ ຖືເປັນບາດກ້າວອັນສໍາຄັນໃນການນຳເອົາເຕັກໂນໂລຊີກົນຈັກ ແລະ ນະວັດຕະກໍາການກະເສດທີ່ທັນສະໄໝ ລະດັບໂລກ ທີ່ເຂົ້າມາບຸກເບີກ ແລະ ຫັນປ່ຽນຂະແໜງການກະສິກຳຂອງ ສປປ ລາວ ໃຫ້ກ້າວໄປສູ່ຄວາມທັນສະໄໝ.
ງານດັ່ງກ່າວໄດ້ຈັດຂຶ້ນຢ່າງສົມກຽດທີ່ ສູນມະນິຍົມກົນໜັກຈັກ ບ້ານ ສາລາຄຳເໝືອ ເມືອງ ຫາດຊາຍຟອງ ນະຄອນຫວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ສຸກສະໜອນ ສີຫາເທັບ, ປະທານກຸ່ມບໍລິສັດ ມະນີຍົມ ກຣຸບ, ແລະ ທ່ານ ການ ເມີ້ງເຝີຍ (Gan Mengfei), ຜູ້ຈັດການທົ່ວໄປ ບໍລິສັດ Zoomlion ສາຂາ ໄທ-ລາວ, ພ້ອມດ້ວຍບັນດາທ່ານຜູ້ນຳພາຈາກພາກລັດ, ຄູ່ຄ້າທຸລະກິດ ແລະ ແຂກຜູ້ມີກຽດທັງພະຍາກອນພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຄຶກຄື້ນ, ພ້ອມດ້ວຍບັນດາທ່ານຜູ້ນຳພາຈາກພາກລັດ, ຄູ່ຄ້າທຸລະກິດ ແລະ ແຂກຜູ້ມີກຽດທັງພະຍາກອນພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຄຶກຄື້ນ.

ທ່ານ ສຸກສະໜອນ ສີຫາເທບ ໄດ້ກ່າວໃນພິທີວ່າ: ມະນີຍົມ ກຣຸບ ໄດ້ເລີ່ມຕົ້ນເສັ້ນທາງທຸລະກິດມາຕັ້ງແຕ່ປີ 1992. ດ້ວຍປະສົບການທີ່ຍາວນານກວ່າ 30 ປີ ແລະ ຄວາມສໍາເລັດໃນການເປັນຕົວແທນຈຳໜ່າຍແບຣນລະດັບໂລກ, ໃນມື້ນີ້ ມະນີຍົມ ພ້ອມແລ້ວທີ່ຈະນຳເອົາຄວາມຊ່ຽວຊານທີ່ມີ ມາປ່ຽນໂສມ “ຂະແໜງການກະສິກຳລາວ” ໃຫ້ມີຄວາມກ້າວໜ້າ ໂດຍການຮ່ວມມືກັບ Zoomlion ເຊິ່ງເປັນຜູ້ນຳອັນດັບ 1 ດ້ານກົນຈັກກະສິກຳອັດສະລິຍະ ຈາກ ສປ ໃນມື້ນີ້ ມະນີຍົມ ພ້ອມແລ້ວທີ່ຈະນຳເອົາຄວາມຊ່ຽວຊານທີ່ມີ ມາປ່ຽນໂສມ “ຂະແໜງການກະສິກຳລາວ” ໃຫ້ກ້າວເຂົ້າສູ່ຍູກໃໝ່ທີ່ທັນສະໄໝກວ່າ.
ສໍາລັບພາກລັດ, ບໍລິສັດ ມະນີຍົມ ມຸ່ງໝັ້ນທີ່ຈະສະໜັບສະໜູນນະໂຍບາຍຂອງລັດຖະບານ ໃນການຫັນປ່ຽນ ສປປ ລາວ ສູ່ການເປັນ ກະສິກຳທັນສະໄໝ (Modernized Agriculture) ເພື່ອເພີ່ມມູນຄ່າການສົ່ງອອກ ແລະ ສ້າງຄວາມໝັ້ນຄົງທາງດ້ານເສດຖະກິດໃຫ້ແກ່ປະເທດຊາດຢ່າງຍືນຍົງ.

ໃນຂະນະດຽວກັນ, ທ່ານ ການ ເມີ້ງເຝີຍ (Gan Mengfei) ໄດ້ສະແດງຄວາມເຊີດຊູ ແລະ ຍົກຍ້ອງ ບໍລິສັດ ມະນີຍົມ ວ່າເປັນວິສາຫະກິດທີ່ມີຄວາມໂດດເດັ່ນ, ມີທີມງານທີ່ເຂັ້ມແຂງ ແລະ ມີປະສົບການສູງ ເຊິ່ງຈະເປັນແຮງຂັບເຄື່ອນໃຫ້ເຄື່ອງຈັກກະສິກຳ Zoomlion ເຊື່ອມໂຍງເຂົ້າສູ່ຕະຫຼາດລາວໄດ້ຢ່າງວ່ອງໄວ ແລະ ຍັງໄດ້ເນັ້ນໜັກວ່າ ເຄື່ອງຈັກການກະເສດ Zoomlion ໄດ້ເລີ່ມຕົ້ນມາຕັ້ງແຕ່ປີ 2011 ແລະ ໄດ້ພັດທະນາຈາກການຜະລິດແບບດັ້ງເດີມ ໄປສູ່ການເປັນຜູ້ໃຫ້ບໍລິການດ້ານການຜະລິດກະເສດພາຍໃຕ້ລະບົບ AI.

ເຜີຍໂສມ 5 ນະວັດຕະກໍາລົດແທຣັກເຕີ ເພື່ອຊາວກະສິກອນລາວ
ພາຍໃນງານ, ມະນີຍົມ ແລະ Zoomlion ໄດ້ສ້າງຄວາມຮືຮາດ້ວຍການເປີດໂຕລົດແທຣັກເຕີສະເປັກສູງພ້ອມກັນເຖິງ 5 ລຸ້ນເດັ່ນ ທີ່ຖືກອອກແບບມາໃຫ້ເໝາະສົມກັບສະພາບດິນ ແລະ ລັກສະນະການໃຊ້ງານໃນລາວ ໂດຍເນັ້ນເຕັກໂນໂລຊີທີ່ທັນສະໄໝ, ຄວາມທົນທານ ແລະ ປະຫຍັດນ້ຳມັນ ດັ່ງນີ້:
1. ລຸ້ນ RK554 (55 ແຮງມ້າ): ລົດແທຣັກເຕີຂະໜາດກະທັດຮັດ ຄ່ອງຕົວສູງ ເໝາະສຳລັບວຽກໄຮ່, ວຽກສວນ ແລະ ນາຕົມ.
2. ລຸ້ນ RK754-A (75 ແຮງມ້າ): ຂະບວນການຂັບເຄື່ອນແຮງມ້າລະດັບກາງ ທີ່ຕອບໂຈດທັງການກຽມດິນ ແລະ ການບຳລຸງຮັກສາພືດ.
3. ລຸ້ນ RC904-A (90 ແຮງມ້າ): ຂະນາດໃຫຍ່ຂຶ້ນມາອີກລະດັບ ໂດດເດັ່ນເລື່ອງກຳລັງລາກຈູງ ແລະ ການເຮັດວຽກທີ່ຕໍ່ເນື່ອງໃນທຸກສະພາບຜິວດິນ.
4. ລຸ້ນ RC1104 / RC1104-A (110 ແຮງມ້າ): ລົດແທຣັກເຕີຊົງພະລັງສຳລັບວຽກໜັກ ທີ່ຕ້ອງການກຳລັງເຄື່ອງຈັກສູງ ແລະ ປະສິດທິພາບການເຮັດວຽກໃນພື້ນທີ່ຂະໜາດໃຫຍ່.
5. ລຸ້ນ ZL105 (105 ແຮງມ້າ): ຍອດລົດແທຣັກເຕີອະເນກປະສົງຮຸ່ນໃໝ່ ທີ່ປະສົມປະສານລະຫວ່າງກຳລັງເຄື່ອງຈັກທີ່ແຮງ ແລະ ເຕັກໂນໂລຊີການຄວບຄຸມທີ່ຊັດເຈນ.

ການເປີດໂຕຕົວແທນຈຳໜ່າຍໃນຄັ້ງນີ້ ບໍ່ພຽງແຕ່ເປັນການຮ່ວມມືທາງທຸລະກິດທີ່ແຂງແກ່ນແບບ ລະຫວ່າງ ມະນີຍົມ ແລະ Zoomlion ເທົ່ານັ້ນ, ແຕ່ຍັງເປັນການປະກອບສ່ວນອັນສໍາຄັນໃນການຮັດແໜ້ນມິດຕະພາບ ລາວ-ຈີນ ໃຫ້ໝັ້ນຄົງຍືນຍາວ ໂດຍຜ່ານການຊຸກຍູ້ຄວາມສາມາດໃນການແຂ່ງຂັນດ້ານການຜະລິດທາງການກະເສດຂອງ ສປປ ລາວ ໃຫ້ກ້າວໄກໃນເວທີສາກົນ.




